ວັນທີ 16 ມັງກອນນີ້ທີ່ຫ້ອງວ່າການກະຊວງປ້ອງກັນປະເທດ, ຫຼາຍພາກສ່ວນເຂົ້າອວຍພອນຄະນະນໍາກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ. ໃນນີ້, ມີກະຊວງການຕ່າງປະເທດ ນໍາໂດຍສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ, ຄະນະພົວພັນຕ່າງປະເທດສູນກາງພັກ ນຳໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ພ້ອມດ້ວຍຄະນະ ແລະ ຄະນະນຳແຂວງໄຊສົມບູນ ນໍາໂດຍ ສະຫາຍ ພົນຈັດຕະວາ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງໄຊສົມບູນ ພ້ອມດ້ວຍຄະນະ, ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ແລະ ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍໄດ້ກ່າວສະແດງຄວາມຂອບໃຈ ມາຍັງແຕ່ລະຄະນະນຳແຕ່ລະພາກສ່ວນທີ່ໄດ້ນໍາເອົາກະຕ່າດອກໄມ້, ກະຕ່າຂອງຂວັນ ແລະ ຄໍາອວຍພອນອັນປະເສີດມາສູ່ ຄະນະນໍາກະຊວງປ້ອງກັນປະເທດໃນຄັ້ງນີ້. ພ້ອມທັງ ອວຍພອນ ໃຫ້ແຕ່ພາກສ່ວນຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
(ຂ່າວ-ພາບ: ບິກໄຊ)