ກອງປະຊຸມດຳເນີນຊີດວິດການເມືອງ ຄະນະບໍລິຫານງານພັກແຂວງບໍ່ແກ້ວ ສະໄໝທີ VI ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ມັງກອນນີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ສະຫາຍ ສຸກຂະ ຫຼຽນທອງຄຳ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກ-ອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງແຂວງ ໄດ້ຕີລາຄາຄືນກ່ຽວກັບການນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກແຂວງບໍ່ແກ້ວ ຕະຫຼອດໄລຍະຜ່ານມາ ຍົກໃຫ້ເຫັນດ້ານດີ ຜົນງານການນຳພາທີ່ພົ້ນເດັ່ນ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນສຸ່ມໃສ່ແກ້ໄຂໃນຕໍ່ໜ້າໃຫ້ໄດ້ຮັບຜົນສຳເລັດ. ຕະຫຼອດໄລຍະຜ່ານມາຄະນະບໍລິຫານງານພັກແຂວງແມ່ນໄດ້ຍົກສູງໃນການນຳພາພາຍໃນພັກ ແລະ ສະມາຊິກພັກທົ່ວແຂວງມີແນວຄິດການເມືອງທີ່ໜັກແໜ້ນ, ຮູ້ແຈ້ງໄດ້ເຖິ່ງມິດ-ສັດຕູ, ການນຳພາແມ່ນໄດ້ຖືເອົາຫຼັກການ ແລະ ທິດນຳຂອງພັກ ເຂົ້າໃນການນຳພາ-ຊີ້ນຳພະນັກງານສະມາຊິກ-ລັດຖະກອນໃນທົ່ວແຂວງເປັນຢ່າງດີ, ການນຳພາແມ່ນໄດ້ຖືເອົາດ້ານການເມືອງ-ແນວຄິດເປັນບັນຫາສຳຄັນ, ດ້ານການຈັດຕັ້ງມີແບບແຜນໃນການນຳພາ ແລະ ວິທີເຮັດວຽກ ຄຽງຄູ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕິດພັນກັບການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມ. ຫັນເອົາການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ຕາມທິດ 3 ສ້າງ 4 ເນື້ອໃນ 4 ຄາດໝາຍໂດຍສຸມໃສ່ແກ້ໄຂຄອບຄົວພົ້ນທຸກ 27,474 ຄອບຄົວ ຂອງຄອບຄົວໃນທົ່ວແຂວງ, ບ້ານພົ້ນທຸກ 189 ບ້ານຂອງບ້ານທັງໝົດ. ສຳລັບແຜນຍຸດທະສາດການພັດທະນາແຂວງ ໂດຍຜັນຂະຫຍາຍແຜນດຳເນີນງານ ແລະ ແຜນວຽກຈຸດສຸມຂອງຄະນະບໍລິຫານງານພັກແຂວງປະຈຳປີມີ 4 ແຜນວຽກຈຸດສຸມ, 16 ແຜນງານ 56 ໂຄງການໃນການພັດທະນາແຂວງບໍ່ແກ້ວໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.
ໂອກາດນີ້, ສະຫາຍ ທອງຈັນ ມະນີໄຊ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກແຂວງ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດບັນດາໜ້າວຽກຢ່າງເປັນຈຸດສຸມ ເພີ່ມກຳລັງແຮງໃນການປະຕິບັດບັນດາຄາດໝາຍໃຫ້ບັນລຸຕາມແຜນການທີ່ໄດ້ກຳນົດໄວ້ຢ່າງຕັ້ງໜ້າ. ບັນຫາສຳຄັນແມ່ນການປະຕິບັດຕາມ 2 ວາລະແຫ່ງຊາດກໍຄືການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ການແກ້ໄຂ້ບັນຫາຢາເສບຕິດ ທີ່ເຫັນໄດ້ວ່າຍັງມີກຸ່ມຄົນລັກລອບຄ້າຂາຍເຖື່ອນ. ດັ່ງນັ້ນ, ຈຶ່ງເປັນຄວາມຮັບຜິດຊອບທົ່ວປວງຊົນ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ ເຮັດໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງທີ່ໝັ້ນຄົງ ແລະ ໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ, ເພື່ອສ້າງເງື່ອນໄຂໃໝ່ເຮັດໃຫ້ແຂວງມີການພັດທະນະຂຶ້ນຢ່າງບໍ່ຢຸດຢັ້ງ.
(ຂ່າວ: ບຸນຈັນ ມະນີໄຊ)