
ພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ນາງ ບຸນຮຽງ ບຸນຈິດ ປະທານແນວລາວສ້າງຊາດແຂວງ (ຜູ້ເກົ່າ) ແລະ ສະຫາຍ ນາງ ວິໄລວັນ ດາລາສິນ ວ່າການປະທານແນວລາວສ້າງຊາດແຂວງ (ຜູ້ໃໝ່), ສະຫາຍ ນາງ ມະໂນລາ ສຸດທິຈັກ ຫົວໜ້າອົງການກາແດງແຂວງ (ຜູ້ເກົ່າ) ແລະ ສະຫາຍ ນາງ ຂັນທະລີ ສິມທອງຄໍາ ຫົວໜ້າອົງການກາແດງແຂວງ (ຜູ້ໃໝ) ແລະ ສະຫາຍ ນາງ ວິໄລວັນ ດາລາສິນ ປະທານສະຫະພັນແມ່ຍິງແຂວງ (ຜູ້ເກົ່າ) ແລະ ສະຫາຍ ນາງ ມະໂນລາ ສຸດທິຈັກ ວ່າການປະທານສະຫະພັນແມ່ຍິງແຂວງ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 22 ມັງກອນຜ່ານມາ ທີ່ສະໂມສອນຫ້ອງວ່າການແຂວງ ໂດຍມີ ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ເຫລັກໄຫລ ສີວິໄລ ໄດ້ມີຄຳເຫັນວ່າ: ການມອບ-ຮັບໜ້າທີ່ໃນຄັ້ງນີ້, ສຸດທີ່ມີຄວາມໝາຍສໍາຄັນ ໃນການສັບປ່ຽນບ່ອນປະຈໍາການ ຂອງພະນັກງານນໍາພາ-ຄຸ້ມຄອງ ຂອງອົງການປົກຄອງແຂວງ ໂດຍອີງຕາມຫຼັກການ ແລະ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ເພື່ອຮັບປະກັນລັກສະນະສືບທອດຕໍ່ເນື່ອງ ໃນການປະຕິບັດໜ້າທີ່ການເມືອງໃນແຕ່ລະຂົງເຂດ ກໍຄືການປັບປຸງວຽກງານໃນແຕ່ລະໄລຍະ. ສໍາລັບ ສະຫາຍ ນາງ ວິໄລວັນ ດາລາສິນ, ສະຫາຍ ນາງ ມະໂນລາ ສຸດທິຈັກ ແລະ ສະຫາຍ ນາງ ຂັນທະລີ ສິມທອງຄໍາ ທີ່ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ ຈົ່ງສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມເສີມຂະຫຍາຍບົດຮຽນການນຳພາ ຮ່ວມກັບໝູ່ຄະນະນຳໄປໝູນໃຊ້ເຂົ້າໃນການຄຸ້ມຄອງ ແລະ ນຳພາວຽກງານອັນໃໝ່ໃຫ້ນັບມື້ດີຂຶ້ນ.
ສ່ວນສະຫາຍ ນາງ ບຸນຮຽງ ບຸນຈິດ ທີ່ໄດ້ຮັບນະໂຍບາຍພັກການ-ຮັບອຸດໜຸນບໍານານ, ຊຶ່ງນະໂຍບາຍນີ້ ແມ່ນໄດ້ກໍານົດໄວ້ໃນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແມ່ນວຽກງານປົກກະຕິຢູ່ໃນແບບແຜນການນໍາພາຂອງພັກເຮົາ. ໃນໄລຍະຜ່ານມາ ສະຫາຍໄດ້ປະກອບສ່ວນ ແລະ ເສຍສະຫຼະທາງດ້ານເຫື່ອແຮງ, ສະຕິປັນຍາ ເຂົ້າໃນພາລະກິດປະຕິວັດຂອງພັກ ແລະ ມີຜົນງານຢ່າງໃຫຍ່ຫຼວງ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືແຂວງເຊກອງພວກເຮົາ.
(ຂ່າວ-ພາບ: ສັນຍາ)