ຂ່າວຕ່າງປະເທດລາຍາງນ, ລັດຖະບານອີຕາລີເປີດເຜີຍໃນວັນທີ 5 ກຸມພາ ຜ່ານມາວ່າ: ຜູ້ໃຊ້ໂທລະສັບມືຖື 7 ຄົນໃນອີຕາລີ ຕົກເປັນເປົ້າໝາຍຂອງ spyware (ຊັອຟແວອັນຕະລາຍທີ່ເຂົ້າໄປໃນຄອມພິວເຕີຂອງຜູ້ໃຊ້, ລວບລວມຂໍ້ມູນຈາກອຸປະກອນແລະຜູ້ໃຊ້,ສົ່ງໄປຫາພາກສ່ວນທີສາມໂດຍບໍ່ມີການຍິນຍອມຂອງເຈົ້າຂອງ) ໃນ WhatsApp, ບໍລິການສົ່ງຂໍ້ຄວາມຂອງ Meta Platforms ພ້ອມຊີ້ໃຫ້ເຫັນວ່າເຫດການດັ່ງກ່າວຮ້າຍແຮງຫຼາຍ.
ສຳນັກງານນາຍົກລັດຖະມົນຕີ ອີຕາລີ ກ່າວວ່າ: ໜ່ວຍງານດັ່ງກ່າວໄດ້ສັ່ງໃຫ້ອົງການຄວາມປອດໄພທາງໄຊເບີແຫ່ງຊາດ (ACN) ດຳເນີນການກວດສອບເຫດການດັ່ງກ່າວ. ພ້ອມທັງປະຕິເສດວ່າ ລັດຖະບານບໍ່ມີສ່ວນກ່ຽວກັບເລື່ອງນີ້. ຫຼັງຈາກມີລາຍງານວ່ານັກຂ່າວຄົນໜຶ່ງແລະນັກເຄື່ອນໄຫວຊ່ວຍເຫຼືອຜູ້ອົບພະຍົບທີ່ມີຊື່ສຽງຕົກເປັນເປົ້າໝາຍ.
ສຳນັກງານນາຍົກລັດຖະມົນຕີລະບຸໃນຖະແຫຼງການວ່າ:ACN ໄດ້ຮັບແຈ້ງຈາກ WhatsApp ກ່ຽວກັບຜູ້ເຄາະຮ້າຍ 7 ຄົນທີ່ຖືກຢືນຢັນໃນອີຕາລີ ຜ່ານບໍລິສັດກົດໝາຍແຫ່ງໜຶ່ງ. ຢ່າງໃດກໍຕາມ, ທາງໜ່ວຍງານດັ່ງກ່າວບໍ່ໄດ້ເປີດເຜີຍຊື່ຂອງຜູ້ທີ່ໄດ້ຮັບຜົນກະທົບ. ເພື່ອປົກປ້ອງຄວາມເປັນສ່ວນຕົວຂອງພວກເຂົາ
ນອກຈາກນີ້, ACN ຍັງເປີດເຜີຍວ່າ:spyware ຍັງຖືກພົບເຫັນໃນບັນດາຜູ້ໃຊ້ WhatsApp ໃນປະເທດສະມາຊິກຂອງສະຫະພາບເອີຣົບ (EU), ລວມທັງແບນຊິກ, ເກຣັກ, ລັດເວຍ, ລິດຕົວນີ, ໂອຕຣິດ, ໄຊປຣັດ, ສາທາລະນະລັດເຊັກ, ດານມາກ, ເຢຍລະມັນ, ໂຮນລັງ, ປອກຕຸຍການ, ແອັດສະປາຍ ແລະ ຊູແອດ.