ກະຊວງແຜນການ ແລະ ການລົງທຶນ(ກຜທ) ໄດ້ເປີດບັ້ນຂະບວນການແຂ່ງຂັນເພືື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີV ຂອງອົງຄະນະພັກກະຊວງແຜນການແລະການລົງທຶນ ໃນວັນທີ 15 ມັງກອນນີ້ ທີ່ ສະໂມສອນຂອງກະຊວງດັ່ງກ່າວ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ເພັດ ພົມພິພັກ ກຳມະການສູນກາງພັກເລຂາຄະນະພັກລັດຖະມົນຕີກະຊວງແຜນການແລະການລົງທຶນ.
ຈຸດປະສົງຂອງການເປີດບັ້ນຂະບວນການດັ່ງກ່າວ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍ ແຜນການຂອງຄະນະປະຈຳ ກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການກະກຽມການດຳເນີນ ກອງປະຊຸມໃຫຍ່ຂັ້ນຮາກຖານພັກ, ຄະນະພັກຮາກຖານ ແລະ ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ກະຊວງແຜນການ ແລະ ການລົງທຶນ ແລະ ເປັນການປຸກລະດົມສະມາຊິກພັກ-ພະນັກງານໃຫ້ເຂົ້າຮ່ວມຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີV ຂອງອົງຄະນະພັກ ກຜທ ທັງເປັນການສ້າງຂະບວນການ ເພື່ອທົບຫວນຄືນມູນເຊື້ອໂອກາດວັນປະຫວັດສາດສຳຄັນຕ່າງໆ ຂອງພັກ-ລັດ ແລະ ຊຸກຍູ້ຂະບວນການວຽກງານຮອບດ້ານ ແລະ ສ້າງເງື່ອນໄຂ ໃຫ້ແກ່ການດໍາເນີນກອງປະຊຸມໃຫ້ໄດ້ຮັບຜົນດີ,ສ້າງຂະບວນການແຂ່ງຂັນກິລາ ແລະ ສິລະປະວັນນະຄະດີແບບມວນຊົນ ໃຫ້ມີບັນຍາກາດຟົດຟື້ນ, ມ່ວນຊື່ນໃຫ້ກາຍເປັນຂະບວນການຂອງມະຫາຊົນຢ່າງກວ້າງຂວາງ, ໄປຄຽງຄູ່ກັບການອອກແຮງງານ, ອະນາໄມ ແລະ ປະດັບປະດາສະຖານທີ່ໃຫ້ມີຄວາມສະອາດ, ຈົບງາມ ບົນພື້ນຖານປະຕິບັດຕາມນະໂຍບາຍປະຢັດ; ສ້າງຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ປະຕິບັດບັນດາຄຳຂວັນ, ຂໍ້ແຂ່ງຂັນ ຂອງບັນດາໜ່ວຍພັກກະຊວງແຜນການ ແລະ ການລົງທຶນ ແລະ ບັນດາ 3 ອົງການຈັດຕັ້ງມະຫາຊົນ; ສ້າງຄວາມສາມັກຄີພາຍໃນກົມກອງກຜທ,ສົ່ງເສີມຄວາມຄິດສ້າງສັນ ແລະ ນະວັດຕະກໍາພາຍໃນກະຊວງ ຕາມແນວທາງການປ່ຽນແປງໃໝ່ຂອງພັກ, ປຸກລະດົມສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວກຜທ ເປັນເຈົ້າການໃນການປະຕິບັດພາລະບົດບາດຂອງຕົນ, ປະຕິບັດລະບຽບ-ກົດໝາຍໃຫ້ມີຄວາມເຂັ້ມງວດ ແລະ ມີຜົນສໍາເລັດ ທັງເປັນບ່ອນອີງອັນໜັກແໜ້ນ ໃຫ້ແກ່ບັນດາໜ່ວຍພັກຮາກຖານ, ຄະນະພັກຮາກຖານ ແລະ 3 ອົງການຈັດຕັ້ງມະຫາຊົນ ໄດ້ສືບຕໍ່ນຳພາການກະກຽມກອງປະຊຸມໃຫຍ່ ໃນໜ່ວຍພັກຂັ້ນຕົນ ໃຫ້ໄດ້ຮັບຜົນສຳເລັດອັນຈົບງາມ ແລະ ທັງສະແດງໃຫ້ເຫັນເຖິງການປະກອບສ່ວນອັນສໍາຄັນຕັ້ງໜ້າຂອງຄະນະພັກ-ຄະນະນໍາຕະຫຼອດຮອດ ພະນັກງານ-ລັດຖະກອນ ໃນກຜທ ສືບຕໍ່ເສີມຂະຫຍາຍແລະເຊີດຊູມານະຈິດປະຕິວັດ ຂອງພະນັກງານຮຸ່ນສືບທອດໃຫ້ສູງຂຶ້ນ, ເຮັດໃຫ້ຂະແໜງຜທ ສືບຕໍ່ມີຄວາມເຂັ້ມແຂງ ແລະ ກ້າວໄປຢ່າງບໍ່ຢຸດຢັ້ງ, ພ້ອມກັນຜ່ານຜ່າສິ່ງທ້າທາຍທົດສອບນາໆປະການກ້າວໄປສູ່ຈຸດໝາຍທີ່ພັກເຮົາໄດ້ກໍານົດໄວ້.
(ຂ່າວ: ກຜທ, ພາບ: ແສງຈັນ)