ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນແຫ່ງສປປລາວຄົບຮອບ 35 ປີ (9 ມັງກອນ 1990–9 ມັງກອນ 2025) ໄດ້ຈັດຂຶ້ນໃນວັນທີ 8 ມັງກອນ ຜ່ານມາ. ດັ່ງນັ້ນ, ມາວັນທີ 16 ມັງກອນ ນີ້ ທີ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ), ທ່ານ ຄຳເພັດສົມວໍລະຈິດຮອງຫົວໜ້າ ອອປສໄດ້ຖະແຫຼງຂ່າວຜົນສຳເລັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນດັ່ງກ່າວຕໍ່ສື່ມວນຊົນວ່າ: ການທີ່ພວກເຮົາໄດ້ທົບທວນຄືນຂະບວນວິວັດຂອງການກຳເນີດເກີດຂຶ້ນຂອງອົງການໄອຍະການປະຊາຊົນທີ່ໄດ້ຮັບການພັດທະນາຢ່າງເປັນລຳດັບມາໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກເຮົາຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການທີ່ຂະຫຍາຍຕົວແລະຜັນແປໄປຕາມແຕ່ລະຍຸກແຕ່ລະສະໄໝນັ້ນເປັນການເຮັດໃຫ້ພວກເຮົາເຫັນໄດ້ການເຕີບໃຫຍ່ຂະຫຍາຍຕົວທີ່ເປັນບາດກ້າວທີ່ນັບມື້ນັບສົມບູນ, ໜັກແໜ້ນມາເປັນຢ່າງດີແລະກໍສາມາດເຫັນໄດ້ວ່າອົງການໄອຍະການປະຊາຊົນເຮົາກໍເປັນອົງການຈັດຕັ້ງຂອງລັດອົງການໜຶ່ງທີ່ໄດ້ປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນດ້ວຍຄວາມມານະພະຍາຍາມແລະມີຄວາມຮັບຜິດຊອບສູງສະເໝີມາ.
ໂດຍປະຕິບັດຕາມວັດຖຸປະສົງຂອງພັກເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າ “ມີຄວາມຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳແລະສີວິໄລ”ການຈັດຕັ້ງວຽກງານໄອຍະການຈຶ່ງແມ່ນຄວາມຈຳເປັນຂອງພັກໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມຕາມກົດໝາຍເພື່ອແນໃສ່ຮັກສາໝາກຜົນຂອງການປະຕິວັດໃນໄລຍະປົກປັກຮັກສາແລະສ້າງສາປະເທດຊາດ. ໃນວັນທີ 23 ພະຈິກ 1989 ກອງປະຊຸມສະໄໝສາມັນຂອງສະພາປະຊາຊົນສູງສຸດຊຸດທີ II ໄດ້ຮັບຮອງເອົາກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນແຫ່ງສປປລາວສະບັບທຳອິດແລະປະກາດໃຊ້ໂດຍດຳລັດຂອງປະທານປະເທດແຫ່ງສປປລາວໃນວັນທີ 9 ມັງກອນ 1990 ຊຶ່ງເປັນຂີດໝາຍປະຫວັດສາດສຳຄັນຂອງອົງການໄອຍະການປະຊາຊົນທີ່ໄດ້ກຳເນີດ, ເຕີບໃຫຍ່ຂະຫຍາຍຕົວມາຮອດປັດຈຸບັນແລະໄດ້ຖືເອົາວັນທີ 9 ມັງກອນເປັນວັນສ້າງຕັ້ງອົງການໄອຍະການປະຊາຊົນຢ່າງເປັນທາງການ.
ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1990 ອົງການໄອຍະການປະຊາຊົນກໍໄດ້ຕັ້ງໜ້າເຄື່ອນໄຫວປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງຕົນຕາມລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ, ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສັບສົນ ແລະ ໄດ້ປະເຊີນໜ້າກັບສິ່ງທົດສອບ ແລະ ທ້າທາຍຫຼາຍປະການ ແຕ່ໂດຍພາຍໃຕ້ການນຳພາຂອງສູນກາງພັກ ແລະ ຄວາມບຸກບືນຜ່ານຜ່າຂອງພະນັກງານ-ສະມາຊິກພັກທຸກທົ່ວໜ້າ, ອົງການໄອຍະການປະຊາຊົນ ແຕ່ສູນກາງລົງຮອດຖ້ອງຖິ່ນ ໄດ້ຮັບການພັດທະນາຢ່າງຮອບດ້ານ, ລະບົບການຈັດຕັ້ງຂອງອົງການໄອຍະການປະຊາຊົນ ໄດ້ຮັບການປັບປຸງ ໜັກແໜ້ນ, ເຂັ້ມແຂງ ເປັນກ້າວໆ, ຮັບປະກັນໄດ້ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເປັນຢ່າງດີ; ຖັນແຖວພະນັກງານໄອຍະການປະຊາຊົນ ສ່ວນຫຼວງຫຼາຍ ໄດ້ຮັບການກໍ່ສ້າງ-ບຳລຸງຍົກລະດັບທາງດ້ານຄຸນທາດການເມືອງ ແລະ ວິຊາສະເພາະ, ມີທັດສະນະຫຼັກໝັ້ນການເມືອງ, ຄຸນສົມບັດສິນທຳປະຕິວັດ ຮັບໃຊ້ປະຊາຊົນ, ເຮັດຫຼ້ອນໜ້າທີ່ການເມືອງຂອງຕົນເປັນຢ່າງດີ, ປະກອບສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ນັບມື້ນັບສັກສິດ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ເສດຖະກິດ-ສັງຄົມໄດ້ຮັບການພັດທະນາຕາມແນວທາງຂອງພັກທີ່ວາງໄວ້ ຢ່າງບໍ່ຢຸດຢັ້ງ. ຜົນສຳເລັດທີ່ໄດ້ກ່າວມນັ້ນ ແມ່ນຍ້ອນ ມີການຊີ້ນຳຢ່າງໃກ້ຊິດຂອງກົມການເມືອງສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ ບວກກັບຄວາມຮັບຜິດຊອບຂອງການນຳ, ພະນັກງານ ອົງການໄອຍະການປະຊາຊົນ ທຸກຍຸກທຸກສະໄໝ ທີ່ໄດ້ພ້ອມກັນອຸທິດຕົນ ເພື່ອພາລະກິດລວມຂອງອົງການໄອຍະການປະຊາຊົນ ຢ່າງສະເໝີຕົ້ນສະເໝີປາຍ ຕະຫຼອດມາ.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ໃຫ້ກຽດໂອ້ລົມ ຊຶ່ງກ່ອນອື່ນໝົດ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານ, ເສີມຂະຫຍາຍໄດ້ທາດແທ້ປະຕິວັດ ໃນການປະຕິບັດໜ້າທີ່ຂອງອົງການໄອຍະການປະຊາຊົນ, ບັນດາສະຫາຍການນຳ, ພະນັກງານໃນທຸກຍຸກທຸກສະໄໝ ຂອງອົງການໄອຍະການປະຊາຊົນ ທຸກຖ້ວນໜ້າໃນຂອບເຂດທົ່ວປະເທດ ພ້ອມທັງຊີ້ໃຫ້ເຫັນວ່າ: ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງພວກເຮົາໃນຕໍ່ໜ້າ ຍັງເຕັມໄປດ້ວຍສິ່ງທ້າທາຍນາໆປະການ ຊຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນກົງຈັກຂອງພັກ,ລັດ, ອົງການຈັດຕັ້ງມະຫາຊົນ ຕ້ອງສືບຕໍ່ເປັນຈິດໜຶ່ງໃຈດຽວຜ່ານຜ່າໄປໃຫ້ໄດ້, ນຳເອົາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.ສ່ວນອົງການປົກປ້ອງກົດໝາຍຕ່າງໆ ໂດຍສະເພາະອົງການໄອຍະການປະຊາຊົນຂອງພວກເຮົາ ກໍຕ້ອງບຸກບືນກ້າວຂຶ້ນ ເພື່ອໃຫ້ສົມວ່າເປັນອົງການເຮັດໜ້າທີ່ປົກປ້ອງກົດໝາຍ ແລະ ເພີ່ມທະວີນິຕິທໍາໃນສັງຄົມ;ເປັນອົງການທີ່ຈົງຮັກພັກດີຢ່າງສະເໝີຕົ້ນສະເໝີປາຍ ຕໍ່ແນວທາງ, ນະໂຍບາຍ ຂອງພັກ ພາຍໃຕ້ການນໍາພາ ຂອງພັກ;ເປັນອົງການທີ່ຊື່ສັດບໍລິສຸດ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ;ເປັນອົງການປ້ອງກັນ, ຕ້ານ, ສະກັດກັ້ນ ໜໍ່ແໜງຄວາມບໍ່ສະຫງົບ, ຕ້ານ, ສະກັດກັ້ນຄວາມພະຍາຍາມກະທໍາຜິດ, ການກະທຳຜິດ ແລະ ການລ່ວງລະເມີດກົດໝາຍ ຂອງປະເທດ;ເປັນອົງການເຄື່ອງມືທີ່ສັກສິດ ແລະ ເຊື່ອຖືໄດ້ ຂອງພັກ-ລັດ, ຂອງສັງຄົມໃນການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ, ປົກປ້ອງຜົນປະໂຫຍດຂອງລັດ, ປົກປ້ອງສິດເສລີພາບ ກໍຄືຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນ ຢ່າງແທ້ຈິງ.
ໃນໂອກາດ, ສະຫາຍທອງລຸນ ສີສຸລິດ ໄດ້ຊີ້ນຳ 6 ເນື້ອໃນຈິດໃຈສຳຄັນຄື: 1. ຮີບຮ້ອນປັບປຸງເນື້ອໃນກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ(ສະບັບປັບປຸງ) ທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ເມື່ອກາງເດືອນທັນວາ ຜ່ານມານີ້ໃຫ້ສົມບູນຍິ່ງຂຶ້ນ ແລະສາມາດປະກາດໃຊ້ໂດຍໄວ.ບັນຫາໜຶ່ງສໍາຄັນໃນການປັບປຸງຄັ້ງສຸດທ້າຍນີ້ຕ້ອງກໍານົດທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນໃຫ້ຊັດເຈນຂຶ້ນ, ບໍ່ກ້າວກ່າຍກັນ, ອັນໃດເປັນວຽກໄອຍະການປະຊາຊົນ, ອັນໃດເປັນວຽກສານ, ອັນໃດເປັນວຽກກວດກາ,ອັນໃດເປັນໜ້າທີ່ຂອງເຈົ້າໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ອັນໃດແມ່ນວຽກຂອງລັດຖະບານແລະສະພາແຫ່ງຊາດ, ສະພາທ້ອງຖິ່ນໃຫ້ມັນແຈ້ງ,ບໍ່ໃຫ້ມີການໜິ້ງກັນ, ລໍຖ້າກັນ-ບໍ່ຢາກໃຫ້ຕົກກໍລະນີບາງວຽກບໍ່ມີຄົນເຮັດ,ແຕ່ບາງວຽກພັດຫຼາຍຄົນຫຼາຍພາກສ່ວນປຸ້ມໃສ່ເຮັດເປັນຕົ້ນ; 2. ອົງການໄອຍະການປະຊາຊົນສືບຕໍ່ຮ່ວມກັບບັນດາອົງການລັດເພື່ອແກ້ໄຂສາຍພົວພັນ,ການປະສານສົມທົບແລະການຮ່ວມມືກັນໃຫ້ໃກ້ຊິດກວ່າເກົ່າໃນການຕິດຕາມ,ກວດກາການເຄົາລົບແລະປະຕິບັດກົດໝາຍຕາມພາລະບົດບາດຂອງໃຜມັນ. ບັນຫາຕ່າງໆທີ່ເກີດຂຶ້ນພວກເຮົາບໍ່ອາດຈະປະປ່ອຍໃຫ້ເປັນໄປຕາມມີຕາມເກີດໄດ້ອີກ, ບໍ່ອະນຸຍາດໃຫ້ເອື່ອຍອີງ-ໜິ້ງໃສ່ກັນຫຼືຶ ໂຍນຄວາມຮັບຜິດຊອບໃຫ້ກັນໄດ້ອີກ, ຖ້າການປະຕິບັດກົດໝາຍນັ້ນຊັກຊ້າ, ແກ່ຍາວ, ມັນຈະເຮັດໃຫ້ຄະດີຄວາມກ່າຍກອງຂຶ້ນຈະບໍ່ເປັນຜົນດີໃຫ້ສະຖຽນລະພາບແລະຄວາມສະຫງົບຂອງສັງຄົມ, ກະທົບຕໍ່ບົດບາດການນຳພາຂອງພັກ, ຂອງລັດເຮົາແລະກະທົບເຖິງຈິດໃຈຂອງປະຊາຊົນ; 3. ອົງການໄອຍະການປະຊາຊົນຕ້ອງສືບຕໍ່ປັບປຸງຕົນເອງຢ່າງຮອບດ້ານເປັນຕົ້ນທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ນໍ້າໃຈຮັບໃຊ້ປະຊາຊົນໃຫ້ນັບມື້ນັບສູງຂຶ້ນຢ່າງບໍ່ຢຸດຢັ້ງ; 4. ຕ້ອງບໍາລຸງສ້າງພະນັກງານຂອງຕົນໃຫ້ເຂັ້ມແຂງດ້ານວິຊາສະເພາະ, ວິຊາການໃຫ້ທັນສະໄໝ, ຫັນເຂົ້າສູ່ລະບົບທີ່ກ້າວໜ້າທັນສະໄໝ, ຮັບເອົາວິທະຍາສາດເຕັກໂນໂລຊີໃໝ່ເຂົ້າມາຮັບໃຊ້ວຽກງານຢ່າງທັນສະພາບການ; 5. ອົງການໄອຍະການປະຊາຊົນໃນຖານະທີ່ເປັນຕົວແທນໃຫ້ລັດຕ້ອງສ້າງຄວາມເຂັ້ມແຂງ, ສ້າງພູມຕ້ານທານ, ພູມຄຸ້ມກັນໃຫ້ໜັກແໜ້ນ, ປະຕິບັດກົດໝາຍໃຫ້ຖືກຕ້ອງ, ເປັນເອກະພາບແລະສະເໝີພາບ.ພະນັກງານໄອຍະການປະຊາຊົນຕ້ອງຢຶດໝັ້ນລັດຖະທໍາມະນູນແລະກົດໝາຍຢ່າງເຂັ້ມງວດ,ບໍ່ຄອນແຄນ, ບໍ່ຢ້ານກົວຕໍ່ການຂົ່ມຂູ່ທີ່ບໍ່ຖືກຕ້ອງເປັນທຳຂອງອິດທິພົນໃດໆທີ່ບໍ່ຊອບດ້ວຍກົດໝາຍ; ບໍ່ລັ່ງເລ, ຢຸດໆຢ່ອນໆໃນການແກ້ໄຂສິ່ງທີ່ລະເມີດກົດໝາຍ;ບໍ່ໃຫ້ຄວາມອະຍຸຕິທໍາ, ຄວາມບໍ່ຖືກຕ້ອງມາຄອບງໍາໄດ້; ບໍ່ຖືກສວຍໃຊ້ແລະຕົກເຂົ້າໃນກົນອຸບາຍຂອງພວກຄົນບໍ່ດີທີ່ຈ້ອງທຳລາຍມ້າງເພເຮົາ, ມ້າງເພຄວາມສະຫງົບຮຽບຮ້ອຍຂອງສັງຄົມ; ຕ້ອງຢຶດໝັ້ນໃນທາດແທ້ປະຕິວັດ, ຮັບໃຊ້ປະຊາຊົນ; ຕ້ອງເປັນແບບຢ່າງນໍາໜ້າເຮັດໃຫ້ມະຫາຊົນເຊື່ອຖື, ເຮັດໃຫ້ເປັນທີ່ເພິ່ງຂອງປະຊາຊົນດ້ວຍຫຼັກຍຸຕິທຳຢ່າງແທ້ຈິງ; ພັດທະນາ, ຍົກລະດັບຫັນເປັນມືອາຊີບ, ເປັນນັກກົດໝາຍທີ່ເກັ່ງຮອບດ້ານ-ໜັກແໜ້ນ, ສັດຊື່-ທ່ຽງທໍາ, ມີຈັນຍາບັນ, ຈັນຍາທຳແລະທັນສະໄໝຂຶ້ນທຸກໆເວລາ; 6. ໃຫ້ຖືເອົາການສະເຫຼີມສະຫຼອງ 35 ປີຂອງອົງການໄອຍະການປະຊາຊົນໄປພ້ອມກັນການສະເຫຼີມສະຫຼອງວັນສໍາຄັນປະຫວັດສາດຂອງພັກ, ຂອງຊາດໃນປີ 2025, ກະກຽມໃຫ້ດີແລະດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດໃຫ້ເປັນຂະບວນຟົດຟື້ນ,ຮ່ວມກັບທົ່ວພັກສ້າງໄດ້ຂະບວນການກ້າວໄປສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກເຮົາທີ່ຈະມາເຖິງ.
(ຂ່າວ-ພາບ: ວັນເພັງ)