ກອງປະຊຸມສົນທະນາເສັ້ນທາງແຫ່ງວັດທະນະທໍາລາວ-ຈີນ ແລະ ພິທີເປີດວາລະສານສະບັບພິເສດໄດ້ຈັດຂຶ້ນໃນໂອກາດເປີດກິດຈະກຳວັດທະນະທຳບຸນກຸດຈີນກ້າວເຂົ້າສູ່ປະເທດລາວ ພາຍໃຕ້ຫົວຂໍ້: ດື່ມນໍ້າສາຍດຽວ ກົມກຽວດັ່ງຄອບຄົວດຽວກັນ ປີ 2025 ໃນວັນທີ 15 ມັງກອນຜ່ານມາ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ລູ ດີ (Lu Di) ຄະນະຂ່າວສານ ແລະ ການສື່ສານ ມະຫາວິທະຍາໄລປັກກິ່ງ ທີ່ປຶກສາປະລິນຍາເອກ ຫົວໜ້າສູນຄົ້ນຄວ້າການສື່ສານອ້ອມຂ້າງມະຫາວິທະຍາໄລປັກກິ່ງ, ມີທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ນາງ ຈ້າວຈຸ່ນ (Zhao Jun) ບັນນາທິການໃຫຍ່ສູນການສື່ສານອາຊີ-ປາຊີຟິກ ອົງການພາສາຕ່າງປະເທດແຫ່ງຊາດຈີນ; ທ່ານ ຫວັງ ສືຖີງ (Wang Shiting) ເລຂາຄະນະພັກສະຖາບັນການຕ່າງປະເທດຈີນ ຮອງອະທິການບໍດີສະຖາບັນຝຶກອົບຮົມການຕ່າງປະເທດຈີນ; ທ່ານ ເຝີງ ຈູນຢາງ (Feng Junyang) ຮອງຫົວໜ້າຄະນະໂຄສະນາອົບຮົມ ຄະນະພັກແຂວງຢຸນນານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມຝ່າຍລາວ ແລະ ຝ່າຍຈີນ ໄດ້ຜັດປ່ຽນກັນມີຄໍາເຫັນສົນທະນາຫຼາຍຫົວຂໍ້ສໍາຄັນຈາກ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຕໍ່ວຽກງານໂຄສະນາໃຫ້ແກ່ໂຄງການ ໜຶ່ງແລວ ໜຶ່ງເສັ້ນທາງພາຍໃຕ້ຫົວຂໍ້: ການຮ່ວມມືສື່ມວນຊົນລາວໃນການປະກອບສ່ວນໂຄສະນາຕອບໂຕ້ຂ່າວບໍ່ດີ ທີ່ຕິດພັນກັບເສັ້ນທາງລົດໄຟລາວ-ຈີນ; ທ່ານ ນາງ ຈ້າວຈຸ່ນ (Zhao Jun) ບັນນາທິການໃຫຍ່ສູນການສື່ສານອາຊີ-ປາຊີຟິກ ອົງການພາສາຕ່າງປະເທດແຫ່ງຊາດຈີນ; ທ່ານ (ກ້າວ ຢັນຢຸນ) Guo Yanjunຫົວໜ້າສູນຄົ້ນຄວ້າອາຊີ ສະຖາບັນການຕ່າງປະເທດຈີນ; ທ່ານອໍາຄາ ວົງໝື່ນກ້າ ຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ; ທ່ານ (ມາ ຢົງຫົງ) Ma Yonghongຫົວໜ້າພະແນກໂຄສະນາອົບຮົມ ຄະນະພັກກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນ ສາຂາຄຸນໝິງ ຈໍາກັດ; ທ່ານ ນາງ ວັນເພັງ ແກ້ວປັນຍາ ຫົວໜ້າຫໍພິພິທະພັນແຫ່ງຊາດລາວ; ທ່ານ (ຫູ ຢວນຊິ) Hu Yuanziບັນນາທິການຊັ້ນສູງ ສໍານັກພິມປະຊາຊົນ ສໍານັກພິມວາລະສານ Abstracts of New China; ທ່ານນາງ ໂສພາພອນ ເຮືອງລິດ ຜູ້ອໍານວຍການສູນມືແຫ່ງຄວາມຫວັງ; ທ່ານ (ລີ ຊ່າວມິງ) Li Shaomingຮອງບັນນາທິການໃຫຍ່ກຸ່ມໜັງສືພິມລາຍວັນຢຸນນານ. ການສົນທະນາໃນຄັ້ງນີ້, ເພື່ອເຮັດໃຫ້ຕ່າງຝ່າຍຕ່າງໄດ້ຮັບຮູ້ ແລະ ເຂົ້າໃຈວຽກງານຕ່າງໆກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ໃນການໂຄສະນາ ແລະ ປະຕິບັດຕົວຈິງ, ຕາງຝ່າຍຕາງໃຫ້ການຮ່ວມມື ໃນຕະຫຼອດໄລຍະຜ່ານມາ ກໍຄືເລີ່ມແຕ່ເປີດເສັ້ນທາງລົດໄຟລາວ-ຈີນ ຈົນເຖິງປັດຈຸບັນ.
ໃນໂອກາດນີ້, ຍັງໄດ້ຈັດພິທີເປີດວາລະສານChina Report ASEAN ກັບ ວາລະສານຈໍາປາ ສະບັບພິເສດ ສະບັບເດືອນມັງກອນ 2025 ຢ່າງເປັນທາງການຕື່ມອີກ.
(ຂ່າວ-ພາບ: ວັນເພັງ)