ໂດຍ: .ບຸດປະຊາ
ເນື່ອງໃນໂອກາດ ສະຫຼອງວັນສ້າງຕັ້ງພັກປະ​ຊາ​ຊົນ​ປະ​ຕິ​ວັດລາວ ຄົບຮອບ 70 ປີ (22 ມີນາ 1955- 22 ມີນາ 2025), ສະຫາຍ ໄຊຊະນະ ໂຄດພູທອນກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ)​ໄດ້ສະ​ແດງຄວາມຮູ້ສຶກຕໍ່ວັນສຳຄັນດັ່ງກ່າວ​ເມື່ອ​ວັນ​ທີ 3 ກຸມ​ພາ​ຜ່ານ​ມາ; ພ້ອມດຽວກັນ, ກໍໄດ້ຍົກໃຫ້ເຫັນວ່າ ອອປສ ໄດ້ປະກອບສ່ວນສຳຄັນ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ຂອງ ສປປ ລາວ ນັບມື້ມີຄວາມສັກສິດ.
ສະຫາຍ ໄຊຊະນະ ໂຄດພູທອນໄດ້ກ່າວວ່າ: ໃນນາມສະມາຊິກພັກຂ້າພະເຈົ້າຮູ້ສຶກເອກອ້າງແລະພາກພູມໃຈເປັນຢ່າງຍິ່ງທີ່ຕະຫຼອດໄລຍະ70ປີຜ່ານມາເຫັນໄດ້ວ່າປະເທດຊາດຂອງພວກເຮົາ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວຊຶ່ງກ່ອນໜ້ານີ້ 70 ປີ ປະເທດຊາດ ແລະ ປະຊາຊົນຂອງພວກເຮົາ ຍັງຕົກຢູ່ພາຍໃຕ້ລະບອບລ່າເມືອງຂຶ້ນ ແລະ ລະບອບສັກດີນາທີ່ຫຼ້າສະໄໝ ເຮັດໃຫ້ປະເທດຊາດຂອງພວກເຮົາຕົກຢູ່ພາຍໃຕ້ການບົງການທາງການເມືອງຈາກພາຍນອກ, ຂາດຄວາມເປັນເອກະລາດ ທີ່ຄົນພາຍໃນຊາດຕ້ອງກໍານົດຊາຕາກໍາຂອງຊາດຕົນ ເຮັດໃຫ້ປະຊາຊົນລາວບັນດາເຜົ່າຂາດຄວາມເປັນເຈົ້າຂອງປະເທດຊາດ.
ຕໍ່ກັບສະພາບການທີ່ບ້ານເມືອງກໍາລັງຕົກຢູ່ໃນຄວາມມືດມົນຢູ່ນັ້ນ, ໂດຍໄດ້ຮັບແສງສະຫວ່າງຈາກລັດທິມາກ-ເລນິນ ທີ່ປະທານໂຮ່ຈິມິນ ໄດ້ນໍາເຂົ້າມາ, ພັກປະຊາຊົນລາວ (ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ) ກໍໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ໂດຍປະທານ ໄກສອນ ພົມວິຫານ ໄດ້ຖືກເລືອກຕັ້ງເປັນເລຂາຄະນະຊີ້ນໍາສູນກາງ(ເລຂາທິການໃຫຍ່) ພ້ອມທັງໄດ້ວາງແຜນດໍາເນີນງານ 12 ຂໍ້ ຊຶ່ງເປັນໂຄງການການເມືອງສະບັບທໍາອິດ ເພື່ອແນໃສ່ຫຼ້ອນໜ້າທີ່ຂອງພັກໃນໄລຍະໃໝ່, ກາຍເປັນແນວທາງກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານ, ພັກໄດ້ຊັກຈູງປະຊາຊົນເຮົາ ດໍາເນີນການຕໍ່ສູ້ ຍາດເອົາໄຊຊະນະນັບມື້ນັບໃຫຍ່ຫຼວງ, ສາມາດເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ ສູ້ຊົນເຮັດສໍາເລັດພາລະກິດປົດປ່ອຍຊາດ ເຮັດໃຫ້ປະເທດລາວ ເປັນປະເທດ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ. ການສ້າງຕັ້ງພັກປະຊາຊົນລາວ ກັບການວາງນະໂຍບາຍ ແຜນດໍາເນີນງານ 12 ຂໍ້ ທີ່ກ່າວມານັ້ນ ແມ່ນມີຄວາມສໍາຄັນຫຼາຍ ເພາະມັນໄດ້ກໍານົດທິດທາງ, ບາດກ້າວອັນຈະແຈ້ງໃນພາລະກິດປະຕິວັດ, ພັກໄດ້ເດີນຕາມເສັ້ນທາງຂອງລັດທິມາກ-ເລນິນ, ເປັນຕົວແທນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານທີ່ແທ້ຈິງ; ພັກຖືເອົາການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນເປັນທິດນໍາພື້ນຖານໃນການເຄື່ອນໄຫວຂອງຕົນ, ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຢືນຢັນແຕ່ຫົວທີວ່າ “ພັກເຮົາ ໄດ້ກໍາເນີດເກີດຂຶ້ນ ໂດຍການປະສານສົມທົບ ລະຫວ່າງ ລັດທິມາກ-ເລນິນ ກັບລັດທິຮັກຊາດອັນແທ້ຈິງ ແລະ ລັດທິສາກົນກໍາມະຊີບອັນຜ່ອງໃສ”.
ເມື່ອປົດປ່ອຍປະເທດຊາດສໍາເລັດແລ້ວ, ພັກເຮົາໃນຖານະພັກກໍາອໍານາດໃນລະບອບປະຊາທິປະໄຕປະຊາຊົນ ໄດ້ນໍາພາປະຊາຊົນລາວບັນດາເຜົ່າປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຊຶ່ງພັກເຮົາໄດ້ປະເຊີນໜ້າກັບສິ່ງທ້າທາຍທົດສອບ ຫຼາຍອັນພັນແນວ ເປັນຕົ້ນແມ່ນກໍາລັງການຜະລິດຫຼ້າຫຼັງ, ປະຖົມປະຖານ ພື້ນຖານການຜະລິດຍັງອ່ອນນ້ອຍ ບວກກັບພວກອິດທິກໍາລັງປໍລະປັກຍັງສືບຕໍ່ປະຕິບັດກົນອຸບາຍທີ່ຫວັງມ້າງເພທຳລາຍລະບອບ​ໃໝ່ຂອງພວກເຮົາ, ພັກເຮົາໄດ້ມີໄຫວພິບການນໍາພາ ໂດຍໄດ້ນໍາພາປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ, ເປີດກວ້າງການຮ່ວມມືກັບທຸກປະເທດໃນພາກພື້ນ ແລະ ໃນໂລກ ບົນພື້ນຖານຫຼັກການຢູ່ຮ່ວມກັນໂດຍສັນຕິ: ສັນຕິພາບ, ເອກະລາດ, ມິດຕະພາບ, ການຮ່ວມມືແບບສະເໝີຕົ້ນສະເໝີປາຍ ຕ່າງຝ່າຍຕ່າງມີປະໂຫຍດ. ຕະຫຼອດໄລຍະ 70 ປີ ທີ່ຜ່ານມາພັກເຮົາ ໄດ້ນໍາເອົາຄວາມເປັນເອກະລາດມາສູ່ປະເທດຊາດ, ສ້າງໃຫ້ປະເທດຊາດເຮົາມີຄວາມສະຫງົບ, ປະຊາຊົນຍູ່ຖ່າງທຳມາຫາກິນ ແລະ ສ້າງສາບ້ານຊ່ອງຂອງຕົນ, ຖານະບົດບາດຂອງປະເທດເຮົາໄດ້ຮັບການຍອມຮັບ, ຍົກສູງໃນເວທີສາກົນ ແລະ ມີເພື່ອນມິດເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ອັນນັ້ນ, ມັນໄດ້ສ້າງຄວາມເອກອ້າງທະນົງໃຈໃຫ້ພວກເຮົາທີ່ມີພັກນໍາພາເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າໃຫ້ເປັນປຶກແຜ່ນແໜ້ນໜາ ກາຍເປັນກໍາລັງແຮງສັງລວມຂອງຊາດ.
ເວົ້າສະເພາະ ອົງການ​ໄອ​ຍະ​ການ​ປະຊາຊົນ ​ແມ່ນ ​ອົງການລັດ ທີ່​​ເຮັດ​ໜ້າ​ທີ່ຕິດຕາມ​ກວດກາ​ການເຄົາລົບ​ ແລະ ປະຕິບັດ​​ກົດໝາຍ​​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ແລະ ສັ່ງຟ້ອງຜູ້​ຖືກ​ຫາຂຶ້ນສານ ຕາມ​ກົດໝາຍ. ອົງການໄອຍະການປະຊາຊົນແຕ່ລະຂັ້ນ ໄດ້ເອົາໃຈໃສ່ຍົກສູງຄຸນນະພາບການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ໂດຍຖືເອົາການຄົ້ນຄວ້າ ແລະ ພິຈາລະນາຄະດີເປັນໜ້າທີ່ສໍາຄັນຕົ້ນຕໍ ໂດຍເຄົາລົບຫຼັກການຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ແລະ ຢຶດໝັ້ນ 4 ຮັບປະກັນຄື: ຮັບປະກັນຄວາມຖືກຕ້ອງ, ຍຸຕິທໍາ, ໂປ່ງໃສ ແລະ ທັນຕາມກໍານົດເວລາ. ໂດຍພາຍໃຕ້ການນຳພາຂອງພັກ, ອົງການໄອຍະການປະຊາຊົນໄດ້ຮັບການພັດທະນາແລະເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ, ສາມາດເຮັດຫຼ້ອນໜ້າທີ່ການເມືອງທີ່ພັກແລະລັດມອບໝາຍໃຫ້ເປັນຢ່າງດີ, ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດໂດຍສະເພາະເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍຂອງສປປລາວນັບມື້ມີຄວາມຄ່ອງຕົວແລະສັກສິດຕາມລັດຖະທຳມະນູນແລະກົດໝາຍ, ສັງຄົມມີຄວາມສະຫງົບແລະຍຸຕິທຳເພີ່ມຂຶ້ນ,ສິດຜົນປະໂຫຍດຂອງລັດ, ລວມໝູ່ແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າໄດ້ຮັບການປົກປ້ອງ, ຊີວິດການເປັນຢູ່ທາງດ້ານວັດຖຸແລະຈິດໃຈໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.
ເພື່ອເປັນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກ ຄົບຮອບ 70 ປີ ແລະ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະມາເຖິງ,ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ອົງການໄອຍະການປະຊາຊົນສູງສຸດ ໄດ້​ປຸກ​ລະ​ດົມແລະຊຸກ​ຍູ້​ສະ​ມາ​ຊິກພັກ-ພະນັກງານເຂົ້າ​ຮ່ວມ​ໃນ​ຂະ​ບວນ​ການ​ຄົ້​ນຄວ້າ​ຮ່ຳ​ຮຽນ, ເຊື່ອມ​ຊຶມມະ​ຕິ​ຄຳ​ສັ່ງ, ຄຳ​ແນະ​ນຳແລະເອ​ກະ​ສານ​ສຳ​ຄັນ​ຕ່າງໆເປັນ​ຕົ້​ນ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ XI ຂອງ​ພັກ, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ຄັ້ງທີ V ຂອງ​ອົງ​ຄະ​ນະ​ພັກ​ ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ, ຈັດຕັ້ງໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ,ສ້າງຂະບວນການອອກແຮງງານ, ຕັ້ງໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ​ຂອງ​ສັງ​ຄົມ, ຂອງ​ອົງການ, ກົມ​ກອງ​ຢ່າງ​ເປັນ​ຂະ​ບວນຟົດຟື້ນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມທີ່​ພັກ-ລັດ​ວາງ​ອອກ ​ໂດຍ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ວຽກ​ງານ​ໄອຍະການ ແລະ ການຈັດຕັ້ງປະຕິບັດ​ຂໍ້​ແຂ່ງ​ຂັນ 3 ມີ (ມີແນວຄິດການເມືອງດີ, ມີການພັດທະນາ ແລະ ມີຄວາມສາມັກຄີ) ແລະ 4 ຮັບປະກັນ ທີ່ກ່າວມາຂ້າງເທິງແລ້ວໃຫ້ເຂົ້າ​ສູ່ວຽກ​ງານ​ຕົວ​ຈິງ.
ເນື່ອງໃນວັນສ້າງຕັ້ງພັກ ປປ ລາວຄົບຮອບ70ປີໃນນາມສ່ວນຕົວຂໍອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ,ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວແລະມີຜົນສໍາເລັດໃນໜ້າທີ່ວຽກງານທຸກປະການ ແລະ ສືບຕໍ່​ຊີ້​ນຳ-ນໍາພາ ປະ​ເທດ​ຊາດໃຫ້​ຈະ​ເລີນ​ຮຸ່ງ​ເຮືອງຂຶ້ນ​ເລື້ອຍໆ.