ເມື່ອບໍ່ດົນມານີ້, ຄະນະຜູ້ແທນແຂວງຈໍາປາສັກ ຊຶ່ງນໍາໂດຍສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ສືບຕໍ່ເຄື່ອນໄຫວຢ້ຽມຍາມ ພົບປະອວຍພອນປີໃໝ່ ປະເພນີຊາວຫວຽດນາມ ປະຈໍາປີ 2025 ທີ່ແຂວງ ອານຢາງ, ໂດຍການຕ້ອນຮັບຂອງ ສະຫາຍ ໂຮ່ ວັນ ເມີງ ກໍາມະການສໍາຮອງສູນກາງພັກ ຮອງເລຂາພັກແຂວງ ປະທານຄະນະກໍາມະການປະຊາຊົນ ພ້ອມ ຄະນະ. ຈາກນັ້ນ, ຄະນະຜູ້ແທນ ກໍໄດ້ສືບຕໍ່ເຄື່ອນໄຫວ ທີ່ແຂວງ ດົ່ງຖັບ ໂດຍການຕ້ອນຮັບ ອັນອົບອຸ່ນ ຂອງສະຫາຍ ເລ ກັວກ ຟອງ ກໍາມະການສູນກາງພັັກ ເລຂາພັກແຂວງ ຫົວໜ້າຄະນະຜູ້ແທນ ສະພາແຫ່ງຊາດ ແຂວງດົ່ງຖັບ ພ້ອມຄະນະ.
ໃນໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບ ຢ່າງອົບອຸ່ນ ແລະ ສະໜິດສະໜົມ ໃນການເຄື່ອນໄຫວຢ້ຽມຢາມ ຄັ້ງນີ້, ຊຶ່ງຕາງໜ້າໃຫ້ອົງຄະນະພັກ-ອົງການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າຊາວແຂວງຈຳປາສັກ ອວຍພອນໄຊອັນປະເສີດມາຍັງ ສະຫາຍຄະນະພັກ, ຄະນະນຳ ພ້ອມຄອບຄົວ ແລະ ປະຊາຊົນ ຫວຽດນາມ ກໍຄື ຊາວແຂວງອານຍາງ ແລະ ແຂວງດົ່ງຖາບ, ໃນໂອກາດປີໃໝ່ປະເພນີ 2025 ທີ່ຈະມາເຖິງນີ້, ອວຍພອນແດ່ສາຍພົວພັນຄວາມມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ຄືບັນດາແຂວງພາກໃຕ້ ສສ ຫວຽດນາມ ແລະ ແຂວງຈໍາປາສັກ ຍາມໃດກໍຂຽວສົດງົດງາມ ແລະ ໝັ້ນຄົງທະນົງແກ່ນ ຕະຫຼອດການລະນາ.
(ແຫຼ່ງຂ່າວ: ແຂວງຈໍາປາສັກ)