ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ (ຄລຊ) ສະໜັບສະໜູນໂດຍ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ຊາດ ແລະ ສະພາປະຊາຊົນຂັ້ນແຂວງ (STEPs) ໄດ້ຈັດກອງປະຊຸມທາບທາມຮ່າງລັດຖະທຳມະນູນ ສະບັບປັບປຸງປີ 2025 ສໍາລັບ 3 ແຂວງຄື: ແຂວງຫຼວງພະບາງ, ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ ຂຶ້ນໃນລະຫວ່າງວັນທີ 23-24 ມັງກອນນີ້ ທີ່ແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ພຸວົງ ອຸ່ນຄຳແສນ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ, ມີທ່ານຮອງເຈົ້າແຂວງ, ທ່ານປະທານ, ຮອງປະທານສະພາປະຊາຊົນແຂວງ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການປົກຄອງແຂວງ, ບັນດາພະແນກການ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ສະພາການຄ້າ-​ອຸດສາຫະກຳ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງ 3 ແຂວງເຂົ້າຮ່ວມ.
ທ່ານ ພຸວົງ ອຸ່ນຄຳແສນ ໄດ້ກ່າວວ່າ: ຈຸດປະສົງ ແລະ ລະດັບຄາດໝາຍຕົ້ນຕໍຂອງກອງປະຊຸມທາບທາມຄຳເຫັນ ໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງ ຄັ້ງນີ້ ແມ່ນແນໃສ່ເພື່ອເຮັດໃຫ້ຮ່າງລັດຖະທຳມະນູນສະບັບປັບປຸງປີ 2025 ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບໂຄງການການເມືອງຂອງພັກ ສະບັບທີ 3 ແລະ ລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ເພື່ອເຊື່ອມຊຶມ ແລະ ສ້າງຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງກ່ຽວກັບຮ່າງລັດຖະທຳມະນູນສະບັບປັບປຸງ, ສືບຕໍ່ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນໃນທົ່ວສັງຄົມໃຫ້ດີຂຶ້ນກວ່າເກົ່າ; ທັງເປັນການປະກອບສ່ວນຍູ້ແຮງຂະບວນການແຂ່ງຂັນສ້າງຜົນງານຂ່ຳນັບຮັບຕ້ອນການດໍາເນີນກອງປະຊຸມໃຫຍ່ສາມຂັ້ນ ແລະ ຂ່ຳນັບຮັບຕ້ອນສາມວັນປະຫວັດສາດທີ່ສຳຄັນຂອງຊາດ ໃນປີ 2025.
ທ່ານ ຄຳຈັນ ໂສຕາປະເສີດ ກຳມະການຄະນະປະຈຳ ສະພາແຫ່ງຊາດ ປະທານກຳມາທິການບັນດາເຜົ່າ, ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ. ໄດ້ກ່າວວ່າ: ເຫດຜົນ ແລະ ຄວາມຈຳເປັນ ໃນການປັບປຸງລັດຖະທຳມະນູນສະບັບປີ 2015 ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI, ຄັ້ງວັນທີ 1 ພະຈິກ 2024 ໄດ້ມີທິດຊີ້ນໍາ ຕໍ່ການປັບປຸງລັດຖະທຳມະນູນປີ 2015 ດັ່ງນີ້: ແນໃສ່ການປັບປຸງລະບົບອຳນາດແຫ່ງລັດ ໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ແນໃສ່ສ້າງພື້ນຖານທາງ ດ້ານກົດໝາຍ ກໍຄືນິຕິກຳທີ່ຈະວາງອອກໃນຕໍ່ໜ້າ ໃຫ້ຮັບປະກັນແນວທາງການເມືອງຂອງພັກ, ການຄຸ້ມຄອງ- ບໍລິຫານລັດໃນໄລຍະໃໝ່; ການປັບປຸງລັດຖະທຳມະນູນຄັ້ງນີ້ ຕົ້ນຕໍແມ່ນສຸມໃສ່ປັບປຸງບາງໝວດ, ບາງມາດຕາ ເພື່ອຮັບປະກັນ ຫຼື ຮອງຮັບແນວທາງການເມືອງຂອງພັກ ແລະ ແນວທາງການຈັດຕັ້ງ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່ ກໍຄື ແນວທາງປ່ຽນແປງໃໝ່ໃນຊຸມປີຕໍ່ໜ້າ, ໂດຍສະເພາະໃນສະໄໝ ທີ XII ຂອງພັກ ຫາກບໍ່ແມ່ນການປັບປຸງທັງໝົດ ເນື້ອໃນຂອງລັດຖະທຳມະນູນ. ໝາຍວ່າ ອັນໃດທີ່ເຂົ້າໃຈເປັນເອກະພາບ, ປະຕິບັດມີປະສິດທິຜົນ, ບໍ່ມີຄວາມສັບສົນ ຫຼື ເປັນບັນຫາຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ກໍບໍ່ຈຳເປັນຕ້ອງປັບປຸງຕື່ມອີກ; ການປັບປຸງລັດຖະທຳມະນູນ ຕ້ອງມີເນື້ອໃນສອດຄ່ອງກັບບັນດາເນື້ອໃນຂອງໂຄງການການເມືອງຂອງພັກ ສະບັບທີ 3, ຮ່າງລາຍງານການເມືອງທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ ສະໄໝທີ XII ຂອງພັກ, ມະຕິ 05/ຄບສພ, ມະຕິ 04/ກມສພ ແລະ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 173/ຄລສພ ໂດຍສະເພາະ ບັນຫາບົດບາດພັກເປັນແກນນໍາ, ບັນຫາຈຸດໝາຍສັງຄົມນິຍົມ, ບັນຫາເສດຖະກິດເອກະລາດເປັນເຈົ້າຕົນເອງ, ບັນຫາການແບ່ງຂັ້ນຄຸ້ມຄອງ, ການກໍານົດຊື່ເອີ້ນຕ່າງໆ ຕ້ອງປັບປຸງໄປລວງດຽວກັນ.
ໂຄງປະກອບ ແລະ ເນື້ອໃນຂອງລັດຖະທຳມະນູນສະບັບປີ 2015 ທີ່ມີການປັບປຸງ ປະກອບດ້ວຍ 14 ໝວດ ແລະ 119 ມາດຕາ. ສຳລັບຮ່າງລັດຖະທຳມະນູນ (ສະບັບປັັບປຸງ) ປະກອບດ້ວຍ 14 ໝວດ ແລະ 122 ມາດຕາ. ໃນນີ້ ໄດ້ປັບປຸງ 48 ມາດຕາ, ເພີ່ມໃໝ່ 5 ມາດຕາ ແລະ ຮັກສາເນື້ອໃນໄວ້ຄືເກົ່າ 69 ມາດຕາ.
ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳເຫັນຢ່າງມີຈຸດສຸມ ແລະ ເປັນປະໂຫຍດ ເພື່ອໃຫ້ ຄລຊ ນຳຄຳເຫັນໄປຄົ້ນຄວ້າ ແລະ ປັບປຸງຮ່າງລັດຖະທຳມະນູນໃຫ້ເປັນສະບັບສົມບູນ ເພື່ອນຳສະເໜີຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ທີ່ຈະເປີດຂຶ້ນໃນທ້າຍເດືອນມີນານີ້.
ຂ່າວ-ພາບ: ບຸນຕອມ.