ໃນວັນທີ 5 ກຸມພາຜ່ານມາ, ອົງການກາແດງແຂວງສາລະວັນເຄື່ອນໄຫວຮັບບໍລິຈາກເລືອດແບບສະໝັກໃຈຢູ່ທີ່ໂຮງຮຽນມັດທະຍົມສົມບູນອົງແກ້ວ, ໂດຍມີ ທ່ານ ນາງ ວິໄລ ຈວງທະຈັກ ຮອງຫົວໜ້າອົງການກາແດງແຂວງ ສາລະວັນ, ທ່ານ ນາງ ດາວວອນ ຈັນມະນີວົງ ຮອງຜູ້ອຳນວຍການໂຮງຮຽນມັດທະຍົມສົມບຸນອົງແກ້ວ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ທ່ານ ນາງ ວິໄລ ຈວງທະຈັກ ໄດ້ໃຫ້ຮູ້ວ່າ: “ເລືອດ” ບໍ່ມີໂຮງງານຜະລິດ ແລະ ບໍ່ແມ່ນວັດຖຸທີ່ຊື້-ຂາຍກັນໄດ້, ຄວາມຕ້ອງການເລືອດເພື່ອໃຊ້ເຂົ້າໃນການປິ່ນປົວໃນແຕ່ລະປີເພີ່ມສູງຂຶ້ນ ແລະ ຍັງບໍ່ມີຜູ້ໃດສາມາດຄິດຄົ້ນປະດິດສານອື່ນໆ ມາໃຊ້ແທນເລືອດໄດ້, ສິ່ງທີ່ໄດ້ຈາກການບໍລິຈາກເລືອດກໍຄື ໄດ້ສຸຂະພາບທີ່ແຂງແຮງໂດຍສະເພາະຫຼຸດຜ່ອນຄວາມສ່ຽງພະຍາດຫົວໃຈ, ຫຼຸດຜ່ອນຄວາມສ່ຽງພະຍາດມະເຮັງ, ຫຼຸດລະດັບຄໍເລດສະເຕລໍ, ສົ່ງເສີມການສ້າງຈຸລັງໃໝ່, ໄດ້ກະຕຸ້ນການເຮັດວຽກຂອງແອກະດູກ ທັງໄດ້ກວດສຸຂະພາບ, ຮູ້ໝວດເລືອດຕົນເອງ ແລະ ສິ່ງສໍາຄັນແມ່ນໄດ້ຊ່ວຍເຫຼືອຊີວິດຄົນອື່ນ.
ສໍາລັບເງື່ອນໄຂທົ່ວໄປຂອງຜູ້ບໍລິຈາກເລືອດ ເພດຊາຍ ອາຍຸ 17-65 ປີ, ເພດຍິງ, ອາຍຸ 17 -60 ປີ, ນໍ້າໜັກ 45 ກິໂລກຣາມ ຂຶ້ນໄປ, ມີສຸຂະພາບແຂງແຮງ ແລະ ເງື່ອນໄຂອື່ນໆອີກ.
ການລົງເຄື່ອນໄຫວຮັບບໍລິຈາກເລືອດແບບສະໝັກໃຈໃນຄັ້ງນີ້, ມີຜູ້ບໍລິຈາກເລືອດທັງໝົດ 8 ຄົນ, ໄດ້ເລືອດທັງໝົດ 8 ຖົງເທົ່າກັບ 2,800 ຊີຊີ
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)