VietJet ສໍາເລັດການເຕີບໃຫຍ່ທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄືອຂ່າຍການບິນສາກົນ ແລະ ເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍຕົວຫຼັງຈາກມີການແຜ່ລະບາດພະຍາດໂຄວິດ-19.
ການຂະຫຍາຍຕົວດ້ານການດໍາເນີນງານທີ່ເຂັ້ມແຂງພ້ອມດ້ວຍລາຍຮັບອີງຕາມ
ຜົນການເງິນໃນໄຕມາດທີ 4 ປີ 2024, VietJet ໄດ້ບັນທຶກລາຍຮັບດ້ານການບິນ 19,776 ຕື້ດົງ (ປະມານ 17,000 ຕື້ກີບ) ແລະ ກໍາໄລຫຼັງເສຍພັນທະອາກອນແມ່ນ 167 ຕື້ດົງ (ປະມານ 143 ຕື້ກີບ)ຊຶ່ງກວມເອົາການເຕີບໂຕ 36% ແລະ 247% ເມື່ອທຽບໃສ່ປີທີ່ຜ່ານມາ ຕະຫຼອດປີ 2024, ລາຍຮັບການບິນຂອງສາຍການບິນບັນລຸໄດ້ 71,545 ພັນຕື້ດົງ (ປະມານ 61,500 ຕື້ກີບ), ດ້ວຍກໍາໄລຫຼັງເສຍພັນທະອາກອນຫຼາຍກວ່າ 1,301 ພັນຕື້ດົງ (ປະມານ 1.1 ພັນຕື້ກີບ) ເພີ່ມຂຶ້ນ 33% ແລະ 697% ຕາມລໍາດັບເມື່ອທຽບກັບຊ່ວງດຽວກັນໃນປີທີ່ຜ່ານມາ.
ໃນ 3 ເດືອນສຸດທ້າຍຂອງປີ 2024, ລາຍຮັບລວມຂອງ VietJet ໄດ້ເຕີບໂຕຢ່າງແຂງແຮງ, ບັນລຸເຖິງ 19,797 ພັນຕື້ດົງ (ປະມານ 17.1 ພັນຕື້ກີບ), ໃນຂະນະທີ່ກໍາໄລຫຼັງອາກອນແມ່ນຢູ່ທີ່ 21.4 ຕື້ດົງ (ປະມານ 18.4 ຕື້ກວ່າກີບ), ສະທ້ອນໃຫ້ເຫັນເຖິງການເພີ່ມຂຶ້ນ 36% ແລະ 8% ເມື່ອທຽບໃສ່ປີກ່ອນ. ສໍາລັບປີ 2024, ສາຍການບິນໄດ້ບັນທຶກລາຍຮັບລວມ 71,545 ພັນຕື້ດົງ (ປະມານ 61.8 ພັນຕື້ກີບ), ໂດຍມີກໍາໄລຫຼັງອາກອນຢູ່ 1,426 ພັນຕື້ດົງ (ປະມານ 1.2 ພັນຕື້ກີບ), ເພີ່ມຂຶ້ນ 23% ແລະ 516% ຕາມລໍາດັບເມື່ອທຽບໃສ່ປີທີ່ຜ່ານມາ.
ມາຮອດວັນທີ 31 ທັນວາ 2024, ຊັບສິນທັງໝົດຂອງ VietJet ມີມູນຄ່າເກືອບ 99.5 ພັນຕື້ດົງ (ປະມານ 86 ພັນຕື້ກີບ), ອັດຕາສ່ວນໜີ້ສິນຕໍ່ຫຸ້ນແມ່ນ 2.12 ແລະ ອັດຕາສ່ວນສະພາບຄ່ອງແມ່ນ 1.71 ທັງສອງຖືວ່າຢູ່ໃນເຂດປອດໄພສໍາລັບອຸດສາຫະກໍາການບິນ.
ໃນປີ 2024, VietJet ໄດ້ຂົນສົ່ງຜູ້ໂດຍສານ25.9 ລ້ານກວ່າຄົນ ດ້ວຍຖ້ຽວບິນ 137,000 ຖ້ຽວຜ່ານ 145 ເສັ້ນທາງ, ໃນນັ້ນມີ 44 ເສັ້ນທາງຜ່ານພາຍໃນ ແລະ 101 ເສັ້ນທາງສາກົນ.ສາຍການບິນມີປະລິມານຜູ້ໂດຍສານສູງສຸດໃນບັນດາສາຍການບິນຫວຽດ
ນາມ.
VietJet ຍັງປະສົບຜົນສໍາເລັດຕາມເປົ້າໝາຍທີ່ໄດ້ຮັບເຮືອບິນໃໝ່ 10 ລໍາໃນປີ 2024. ເຮືອບິນທີ່ຂະຫຍາຍຕົວນີ້ໄດ້ດໍາເນີນງານການບັນທຸກສະເລ່ຍ 87% ແລະ ອັດຕາຄວາມ
ໜ້າເຊື່ອຖືດ້ານເຕັກນິກ 99.72%. ການຂະຫຍາຍຖ້ຽວບິນສາກົນ ແລະ ຖ້ຽວບິນທໍາອິດຂອງສະຫະລັດອາເມຣິກາ ຜົນປະກອບການດ້ານທຸລະກິດຂອງສາຍການບິນສະທ້ອນໃຫ້ເຫັນຍຸດທະສາດໃນການຂະຫຍາຍໄປຕ່າງປະເທດ ໃນຂະນະດຽວກັນຍັງຮັກສາເຄືອຂ່າຍການບິນພາຍໃນປະເທດທີ່ໝັ້ນຄົງ. ໃນໄຕມາາດທີ 4 ປີ 2024, VietJet ໄດ້ເປີດຖ້ຽວບິນໂດຍກົງລະຫວ່າງ Da Nang ແລະ Ahmedabad (ອິນເດຍ)ແລະHa Noi -Kuala Lumpur (ມາເລເຊຍ). ສາຍການບິນຍັງໄດ້ເພີ່ມຄວາມຖີ່ຂອງການບິນໃນເສັ້ນທາງນະຄອນຫຼວງວຽງຈັນ - ໂຮຈິມິນ ແລະ ຫວຽດນາມ - ສເກົາຫຼີ, ຍີ່ປຸ່ນ, ແລະອື່ນໆ.
VietJet ໄດ້ລົງນາມໃນສັນຍາຮ່ວມມືກັບ Emirates ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ Dubai (UAE), ເປັນຈຸດໝາຍປາຍທາງໃນທົ່ວໂລກ. ສາຍການບິນຍັງໄດ້ປະກາດເສັ້ນທາງບິນໂດຍກົງໄປຍັງ Hyderabad ແລະ Bangalore (ອິນເດຍ), ແລະໄປ Beijing ແລະ Guangzhou (ຈີນ), ເຊື່ອມໂຍງເຂົ້າກັບສອງຕະຫຼາດທີ່ມີປະຊາກອນທີ່ໜາແໜ້ນ ແລະ ມີທ່າແຮງສູງ.
VietJet ໄດ້ດໍາເນີນຖ້ຽວບິນທໍາອິດຈາກຫວຽດນາມ ໄປ ສະຫະລັດອາເມຣິກາ ຊຶ່ງເປັນການພັດທະນາຄັ້ງປະຫວັດສາດ. ໃນລະຫວ່າງການເດີນທາງທີ່ສໍາຄັນນີ້, ສາຍການບິນໄດ້ປຶກສາຫາລືການຮ່ວມມືທີ່ມີມູນຄ່າປະມານ 14 ຕື້ໂດລາກັບຄູ່ຮ່ວມມືຍຸດທະສາດຂອງສະຫະລັດອາເມຣິກາ. ການສົນທະນາເຫຼົ່ານີ້ປະຕິບັດຕາມຂໍ້ຕົກລົງທີ່ຜ່ານມາກັບ Boeing, GE, CFM, Pratt & Whitney, ແລະ Honeywell, ລວມມູນຄ່າກວ່າ 50 ຕື້ໂດລາ. ນອກຈາກນັ້ນ, ສາຍການບິນກໍາລັງຄົ້ນຫາການຮ່ວມມືກັັບ SpaceX ແລະ ຜູ້ໃຫ້ບໍລິການເຕັກໂນໂລຊີດ້ານອິນເຕີເນັດໃນການບິນເພື່ອສະໜັບສະໜູນເຮືອບິນ, ໂດຍນໍາເອົານະວັດຕະກໍາດີຈີຕອນເພື່ອປັບປຸງປະສົບການຂອງລູກຄ້າ.
ປິ 2025, VietJet ມຸ່ງໝັ້ນຈະຮັກສາຄ່າບຸກເບີກຂອງຕົນໃນການເຊື່ອມຕໍ່ຫວຽດນາມ ກັບໂລກ ຜ່ານເຄື່ອຂ່າຍການບິນສາກົນທີ່ນັບມື້ນັບກວ້າງຂວາງ. ສາຍການບິນມຸ່ງໝັ້ນຕັ້ງໃຈທີ່ຈະໄປເຖິງການເປັນຜູ້ນໍາໜ້າ ໃນດ້ານຄວາມຍືນຍົງ ແລະ ເຕັກໂນໂລຊີ, ປະກອບສ່ວນເຂົ້າໃນການຄ້າ,ການລົງທຶນ ແລະ ການແລກປ່ຽນວັດທະນະທໍາທົ່ວໂລກ.
ຂ່າວ: ຕຸໄລເພັດ