ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈໍາສົກຮຽນ 2024 ໄດ້ຈັດຂຶ້ນໃນວັນທີ 6 ມັງກອນ ຜ່ານມານີ້ ທີ່ສູນຝຶກອົບຮົມ ICTC ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ພຸດ ສິມມາລາວົງ ກຳມະການສູງກາງພັກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຮອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ອະດີດການນຳ ກະຊວງສຶກສາທິການ ແລະ ກິລາ, ສະມາຄົມການສຶກສາພາກເອກະຊົນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ 9 ເມືອງ, ນະຄອນຫຼວງວຽງຈັນ ແລະ 17 ແຂວງ ຕະຫຼອດຮອດຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທີ່ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມທັງເຊິ່ງໜ້າ ແລະ ລະບົບອອນລາຍ.
ໂອກາດນີ້, ທ່ານ ພຸດ ສິມມາລາວົງ ກ່າວວ່າ: ຕະຫຼອດ 1 ປີ ຜ່ານມາ, ການຈັດຕັ້ງປະຕິບັດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ມີທັງກາລະໂອກາດ ແລະ ສິ່ງທ້າທາຍ, ພວກເຮົາໄດ້ມີຜົນສຳເລັດຫຼາຍດ້ານເປັນຕົ້ນແມ່ນ ໄດ້ປະຕິບັດມະຕິ 9 ຂອງລັດຖະບານ ຄື: ໄດ້ແກ້ໄຂບັນຫາການຂາດຄູໂດຍການໃຫ້ເງິນອຸດໜູນແກ່ຄູອາສາສະໝັກ, ຝຶກອົບຮົມຄູປະຈຳການ, ອັດຕາເຂົ້າຮຽນການສຶກສາກ່ອນໄວຮຽນເພີ່ມຂຶ້ນ, ສະໜອງເບັ້ຍລ້ຽງນັກຮຽນທີ່ທຸກຍາກ, ຂະຫຍາຍວຽກງານວິຊາຊີບເຂົ້າໃນໂຮງຮຽນສາມັນສຶກສາ, ຈັດການແຂ່ງຂັນກິລານັກຮຽນ, ກິລາປະເພດຕ່າງ ແລະ ເຂົ້າຮ່ວມແຂ່ງຂັນທັງພາກພື້ນ ແລະ ສາກົນ, ວຽກງານການຄົ້ນຄວ້າວິທະຍາສາດ ແລະ ນຳໃຊ້ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເປັນຮູບປະທຳຂຶ້ນ, ສະພາວິທະຍາສາດແຫ່ງຊາດໄດ້ເຄື່ອນໄຫວຕາມພາລະບົດບາດ; ເຖິງຢ່າງໃດກໍຕາມການດຳເນີນວຽກງານການສຶກສາຂອງພວກເຮົາ ແມ່ນໄດ້ພົບກັບບົດທົດສອບທ້າທາຍຫຼາຍສົມຄວນ ເປັນຕົ້ນແມ່ນສະພາບການຂາດຄູຢູ່ຫຼາຍທ້ອງຖິ່ນ, ສະພາບການເຂົ້າຮຽນຕໍ່າ, ການປະລະການຮຽນຂອງນັກຮຽນສູງ, ລວມທັງສະພາບການປະລະຂອງຄູ, ຄົນບໍ່ຢາກຮຽນຄູ, ຄວາມຮຽກຮ້ອງຈາກສັງຄົມໃນການປັບປຸງຄຸນນະພາບການສຶກສາໃນທຸກຊັ້ນສາຍມີທ່າອ່ຽງເພີ່ມຂຶ້ນ, ພ້ອມດຽວກັນນັ້ນ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາຢາເສບຕິດ ແລະ ນະໂຍບາຍຂອງປະເທດມະຫາອຳນາດ ໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມຕໍ່ການດຳເນີນວຽກງານສຶກສາ, ວິທະຍາສາດ ແລະ ກິລາ ໃນຂອບເຂດທົ່ວປະເທດ.
ສຳລັບກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ປະຈຳປີ 2024 ໃນຄັ້ງນີ້ ແມ່ນຈະໄດ້ສຸມໃສ່ ຄົ້ນຄວ້າ ລົງເລິກຕີລາຄາ ຕໍ່ບັນດາມາດຕະການຕ່າງໆ ໃນໄລຍະຜ່ານມາ ແລະ ເອກະພາບກັນບັນດາມາດຕະການແກ້ໄຂໃນຕໍ່ໜ້າ, ແນໃສ່ພາຍຫຼັງກອງປະຊຸມຄັ້ງນີ້ ແຕ່ລະພາກສ່ວນທັງຢູ່ສູນກາງ ແລະ ທ້ອງຖິ່ນ ສາມາດນຳໄປຈັດຕັ້ງປະຕິບັດໄດ້ ໃນສະພາບຈຸດພິເສດຂອງຕົນເອງຊຶ່ງປະກອບມີຫົວຂໍ້ຕ່າງໆ ເປັນຕົ້ນແມ່ນ ຮັບຟັງການລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດແຜນວຽກບຸລິມະສິດ ປະຈໍາປີ 2024 ແລະ ທິດແຜນການ ປະຈໍາປີ 2025 ຂອງກະຊວງ (ຂະແໜງການຍ່ອຍ) ແລະ ລາຍງານການປະເມີນຄາດໝາຍຂອງ 40 ເມືອງ 3 ສ້າງ; ລາຍງານການຈັດຕັ້ງປະຕິບັດຍຸດທະສາດ ແລະ ວຽກຈຸດສຸມຂອງແຜນ 5 ປີ ຄັ້ງທີ IX (2021-2025) ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັັດມະຕິ ປະຈຳປີ 2023; ສະເໜີກ່ຽວກັບມາດຕະການໃນການແກ້ໄຂການປະລະການສອນຂອງຄູ; ລາຍງານກ່ຽວກັບງົບປະມານ ປີ 2024 ແລະ ແຜນງົບປະມານປີ 2025; ສະ
ເໜີທິດທາງໃນການປັບປຸງຄຸນນະພາບການສອນຫ້ອງຄວບ; ສະເໜີກ່ຽວກັບທິດທາງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານການສຶກສາ ແລະ ກິລາ; ຍຸດທະສາດການພັດທະນາຊັບພະຍາກອນມະນຸດ; ສະເໜີທິດທາງໃນການຫັນປ່ຽນລະບົບການສຶກສາສາຍສາມັນ (6+3+3); ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານການສຶກສາພາກເອກະຊົນ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ; ວຽກງານການຄຸ້ມຄອງ ລັງສີນິວເຄລຍ ແລະ ທິດທາງໃນການປະຕິບັດກົດໝາຍກິລາ-ກາຍຍະກໍາ ທີ່ຕິດພັນກັບການສົ່ງເສີມມວນຊົນອອກກໍາລັງກາຍ ແລະ ສຶກສາອົບຮົມວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃຫ້ແກ່ນັກຮຽນ - ນັກສຶກສາ. ນອກຈາກນັ້ນ, ບັນດາຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວປະເທດ ຍັງໄດ້ປະກອບຄໍາເຫັນໃສ່ເອກະສານ 10 ແລະ 11 ອີກດ້ວຍ.
ຂ່າວ:ບົວລະພາ