
ກອງປະຊຸມສະໄມສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ II ໄດ້ໄຂຂຶ້ນ ໃນວັນທີ 23 ມັງກອນນີ້ ທີ່ສະໂມສອນສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງ ທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນ ແຂວງອັດຕະປື, ມີທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ມີບັນດາທ່ານການນໍາພັກ-ລັດແຂວງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ຄົ້ນຄວ້າ ແລະ ພິຈາລະນາຮັບຮອງບັນດາເນື້ອໃນທີ່ສໍາຄັນຂອງທ້ອງຖີ່ນ ຄື: ຮັບຟັງບົດລາຍງານຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2024 ແລະ ທິດທາງແຜນການ 2025, ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແຜນການລົງທຶນຂອງລັດ ປີ 2025, ແຜນຈັດສັນງົບປະມານແຫ່ງລັດໃຫ້ບັນດາພະແນກການ, ອົງການທຽບເທົ່າພະແນກຂັ້ນແຂວງ ໃນປີ 2025, ສະເໜີຂໍດັດແກ້ງົບປະມານແຫ່ງລັດ ປີ 2024 ແລະ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ຮັບຟັງບົດລາຍງານຂອງພະແນກແຜນການ ແລະ ການລົງທຶນ ກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ປີ 2024 ແລະ ແຜນການຈັດສັນໂຄງການລົງທຶນປີ 2025, ຮັບຟັງການລາຍງານກ່ຽວກັບການຈັດສັນງົບປະມານ ປີ 2025 ແລະ ການຫັນເປັນທັນສະໄໝໃນການຈັດເກັບລາຍຮັບເຂົ້າງົບປະມານ ແລະ ການແບ່ງຂັ້ນຄຸ້ມຄອງ, ຮັບຟັງການລາຍງານກ່ຽວກັບການຊຸກຍູ້, ການຕິດຕາມກວດກາການແກ້ໄຂບັນຫາຂໍ້ຂັດແຍ່ງທີ່ດີນ, ການບຸກລຸກຊັບພະຍາ ກອນປ່າໄມ້ ແລະ ການແກ້ໄຂບັນຫາການສໍ້ລາດບັງ ຫຼວງ ປີ 2024 ແລະ ທິດທາງ 2025, ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ບົດລາຍງານຂອງອົງການກວດສອບພາກໃຕ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປີ 2024 ແລະ ທິດທາງແຜນການປີ 2025, ລາຍງານຜົນການກວດກາຕາມຜົນການກວດສອບຄືນ, ການແກ້ໄຂຜົນການກວດສອບ ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັງປະຕິບັດງົບປະມານຂອງແຂວງ ປະຈໍາປີ 2023, ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັງປະຕິບັດວຽກງານ ປີ 2024 ແລະ ທິດທາງແຜນການປີ 2025, ລາຍງານຜົນການກວດກາ ຕາມຜົນການກວດສອບຮອດປີ 2022 ແລະ ວຽກງານຕ້ານການສໍ້ລາດບັງຫຼວງ, ບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປີ 2024 ແລະ ທິດທາງແຜນການ ປີ 2025, ບົດລາຍງານຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ຊຸດທີ II ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ທິດທາງແຜນການປີ 2025 ແລະ ຈະໄດ້ຮັບຟັງການລາຍງານຜົນຂອງການພິຈາລະນາ ຮັບຮອງເອົາການສະເໜີແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງ ພະນັກງານນໍາພາ-ຄຸ້ມຄອງຂອງແຂວງ.
ໃນລະຫວ່າງການດຳເນີນກອງປະຊຸມ ຍັງຈະໄດ້ຮັບຟັງການຊີ້ແຈງເພີ້ມເຕີມຕໍ່ຄໍາຊັກຖາມຂອງຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ ທີ່ເປັນບັນຫາພົ້ນເດັ່ນ ຈາກພະແນກການອ້ອມຂ້າງ ແລະ ໃນໄລຍະດໍາເນີນກອງປະຊຸມ ຄະນະເລຂາທິການສະພາປະຊາຊົນແຂວງ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ 036 156 ເພື່ອຮັບເອົາຄໍາຄິດ, ຄໍາເຫັນ ແລະ ຄໍາສະເໜີໂດຍກົງຈາກປະຊາຊົນ.
(ຂ່າວ: ມະນີວອນ)