ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງຕົ້ນເຜິ້ງ ຄັ້ງທີ VI ໄດ້ອັດລົງຢ່າງເປັນທາງການໃນວັນທີ 10 ມັງກອນຜ່ານມານີ້ ຢູ່ທີ່ສະໂມສອນຂອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍການເປັນປະທານຂອງ ສະຫາຍ ຄຳແຍງ ຄອນໄຊຍະກິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຕົ້ນເຜິ້ງ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ, ມີສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີແຂກຖືກເຊີນ ແລະ ບັນດາຜູ້ແທນສົມບູນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄ້ວາ, ປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ (2025-2029) ແລະ ຮ່າງບົດສຳຫຼວດການນໍາພາຂອງ ຄະນະບໍລິຫານງານພັກເມືອງ, ໄດ້ເປັນເອກະພາບກັນຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນໃນການຊີ້ນໍາໆພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຜ່ານມາ, ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 3,8%, ລວມຍອດລາຍຮັບຂອງເມືອງ (GDP) ສະເລ່ຍ 556.28 ຕື້ກີບ, ສະເລ່ຍລາຍຮັບຕໍ່ຄົນບັນລຸໄດ້ 15 ລ້ານກີບ ຫຼື ເທົ່າກັບ 714 ໂດລາສະຫະລັດ.
ກອງປະຊຸມໃຫຍ່ຄັ້ງທີ VI ໄດ້ໃຊ້ສິດປະຊາທິປະໄຕຂອງບັນດາຜູ້ແທນສົມບູນເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຕົ້ນເຜິ້ງ ສະໄໝທີ VI ມີຈຳນວນ 25 ສະຫາຍ, ຍິງ 2 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບເລືອກເອົາຄະນະປະຈຳພັກເມືອງ ຈຳນວນ 7 ສະຫາຍ ແລະ ໄດ້ເລືອກເອົາ ສະຫາຍ ຄຳແຍງ ຄອນໄຊຍະກິດ ເປັນເລຂາຄະນະບໍລິຫານງານພັກເມືອງຕົ້ນເຜິ້ງ ສະໄໝທີ VI, ເລືອກເອົາ ສະຫາຍ ອຸ່ນຄຳ ທຳມະເລີດ. ແລະ ສະຫາຍ ຄຳລຸນ ລໍມີໄຊ ເປັນຮອງເລຂາ, ພ້ອມນີ້ ກໍໄດ້ເລືອກເອົາ ສະຫາຍ ຄຳລຸນ ລໍມີໄຊ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ຄຳຈັນ ວັນນະວົງແລະ ສະຫາຍ ນາງ ນວນຕາ ສຸລິຍະວົງ ເປັນຮອງປະທານ.
ໂອກາດນີ້, ສະຫາຍ ທອງຈັນມະນີໄຊ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກເມືອງຊຸດໃໝ່ສືບຕໍ່ວາງຄາດໝາຍສູ້ຊົນລວມໃນຊຸມປີຕໍ່ໜ້າ ແມ່ນເຮັດໃຫ້ເມືອງຕົ້ນເຜິ້ງມີສະຖຽນນະພາບທາງດ້ານການເມືອງໜັກແໜ້ນ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ທາງ ສັງຄົມ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປົວແປງ ແລະ ຍົກສູງຂຶ້ນ, ຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອ ໃນ 4 ຄາດ ໝາຍ ຕິດພັນກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ; ຮັກສາມູນເຊື້ອສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ; ເອົາໃຈໃສ່ປຸກລະດົມ-ສຶກສາອົບຮົມ ພໍ່ແມ່ປະຊາຊົນໃຫ້ຮັບຮູ້, ເຂົ້າໃຈ ແລະ ເຫັນໄດ້ຄວາມສໍາຄັນຂອງການພັດທະນາ, ຮັບປະກັນດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ໂດຍເລີ່ມມາຈາກແຕ່ຮາກຖານບ້ານ, ກຸ່ມບ້ານ ແລະ ເຮັດໃຫ້ວຽກນີ້ ກາຍເປັນໜ້າທີ່ຂອງທົ່ວປວງຊົນ, ສືບຕໍ່ປັບປຸງແບບແຜນການນໍາພາ ແລະ ວິທີເຮັດວຽກໃຫ້ມີວິທະຍາສາດ; ເອົາໃຈ ໃສ່ຕໍ່ວຽກງານກວດກາໃຫ້ເປັນປົກກະຕິ ແລະ ໃຫ້ຖືວຽກງານນີ້ເປັນໜຶ່ງໃນຫຼັກການນໍາພາຂອງພັກ ໂດຍປະຕິບັດຕາມທິດນໍາທີ່ວ່າ ມີການນໍາພາຕ້ອງມີການກວດກາ, ບໍ່ມີການກວດກາ ກໍບໍ່ມີການນໍາພາ.
(ພາບ-ຂ່າວ: ສ ປັນຍາທອງ)