ເພື່ອເຮັດໃຫ້ຮ່າງລັດຖະທຳມະນູນ ສະບັບປັບປຸງ ປີ 2025 ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບໂຄງການການເມືອງຂອງພັກ ສະບັບທີ 3 ແລະ ລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ເປັນການເຊື່ອມຊຶມ ແລະ ສ້າງຄວາມຮັບຮູ້ ເຂົ້າໃຈ ທີ່ຖືກຕ້ອງ ກ່ຽວກັບຮ່າງລັດຖະທຳມະນູນປັບປຸງ, ສືບຕໍ່ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ໃນທົ່ວສັງຄົມໃຫ້ດີຂຶ້ນກວ່າເກົ່າ; ທັງເປັນການປະກອບສ່ວນຍູ້ແຮງຂະບວນການແຂ່ງຂັນ ສ້າງຜົນງານຂ່ຳນັບຮັບຕ້ອນການດໍາເນີນກອງປະຊຸມໃຫຍ່ສາມຂັ້ນ ແລະ ຂ່ຳນັບຮັບຕ້ອນສາມວັນປະຫວັດສາດທີ່ສຳຄັນຂອງຊາດ ໃນປີ 2025.
ສະນັ້ນ, ໃນວັນທີ 16-17 ມັງກອນ 2025 ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ຈຶ່ງໄດ້ຈັດກອງປະຊຸມທາບທາມລັດຖະທຳມະນູນ ສຳລັບ 3 ແຂວງຄື: ສະຫວັນນະເຂດ, ຄຳມ່ວນ ແລະ ຈຳປາສັກ ຊຶ່ງຈັດຂຶ້ນທີ່ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກຮອງຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ, ມີທ່ານ ກົງແກ້ວວໍລະຈັກ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ, ທ່ານ ອຳໄພ ຈິດມານົນ ຮອງປະທານກຳມາທິການກົດໝາຍສະພາແຫ່ງຊາດ, ບັນດາທ່ານການນຳຈາກອົງການຈັດຕັ້ງພັກ-ລັດ, ບັນດາພະແນກການ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ສະພາການຄ້າ ແລະ ອຸດສາຫະກຳ, ແລະ ພາກສ່ວນທີ່ກ່ຽວຂ້ອງຈາກ 3 ແຂວງ ຄື: ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ ເຂົ້າຮ່ວມ 90 ກວ່າທ່ານ.
ໃນກອງປະຊູມ, ໄດ້ຮັບຟັງບົດອະທິບາຍການປັບປຸງເນື້ອໃນຂອງຮ່າງລັດຖະທຳມະນູນ ຈາກທ່ານ ອຳໄພ ຈິດມານົນ. ພ້ອມນັ້ນ, ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳເຫັນຢ່າງມີຈຸດສຸມ ແລະ ເປັນປະໂຫຍດ ເພື່ອເຮັດໃຫ້ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ນຳຄຳເຫັນໄປຄົ້ນຄວ້າ ແລະ ປັບປຸງຮ່າງລັດຖະທຳມະນູນໃຫ້ເປັນສະບັບສົມບູນ.
(ຂ່າວ-ພາບ: ສພຊ)