![](nimg/62077900720250207_135522.jpg)
ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານກະຊວງສາທາລະນະສຸກ (ສທ) ຄັ້ງທີ VIII ໄດ້ຈັດຂຶ້ນໃນວັນທີ 7 ກຸມພານີ້ ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງສະຫາຍ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ (ສກລ); ມີສະຫາຍ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີປະທານສະຫະພັນກຳມະບານກະຊວງ, ປະທານສະຫະພັນກຳມະບານແຂວງເຂົ້າຮ່ວມ.
ສະຫາຍ ບຸນເລື່ອນ ດວງເດືອນ ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານກະຊວງ ສທ ໄດ້ຜ່ານບົດລາຍງານການເມືອງ ແລະ ທິດທາງແຜນການປີ (2025-2030), ການຈັດຕັ້ງປະຕິບັດວຽກງານການເຄື່ອນ ໄຫວຂອງສະຫະພັນກຳມະບານກະຊວງ ສທ ກໍຄືກໍາມະບານຮາກຖານອ້ອມຂ້າງໃນໄລຍະ 5 ປີຜ່ານມາ (2019-2024). ຜ່ານການຈັດຕັ້ງປະຕິບັດໃນ 5 ປີຜ່ານມາ ສາມາດປະເມີນຕີລາຄາເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າສະເລ່ຍໄດ້ 90.64% ຖືວ່າທຸກຮາກຖານໄດ້ຮັບນາມມະຍົດ 100%.
ໃນພິທີໄດ້ຜ່ານຂໍ້ຕົກລົງຍ້ອງຍໍ (ມອບທຸງໄຊ, ຫຼຽນກາ, ຮາກຖານລວມໝູ່ ແລະ ບຸກຄົນ) ແລະ ໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນກຳມະບານກະຊວງ ສທ ຊຸດໃໝ່. ຈາກຜົນສໍາເລັດໃນຂ້າງເທິງນັ້ນ, ສະຫະພັນກໍາມະບານກະຊວງ ສທ ຈຶ່ງໄດ້ຮັບການຍ້ອງຍໍດັ່ງນີ້: ສະຫະພັນກໍາມະບານກະຊວງ ສທ ຖືກຮັບຮອງ ແລະ ປະກາດເປັນສະຫະພັນກໍາມະບານ 5 ເປັນເຈົ້າ 4 ປີຕໍ່ເນື່ອງ ແລະ ໄດ້ຮັບຫຼຽນກາສູງສຸດຂອງ ສກລ ແລະ ທຸງໄຊ ຄົບຮອບ 5 ປີ 1 ຜືນ; ຍ້ອງຍໍຫຼຽນກາກໍາມະບານການນໍາກະຊວງ ຄະນະບໍລິຫານງານສະຫະພັນກໍາມະບານ ອົງການຈັດຕັ້ງ ຜູ້ຊີ້ນໍາ ແລະ ຄະນະກໍາມະບານຮາກຖານ ທີ່ມີຜົນງານປະກອບສ່ວນໃນວຽກງານກໍາມະບານຜ່ານມາຈໍານວນ 37 ສະຫາຍ; ຢັ້ງຢືນ 5 ເປັນເຈົ້າກໍາມະບານຮາກຖານ ທີ່ມີຜົນງານປະກອບສ່ວນໃນວຽກງານກໍາມະບານຜ່ານມາຈໍານວນ 10 ຮາກຖານ, ຢັ້ງຢືນຂັ້ນ ສກລ; ຍ້ອງຍໍສະມາຊິກກໍາມະບານຮາກຖານທີ່ມີຜົນງານປະກອບສ່ວນໃນວຽກງານກໍາມະບານຜ່ານມາຈໍານວນ 2,249 ສະຫາຍ, ໃບຍ້ອງຍໍຂັ້ນ ສກລ; ຢັ້ງຢືນ 5 ເປັນເຈົ້າກໍາມະບານຮາກຖານທີ່ມີຜົນງານດີເດັ່ນປະເພດ I ໃນການປະກອບສ່ວນວຽກງານກໍາມະບານຜ່ານມາຈໍານວນ 14 ຮາກຖານ, ຢັ້ງຢືນຂັ້ນສະຫະພັນກໍາມະບານກະຊວງ ສທ; ຢັ້ງຢືນ 5 ເປັນເຈົ້າກໍາມະບານຮາກຖານທີ່ມີຜົນງານດີເດັ່ນປະເພດ II ໃນການປະກອບສ່ວນວຽກງານກໍາມະບານຜ່ານມາຈໍານວນ 10 ຮາກຖານ, ຢັ້ງຢືນຂັ້ນສະຫະພັນກໍາມະບານກະຊວງ ສທ; ຍ້ອງຍໍສະມາຊິກກໍາມະບານປະເພດ I ຈໍານວນ 999 ສະຫາຍ ຍິງ 655 ສະຫາຍ, ສະເໜີຮັບໃບຍ້ອງຍໍຂັ້ນສະຫະພັນກໍາມະບານກະຊວງ ສທ; ຍ້ອງຍໍສະມາຊິກກໍາມະບານປະເພດ II ຈໍານວນ 408 ສະຫາຍ ຍິງ 274 ສະຫາຍ, ສະເໜີຮັບໃບຍ້ອງຍໍຂັ້ນສະຫະພັນກໍາມະບານກະຊວງ ສທ.
ຂ່າວ-ພາບ: ຍຸພິນທອງ