![](nimg/44711844420250207_135110.jpg)
ທ່ານ ກອງດາວັນ ວົງສາ ຫົວໜ້າຂະແໜງແຜນການ ພະແນກແຜນການ ແລະ ການລົງທຶນແຂວງເຊກອງ ໃຫ້ຮູ້ວ່າ: ໄລຍະ 5 ປີຜ່ານມາ (2020-2024) ແຂວງເຊກອງ ມີໂຄງການລົງທຶນເອກະຊົນ (FDI) ທັງໝົດ 37 ໂຄງການ, ມູນຄ່າການລົງທຶນຕາມສັນຍາ 1,501 ລ້ານໂດລາ, ຢູ່ໃນຂັ້ນຕອນ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) 12 ໂຄງການ, ສັນຍາພັດທະນາໂຄງການ (PDA), 18 ໂຄງການ, ສັນຍາສໍາປະທານ (CA) 18 ໂຄງການ. ໃນນີ້, ໂຄງການລົງທຶນເອກະຊົນພາຍໃນ 21 ໂຄງການ, ມູນຄ່າການລົງທຶນ 517 ລ້ານໂດລາ, ກວມເອົາ 34.44%, ໂຄງການລົງທຶນເອກະຊົນພາຍໃນ 16 ໂຄງການ, ມູນຄ່າການລົງທຶນ 984 ລ້ານໂດລາ, ກວມເອົາ 65.56%; ໃນນັ້ນ, ເປັນການລົງທຶນຂອງ ສສ ຫວຽດນາມ 9 ໂຄງການ, ມູນຄ່າ 53 ລ້ານໂດລາ, ການລົງທຶນຂອງ ລາຊະອານາຈັກໄທ 5 ໂຄງການ, ມູນຄ່າ 930 ລ້ານໂດ ແລະ ສປ ຈີນ 2 ໂຄງການ. ການລົງທຶນໃນຂົງເຂດພະລັງງານໄຟຟ້າ ມີຈໍານວນ 15 ໂຄງການ, ກວມເອົາ 40.54%, ມີມູນຄ່າການລົງທຶນປະມານ 1,353 ລ້ານໂດລາ. ໃນນັ້ນ, ຂັ້ນສູນກາງອະນຸຍາດມີ 8 ໂຄງການ, ຂັ້ນແຂວງອະນຸຍາດມີ 7 ໂຄງການ ຢູ່ໃນຂັ້ນຕອນ MOU 6 ໂຄງການ, PDA 6 ໂຄງການ ແລະ ຂັ້ນຕອນ CA ມີ 3 ໂຄງການ; ຂົງເຂດບໍ່ແຮ່ ຈໍານວນ 9 ໂຄງການ, ກວມເອົາ 24.32%, ມີມູນຄ່າການລົງທຶນຕາມສັນຍາທັງໝົດ 106 ລ້ານໂດລາ, ຢູ່ໃນຂັ້ນຕອນ MOU 3 ໂຄງການ, ຂັ້ນຕອນ PDA 4 ໂຄງການ, ຂັ້ນຕອນ CA 2 ໂຄງການ; ຂົງເຂດກະສິກຳ-ປ່າໄມ້ ຈໍານວນ 9 ໂຄງການ, ກວມເອົາ 24,32%, ຂັ້ນຕອນ MOU 2 ໂຄງການ, PDA 5 ໂຄງການ ແລະ ຂັ້ນຕອນ CA 2 ໂຄງການ, ມີມູນຄ່າ 28 ລ້ານໂດລາສະຫະລັດ, ຂັ້ນສູນກາງອະນຸຍາດ 2 ໂຄງການ, ຂັ້ນແຂວງອະນຸຍາດ 7 ໂຄງການ; ຢູ່ໃນຂັ້ນຕອນ MOU 2 ໂຄງການ, ຂັ້ນຕອນ PDA 5 ໂຄງການ ແລະ ຂັ້ນຕອນ CA 2 ໂຄງການ; ຂົງເຂດບໍລິການ ແລະ ການທ່ອງທ່ຽວ ຈໍານວນ 4 ໂຄງການ ກວມເອົາ 10.81% (ຂັ້ນແຂວງອະນຸມັດທັງໝົດ) ຢູ່ໃນຂັ້ນຕອນ MOU 1 ໂຄງການ, PDA 3 ໂຄງການ ມູນຄ່າການລົງທຶນ 11 ລ້ານໂດລາສະຫະລັດ.
ທ່ານ ກອງດາວັນ ວົງສາ ໃຫ້ຮູ້ຕື່ມວ່າ: ສໍາລັບແຜນການຕໍ່ໜ້າ ຈະສູ້ຊົນລະດົມການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 80-85% ຂອງການລົງທຶນທັງໝົດ ຫຼື ປະມານ 700-800 ຕື້ກີບຕໍ່ປີ ຫຼື ປະມານ 3,500 ຕື້ກີບ; ຈະສູ້ຊົນຊຸກຍູ້ໃຫ້ບັນດາໂຄງການທີ່ຢູໃນຂັ້ນຕອນ MOU ແລະ PDA ໃຫ້ໄດ້ກ້າວເຂົ້າສູ່ຂັ້ນຕອນ CA ໃຫ້ໄດ້ຢ່າງໜ້ອຍ 13 ໂຄງການ ແລະ ສູ້ຊົນດຶງດູດການລົງທຶນ ໃໝ່ໃຫ້ໄດ້ຢ່າງໜ້ອຍ 15 ໂຄງການ.
(ແຫຼ່ງຂ່າວ: ແຂວງເຊກອງ)