ກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການສຶກສາທາງໄກ ແລະ ໂຄງການຝຶກອົບຮົມຄູເຂດຊົນນະບົດຂອງ ສປປ ລາວໄດ້ຈັດຂຶ້ນໃນວັນທີ 16 ມັງກອນນີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສໍາລານ ພັນຄະວົງຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຈ່າງສື ຜູ້ຈັດການໂຄງການຊ່ວຍເຫຼືອລາວ ຈາກສໍານັກພິມຈໍາໜ່າຍການສຶກສາ ຊຽງໄຮ້ ຈໍາກັດ, ມີບັນດາ ຫົວໜ້າກົມ, ຮອງກົມ, ຜູ້ອໍານວຍການສະຖາບັນ, ຄະນະບັນນາທິການ ແລະ ຊ່ຽວຊານ ຈາກ ສປ ຈີນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ສໍາລານ ພັນຄະວົງ ໄດ້ກ່າວວ່າ: ສໍານັກພິມຈໍາໜ່າຍ ສຶກສາ ຊຽງໄຮ້ ຈໍາກັດ ເປັນຜູ້ຈັດຕັ້ງປະຕິບັດໂຄງການຊຶ່ງສໍານັກພິມດັ່ງກ່າວ ໄດ້ຈັດຕັ້ງຊ່ຽວຊານດ້ານການສຶກສາທີ່ມີຊື່ສຽງ ແລະ ປະສົບການຂອງນະຄອນຊຽງໄຮ້ ມາຮ່ວມສ້າງ ແລະ ຮຽບຮຽງປຶ້ມຄູ່ມື, ປຶ້ມແບບຮຽນ ໃນການຝຶກອົບຮົມຈົນເຮັດໃຫ້ປຶ້ມຄູ່ມື ແລະ ແບບຮຽນການຝຶກອົບຮົມດັ່ງກ່າວສໍາເລັດເປັນຈໍານວນຫຼາຍຊຸດ. ພ້ອມດຽວກັນນັ້ນ, ຝ່າຍລາວຍັງໄດ້ສໍາເລັດວຽກງານການກວດແກ້ປຶ້ມຄູ່ມື ແລະ ປຶ້ມແບບຮຽນຝຶກອົບຮົມດັ່ງກ່າວຊຶ່ງປຶ້ມເຫຼົ່ານີ້ບໍ່ພຽງແຕ່ມີເນື້ອໃນທີ່ອຸດົມສົມບູນເທົ່ານັ້ນ ແຕ່ຍັງນໍາເອົາບັນດາຄວາມຮູ້ໃໝ່ໆແຫ່ງຍຸກສະໄໝ ຈໍານວນຫຼວງຫຼາຍເຂົ້າມາເພີ່ມເຕີມ, ຊ່ວຍໃຫ້ການສຶກສາຂອງລາວ ໃຫ້ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ.
ພາຍຫຼັງທີ່ມີການສ້າງ ແລະ ຮຽບຮຽງປຶ້ມຄູ່ມື, ປຶ້ມແບບຮຽນ ໃນການຝຶກອົບຮົມແລ້ວ ສໍານັກພິມການສຶກສາ ນະຄອນຊຽງໄຮ້ ຍັງໄດ້ຈັດຕັ້ງການຝືກອົບຮົມ ໃຫ້ແກ່ພະນັກງານດ້ານການສຶກສາຂອງລາວ ເປັນຈໍານວນຫຼາຍຊຸດ, ໂດຍມີຜູ້ຊ່ຽວຊານດ້ານການສຶກສາທີ່ມີຄຸນວຸດທິສູງຂອງຈີນ ໃຫ້ຄໍາແນະນໍາບຸກຄະລາກອນການສຶກສາຂອງລາວ. ໂດຍຜ່ານການຝຶກອົບຮົມໃຫ້ບັນດານັກສໍາມະນາກອນລາວ ບໍ່ພຽງແຕ່ໄດ້ຮັບຄວາມຮູ້ ແລະ ປະສົບການ ທີ່ຫຼາກຫຼາຍຈາກຜູ້ຊ່ຽວຊານດ້ານການສຶກສາຂອງ ສປ ຈີນ ເທົ່ານັ້ນ; ຍັງໄດ້ຮັບໂອກາດແລກປ່ຽນບົດຮຽນປະສົບການກັບຜູ້ຊ່ຽວຊານ ຂອງ ສປ ຈີນ ແລະ ເພື່ອນຮ່ວມວົງການສຶກສາຂອງຕົນຢ່າງເລິກເຊິງ. ພາຍໃຕ້ການຈັດການໂຄງການຝຶກອົບຮົມຂອງສໍານັກພິມການສຶກສາ ນະຄອນຊຽງໄຮ້, ບັນດານັກສໍາມະນາກອນລາວ ທີ່ຝຶກອົບຮົມຢູ່ ສປ ຈີນ ຍັງໄດ້ສໍາຜັດປະສົບການທາງການສຶກສາ ຢູ່ພາກສະໜາມ ແລະ ຮຽນຮູ້ວັດທະນະທໍາອັນເປັນມູນເຊື້ອຂອງ ສປ ຈີນ ດ້ວຍຕົນເອງ; ເຊື່ອແນ່ວ່າສິ່ງເຫຼົ່ານີ້ຈະສາມາດສ້າງຄວາມອຸດົມສົມບູນດ້ານເນື້ອໃນການສຶກສາ, ຍົກສູງລະດັບການສຶກສາ ແລະ ແນວຄິດທາງການສຶກສາຂອງ ສປປ ລາວ; ເພີ່ມທະວີມິດຕະພາບລະຫວ່າງສອງປະເທດ ລາວ-ຈີນ ໃຫ້ມີຄວາມຍືນຍົງຕະຫຼອດໄປອີກດ້ວຍ.ເພາະສະນັ້ນ, ຫວັງຢ່າງຍິ່ງວ່າ: ຈະໄດ້ດໍາເນີນການສືບຕໍ່ “ໂຄງການຊ່ວຍເຫຼືອຍົກສູງຂີດຄວາມສາມາດຄູຊົນນະບົດລາວ ໄລຍະ 2”, ເພື່ອເຮັດໃຫ້ຄູ-ອາຈານ ຊົນນະບົດຂອງລາວ ໄດ້ມີໂອກາດເຂົ້າຮ່ວມຝຶກອົບຮົມໃຫ້ຫຼາຍຂຶ້ນ.
ຂ່າວ, ບຸນຕອມ,ພາບ:ບຸນອູ້ມ