ຕອນບ່າຍວັນທີ 16 ມັງກອນຜ່ານມາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ຄະນະ ໄດ້ລົງມາພົບປະໂອ້ລົມພະນັກງານ ແລະ ປະຊາຊົນ ເມືອງນາກາຍ ແຂວງຄໍາມ່ວນ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມວນ.
ທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງນາກາຍ ໄດ້ລາຍງານວ່າ: ເມືອງນາກາຍ ປະກອບມີ 6 ກຸ່ມບ້ານ, ມີ 31 ບ້ານ, ມີ 68 ຄຸ້ມ, ມີ 6,569 ຄອບຄົວ, ມີພົນລະເມືອງ 29,355 ຄົນ, ການຈັດຕັ້ງປະຕິບັດມະຕິກອງປະຊູມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ໄດ້ລະດົມແຫຼ່ງທຶນຈາກພາກລັດ, ໂຄງການ, ທຶນຊ່ວຍເຫຼືອ ແລະ ອົງການຈັດຕັ້ງສັງຄົມ ເຂົ້າໃນການພັດທະນາໄລຍະ ປີ 2020 ຮອດປັດຈຸບັນ ສາມາດປະຕິບັດໄດ້ທັງໝົດ 165 ໂຄງການ ມູນຄ່າ 137.14 ຕື້ກີບ, ໂຄງການໃນແຜນສາມາດປະຕິບັດໄດ້ 77 ໂຄງການ, ທຶນຊ່ວຍເຫຼືອເພື່ອການພັດທະນາປະຕິບັດໄດ້ 88 ໂຄງການ, ການຈັດເກັບລາຍຮັບເຂົ້າງົບປະມານຕາມແຜນປີ 2024 ແມ່ນ 45.13 ຕື້ກວ່າກີບ; ສາມາດຈັດເກັບລາຍຮັບໄດ້ 56.71 ຕື້ກີບ ທຽບໃສ່ແຜນການປີເທົ່າກັບ 125.67%, ເສດຖະກິດຂະຫຍາຍຕົວສະເລ່ຍ 4.90% ຕໍ່ປີ. ສິ່ງທີ່ພົ້ນເດັ່ນໄດ້ມີການຈັດຕັ້ງເປັນກຸ່ມປະມົງຂັ້ນບ້ານ ສະເລ່ຍການຫາປາໃນອ່າງນໍ້າເທີນປະມານ 1 ໂຕ່ນຕໍ່ວັນ ເພື່ອຕອບສະໜອງຕະຫຼາດພາຍໃນ ແລະ ຕ່າງເມືອງ, ຕ່າງແຂວງ ຊຶ່ງໃນປັດຈຸບັນ ສາມາດຮັບຮອງເອົາ ກາໜາຍສິນຄ້າ “ໂອດ໋ອບ” ໄດ້ 2 ຜະລິດຕະພັນຄື: ຜະລິດຕະພັນປາ (ປາແຫ້ງ, ປາສົ້ມ, ປາແດກ) ແລະ ຜະລິດຕະພັນຫັດຖະກໍາຈັກສານ, ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານຕາມທິດ 3 ສ້າງ ແລະ 4 ເນື້ອໃນ 4 ຄາດໝາຍ. ໃນນີ້ ໄດ້ເລັ່ງໃສ່ການນໍາພາປັບປຸງ ການຈັດຕັ້ງໃນລະບົບການເມືອງ ຕິດພັນກັບການຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ. ການປະເມີນຕາມດໍາລັດ 348/ລບ ໃນປີ 2023-2024 ມີບ້ານພົ້ນທຸກ 16 ບ້ານ ເທົ່າກັບ 51.61% , ຄອບຄົວພົ້້ນທຸກ 3,755 ຄອບຄົວ ເທົ່າກັບ 85.93%, ບ້ານພັດທະນາ 8 ບ້ານເທົ່າກັບ 25.80% ແລະ ວຽກງານອື່ນໆ.
ໃນໂອກາດນີ້, ທ່ານ ປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກທຸກຂັ້ນ ກໍຄືພະນັກງານ ແລະ ປະຊາຊົນຊາວເມືອງນາກາຍ ຍາດມາໄດ້ໃນຕະຫຼອດໄລຍະທີ່ຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຂວງ, ຂອງເມືອງ ຊຶ່ງສະແດງອອກບັນດາຄາດ ໜາຍທີ່ວາງໄວ້ແມ່ນຖືກຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ. ພ້ອມນີ້ທ່ານຍັງໄດ້ແນະນໍາບາງວຽກງານຕື່ມອີກ ເປັນຕົ້ນ: ເອົາໃຈໃສ່ການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ ແລະ ປະຊາຊົນຢ່າງທົ່ວເຖິງ; ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະກັດກັ້ນຢາເສບຕິດບໍ່ໃຫ້ເຂົ້່າສູ່ລູກຫຼານຊາວໜຸ່ມ; ເສີມຂະຫຍາຍທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງເມືອງເຂົ້າໃນການພັດທະນາ ເປັນຕົ້ນດ້ານກະສິກໍາ, ການບໍລິການ, ການທ່ອງທ່ຽວ, ສ້າງລາຍຮັບໃຫ້ປະຊາຊົນ, ປົກປັກຮັກສາປ່າໄມ້, ຮັກສາສິ່ງແວດລ້ອມທໍາມະຊາດ ໃນເຂດປ່າສະຫງວນນາກາຍ-ນໍ້າເທີນ, ສົ່ງເສີມການສຶກສາໃຫ້ລູກຫຼານໄດ້ເຂົ້າໂຮງຮຽນ, ປັບປຸງຮາກຖານການເມືອງ ກໍຄືການປົກຄອງຂັ້ນຮາກຖານໃຫ້ເຂັ້ມແຂງ, ຍູ້ຂະບວນການກະກຽມ ແລະ ດຳເນີນກອງປະຊຸມອົງຄະນະພັກເມືອງໃຫ້ມີຜົນສໍາເລັດ ແລະ ເຊື່ອໝັ້ນພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກແຂວງ, ຄະນະພັກເມືອງ ຈະເຮັດໃຫ້ເມືອງນາກາຍ ມີການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
(ຂ່າວ: ກອງຄໍາ)