ໂດຍ:ວັນໄຊ ຕະວິນຍານ
ໂດຍປະຕິບັດຕາມແນວທາງການພັດທະນາການສຶກສາຂອງພັກໃນການພັດທະນາຊັບພະຍາກອນມະນຸດໃນແຕ່ລະໄລຍະ ແລະ ປະຕິບັດບົດບັນທຶກການມອບຮັບວຽກງານພັດທະນາຊັບພະຍາກອນມະນຸດ ລະຫວ່າງຄະນະຈັດຕັ້ງສູນກາງພັກ ແລະ ກະຊວງສຶກສາທິການ ແລະ ກິລາ ໃນປີ 2013 ໃນການປັບປຸງຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຮອດປີ 2020 ໃຫ້ຖືກຕ້ອງ, ແທດເໝາະກັບສະພາບຄວາມເປັນຈິງ ແລະ ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່ ພ້ອມທັງຕິດພັນກັບແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ຊຶ່ງຈະເປັນນິຕິກໍາພື້ນຖານໃຫ້ແກ່ວຽກງານພັດທະນາຊັບພະຍາກອນມະນຸດ ໃຫ້ເປັນເອກະພາບກັນ ແລະ ໄປໃນທິດທາງດຽວກັນໃນຂອບເຂດທົ່ວປະເທດ ແຕ່ນີ້ຮອດປີ 2025ຄະນະກໍາມະການແຫ່ງຊາດເພື່ອການພັດທະນາຊັບພະຍາກອນມະນຸດທີ່ປະກອບມີ ບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ແຂວງ/ນະຄອນຫຼວງ ຈຶ່ງໄດ້ສ້າງແຜນພັດທະນາຊັບພະຍາກອນມະນຸດແຫ່ງຊາດ 2016-2025 ໃຫ້ສອດຄ່ອງກັບສະພາບການພັດທະນາໃນໄລຍະໃໝ່ ໂດຍສຸມໃສ່ແກ້ໄຂການຂາດກໍາລັງແຮງງານທີ່ມີສີມື, ການເຄື່ອນຍ້າຍຂອງກໍາລັງແຮງງານໄປປະເທດໃກ້ຄຽງ, ຄວາມບໍ່ສົມດຸນໃນການພັດທະນາຊັບພະຍາກອນມະນຸດທາງດ້ານເພດ-ເຜົ່າ, ພູມສັນຖານ, ສະຖານະທາງດ້ານເສດຖະກິດ-ສັງຄົມ, ການລະບາດຂອງພະຍາດໃໝ່ທີ່ອາດຈະເກີດຂຶ້ນ. ແຜນຍຸດທະສາດໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 95/ນຍ, ລົງວັນທີ 26 ເມສາ 2016 ຊຶ່ງໄດ້ກໍານົດວິໄສທັດຮອດປີ 2030 ແລະ ມີຈຸດປະສົງ ແລະ ຄາດໝາຍເພື່ອພັດທະນາຊັບພະຍາກອນມະນຸດໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່, ບັນລຸໄດ້ເປົ້າໝາຍການພັດທະນາ ແບບຍືນຍົງ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຊຶ່ງປະກອບດ້ວຍຍຸດທະສາດ ແລະ ແຜນປະຕິບັດງານ 5 ປີ (2016-2020) ທີ່ກວມເອົາ 6 ຍຸດທະສາດຕົ້ນຕໍ ແລະ 3 ຍຸດທະສາດປິ່ນອ້ອມ ຄື:1. ດ້ານການເມືອງ-ແນວຄິດ; 2. ດ້ານການກໍ່ສ້າງ ແລະ ຄຸ້ມຄອງພະນັກງານ;3.ດ້ານການສຶກສາ;4. ດ້ານສຸຂະພາບ ແລະ ພະລານາໄມ; 5. ດ້ານແຮງງານແລະ 6. ດ້ານວັດທະນະທໍາ; ພ້ອມນີ້ ຍັງມີຍຸດທະສາດອື່ນໆ ທີ່ປິ່ນອ້ອມ ປະກອບ ມີ: ການປົກປ້ອງປະຊາກອນຈາກຄວາມສ່ຽງ ການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດ; ສົ່ງເສີມຄວາມສະເໝີພາບບົດບາດຍິງ-ຊາຍ; ແລະ ສົ່ງເສີມການຮ່ວມມືການພັດທະນາຊັບພະຍາກອນມະນຸດກັບພາກພື້ນ ແລະ ສາກົນ. ຄະນະກໍາມະການແຫ່ງຊາດເພື່ອການພັດທະນາຊັບພະຍາກອນມະນຸດ ແຕ່ລະຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ຈັດຕັ້ງເຜີຍແຜ່ຍຸດທະສາດ ແລະ ຜັນຂະຫຍາຍແຜນຍຸດທະສາດດັ່ງກ່າວມາເປັນແຜນປະຕິບັດງານຂອງຂະແໜງການຕົນ. ມາຮອດປັດຈຸບັນ, ການຜັນຂະຫຍາຍເປັນຍຸດທະສາດ ແລະ ແຜນປະຕິບັດງານ ຂອງຂັ້ນກະຊວງ/ອົງ-ການ ສໍາເລັດແລ້ວ 19 ພາກສ່ວນ ໃນ 27 ພາກສ່ວນ, ຂັ້ນແຂວງ/ນະຄອນຫຼວງ ສໍາເລັດ 16 ພາກສ່ວນ ໃນ 18 ແຂວງ/ນະຄອນຫຼວງ. ພ້ອມກັນນີ້, ກໍໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນສະໄໝສາມັນປະຈໍາປີ, ມີການລາຍງານປະຈໍາ3 ເດືອນ,6 ເດືອນ ແລະ ປະເມີນການຈັດຕັ້ງປະຕິບັດຍຸດທະສາດເປັນປົກກະຕິ. ອີງໃສ່ຜົນການປະເມີນກາງສະໄໝ (2016-2020) ໃນ 9 ເປົ້າໝາຍລວມມີ 5 ເປົ້າໝາຍ ປະຕິບັດໄດ້ຕາມຄາດໝາຍ ເຊັ່ນ: ການເພີ່ມດັດສະນີຊັບສິນມະນຸດປະຕິບັດໄດ້ 72,8 (ເປົ້າໝາຍແມ່ນ 66), ການຫຼຸດອັດຕາການເສຍຊີວິດ ຂອງເດັກເກີດໃໝ່(ຕໍ່ 1,000 ຄົນ) ຫຼຸດເຫຼືອ 13 ຄົນ (ເປົ້າໝາຍແມ່ນ 26 ຄົນ); ເພີ່ມອັດຕາການລອດເຫຼືອຊັ້ນປະຖົມສຶກສາປະຕິບັດໄດ້ 96,4% (ເປົ້າໝາຍແມນ 90%); ອັດຕາສ່ວນການເສຍຊີວິດຂອງແມ່ເກີດລູກ ປະຕິບັດໄດ້ 99 ຄົນ (ເປົ້າໝາຍແມ່ນ 200 ຄົນ) ແລະ ຮັບປະກັນໃຫ້ພົນລະເມືອງລາວທຸກຄົນມີການສຶກສາຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ປະຕິບັດສໍາເລັດໂດຍພື້ນຖານ; ມີ 4 ເປົ້າໝາຍ ທີ່ມີຄວາມຄືບໜ້າເຊັ່ນ: ຫຼຸດອັດຕາຂອງເດັກທີ່ມີຄວາມສູງ ຕໍ່າກວ່າເກນອາຍຸ ປະຕິບັດໄດ້ 32,8% (ເປົ້າໝາຍ 28%); ເພີ່ມການເຂົ້າຮຽນລວມຊັ້ນມັດທະຍົມສຶກສາ ປະຕິບັດໄດ້ 59,8% (ເປົ້າໝາຍແມ່ນ 80%); ເພີ່ມອັດຕາການຮູ້ໜັງສືຂອງຊາວໜຸ່ມ ປະຕິບັດໄດ້ 86,3% (ເປົ້າໝາຍແມ່ນ 99%)ແລະ ເພີ່ມການສັກຢາປ້ອງກັນພະຍາດໝາກແດງ ແກ່ເດັກນ້ອຍ ປະຕິບັດໄດ້ 52% (ເປົ້າໝາຍແມ່ນ 95%).
ຜົນການຈັດຕັ້ງປະຕິບັດແຕ່ລະຍຸດທະສາດຂອງພັກ ນັບແຕ່ 2016 ຮອດປັດຈຸບັນ ແມ່ນມີຜົນສໍາເລັດເປັນຢ່າງດີ ເຊັ່ນ:ເພີ່ມທະວີວຽກງານການເມືອງ-ແນວຄິດ ເພື່ອເຮັດໃຫ້ທົ່ວປວງຊົນເຊື່ອໝັ້ນອຸດົມການສັງຄົມນິຍົມ ໄດ້ຫັນເອົາເນື້ອໃນທິດສະດີການເມືອງ, ວິຊາການເມືອງເຂົ້າໃນຫຼັກສູດການສຶກສາແຫ່ງຊາດທຸກຊັ້ນທຸກສາຍ. ຈໍານວນ ພະນັກງານ ທີ່ໄດ້ຮັບການຝຶກອົບຮົມທິດສະດີການເມືອງ-ການປົກຄອງເພີ່ມຂຶ້ນ ຈາກ 2,665 ຄົນ ໃນ ສົກ 2018/19 ເປັນ 3,580 ຄົນ ໃນປີ 2024; ພ້ອມດຽວກັນນີ້,ຍັງໄດ້ຮ່ວມມືການພັດທະນາຊັບພະຍາກອນມະນຸດກັບພາກພື້ນ ແລະ ສາກົນໃນການສົ່ງເສີມ ແລະ ສ້າງໂອກາດໃຫ້ນັກສຶກສາໄປຮຽນຕໍ່ໃນລະດັບຕ່າງໆ ຢູ່ຕ່າງປະເທດ ຊຶ່ງນັບແຕ່ປີ 2016-2023ໂຕເລກນັກສຶກສາທີ່ໄປຮຽນຕໍ່ຕ່າງປະເທດລະດັບປະລິນຍາເອກ 819 ຄົນຍິງ 211 ຄົນ, ປະລິນຍາໂທ 6,585 ຄົນຍິງ 2,435 ຄົນ, ປະລິນຍາຕີ 12,598 ຄົນຍິງ 5,819 ຄົນ, ພ້ອມທັງສ້າງເງື່ອນໄຂໃຫ້ແກ່ແຮງງານລາວຈໍານວນໜຶ່ງ ສາມາດໄປເຮັດວຽກຢູ່ຕ່າງປະເທດໃນອາຊີບທີ່ ມີຄວາມຕ້ອງການ.ຄົ້ນຄວ້າ ແລະ ສ້າງເອກະສານ ກ່ຽວກັບ ວຽກງານໂຄສະນາອົບຮົມການເມືອງ-ແນວຄິດໃຫ້ທົ່ວສັງຄົມ; ມີການປັບປຸງຫຼັກສູດທິດສະດີການເມືອງ ແລະ ຈັດຕັ້ງ ບໍາລຸງທິດສະດີການເມືອງຂັ້ນສູງ, ຂັ້ນກາງ, ຂັ້ນຕົ້ນ ຕາມລະບອບຮ່ໍາຮຽນທິດສະດີການເມືອງ. ກໍ່ສ້າງ ແລະ ຄຸ້ມຄອງພະນັກງານ-ລັດຖະກອນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນພະນັກງານ-ລັດຖະກອນສ່ວນຫຼາຍໄດ້ຮັບການຍົກລະດັບດ້ານວິຊາສະເພາະ ແລະ ລະດັບການສຶກສາສູງຂຶ້ນ ລວມທັງໄດ້ຜ່ານລະດັບທິດສະດີການເມືອງ-ການປົກຄອງ, ຫຼັກສູດການຝຶກອົບຮົມກ່ຽວກັບການບໍລິຫານຄຸ້ມຄອງລັດ, ຄວາມຮູ້ດ້ານອື່ນໆ ເຊັ່ນ: ຄວາມຮູ້ພາສາຕ່າງປະເທດໃດໜຶ່ງ, ຮູ້ນໍາໃຊ້ລະບົບໄອຊີທີ ເຂົ້າໃນການປະຕິບັດວຽກງານຫຼາຍຂຶ້ນ; ບັນດານິຕິກໍາສໍາຄັນກ່ຽວກັບວຽກງານຄຸ້ມຄອງພະນັກງານ-ລັດຖະກອນຫຼາຍສະບັບໄດ້ຮັບການປັບປຸງ ແລະ ສ້າງໃໝ່; ການປະຕິບັດນະໂຍບາຍພະນັກງານ-ລັດຖະກອນ ໄດ້ຮັບການປັບປຸງເປັນຕົ້ນ: ມູນຄ່າດັດສະນີເງິນເດືອນພື້ນ-ຖານ, ອຸດໜູນຄ່າຄອງຊີບ ແລະ ເງິນເດືອນຂັ້ນຕໍ່າ ກໍໄດ້ມີການເພີ່ມຂຶ້ນ.
ການພັດທະນາຄວາມຮູ້ພື້ນຖານດ້ານການສຶກສາ ແລະ ທັກສະວິຊາຊີບຄວາມຮູ້ພື້ນຖານດ້ານການສຶກສາ ແລະ ທັກສະວິຊາຊີບ ຂອງນັກຮຽນ-ນັກສຶກສາ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ຕາໜ່າງການສຶກສານັບແຕ່ການສຶກສາກ່ອນໄວຮຽນ ຮອດລະດັບມະຫາວິທະຍາໄລໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ ຢ່າງກວ້າງຂວາງ ປະຊາຊົນບັນດາເຜົ່າມີໂອກາດເຂົ້າເຖິງການສຶກສາຢ່າງເທົ່າທຽມ. ປັດຈຸບັນ, ທຸກແຂວງໄດ້ສໍາເລັດການປະກາດຈົບການສຶກສາຊັ້ນມັດທະຍົມສຶກສາຕອນຕົ້ນບໍາລຸງ ໂດຍພື້ນຖານ; ບາງດ້ານທີ່ພົ້ນເດັ່ນຄື:ການຂະຫຍາຍຫ້ອງຮຽນອະນຸບານ ເດັກ 3-5 ປີ ມີຈໍານວນເພີ່ມຂຶ້ນ ຈາກປີ 2016 ຈໍານວນ 2,214 ແຫ່ງ ເປັນ 2,592 ແຫ່ງ ໃນປີ 2023 ພ້ອມທັງຂະຫຍາຍການສ້າງຫ້ອງຮຽນກຸ່ມພັດທະນາເດັກໃນຊຸມຊົນ ແລະ ບັນຈຸຜູ້ດູແລເດັກໃນຂອບເຂດທົ່ວປະເທດ; ສ້າງຖານຂໍ້ມູນການຮຽນຮູ້ໃໝ່ທີ່ເອີ້ນວ່າ “ຄັງປັນຍາລາວ” ແລະ ພັດທະນາສື່ການສອນຮູບແບບດີຈີຕອນ ເພື່ອຮັບໃຊ້ໃນການຝຶກອົບຮົມຄູ, ຜູ້ຮຽນ ແລະ ອອກລາຍການໂທລະພາບຊ່ອງສຶກສາ ແລະ ກິລາ ເພື່ອເຮັດໃຫ້ການສຶກສາໃຫ້ເຂົ້າເຖິງຜ່ານຫຼາຍຊ່ອງທາງ. ນອກຈາກນັ້ນກໍໄດ້ປັບປຸງຫຼັກສູດໃນສາຍອາຊີວະສຶກສາໄດ້ຈໍານວນ 173 ຫຼັກສູດ, ໃນສາຍການສຶກສາຊັ້ນສູງໄດ້ມີການພັດທະນາຫຼັກສູດຂຶ້ນໃໝ່ຈໍານວນ 26 ຫຼັກສູດ ທາງດ້ານສາຍວິທະຍາສາດທໍາມະຊາດ (STEM) ແລະ ວິທະຍາສາດສັງຄົມ (NON- STEM) ໃນລະດັບຊັ້ນສູງ/ອານຸປະລິນຍາ ແລະ ປະລິຍາຕີ ເພື່ອສົ່ງເສີມນັກຮຽນໃຫ້ມີທັກສະທີ່ສອດຄ່ອງ ກັບຄວາມຕ້ອງການໃນເງື່ອນໄຂໃໝ່ ແລະ ມີການສົ່ງເສີມສາຂາວິຊາຮຽນທີ່ເປັນບຸລິມະສິດຂອງລັດຖະບານ ດ້ວຍການໃຫ້ທຶນການສຶກສາ.ຄົ້ນຄວ້າສ້າງກົນໄກຄະນະວິຊາການຂັ້ນສູນກາງ,ແຂວງ/ນະຄອນຫຼວງ ເພື່ອໃຫ້ມີຂໍ້ມູນດັດສົມໃນການກໍ່ສ້າງຊັບພະຍາກອນມະນຸດ ໂດຍສະເພາະກະແສການເຂົ້າຮຽນຂອງນັກຮຽນ-ນັກສຶກສາ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ສອດຄ່ອງກັບທ່າອ່ຽງຄວາມຕ້ອງການຊົມໃຊ້ ແລະ ການພັດທະນາເສດຖະກິດ-ສັງຄົມ; ມີການສົ່ງເສີມ ແລະ ການນໍາໃຊ້ຜົນການຄົ້ນຄວ້າວິທະຍາສາດ, ນະວັດຕະກໍາ ແລະ ການບໍລິການດ້ານ ວິຊາການຫຼາຍຂຶ້ນ.
ສໍາລັບ ທິດທາງແຜນການໃນຕໍ່ໜ້າ ພັກຈະຊີ້ນໍາ ຈັດຕັ້ງປະຕິບັດຍຸດທະສາດການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ຮອດປີ 2025 ແລະ ວິໄສທັດຮອດປີ 2030 ໃນໄລຍະເວລາທີ່ຍັງເຫຼືອ ໃຫ້ໄດ້ຮັບຜົນດີ ຕາມລະດັບຄາດໝາຍ; ຝຶກອົບຮົມສ້າງຂີດຄວາມສາມາດ ໃຫ້ຄະນະກໍາມະການພັດທະນາຊັບພະຍາກອນມະນຸດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ສ້າງຄວາມເຂັ້ມແຂງ ໃຫ້ແກ່ກົນໄກປະສານງານ ຂອດການສ້າງຊັບພະຍາກອນມະນຸດ ແລະ ຄວາມຕ້ອງການນໍາໃຊ້ຊັບພະຍາກອນມະນຸດ ໃຫ້ສອດຄ່ອງ; ຄົ້ນຄວ້າ ແລະ ທົບທວນຄືນ ໂຄງປະກອບກົງຈັກ ແລະ ບຸກຄະລາກອນ, ໜ້າທີ່ພາລະບົດບາດ ຂອງຄະນະກໍາມາທິການລະດັບຊາດ, ຄະນະກໍາມະການລະດັບສູນກາງ ແລະ ແຂວງ/ນະຄອນຫຼວງ ແລະ ກົນໄກຈັດຕັ້ງປະຕິບັດ ໃຫ້ເປັນລະບົບຄົບຊຸດ.ປະເມີນການຈັດຕັ້ງປະຕິບັດຍຸດທະສາດ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຮອດປີ 2025 ໄລຍະ 10 ປີ (2016-2025),ພ້ອມທັງກໍານົດຂະບວນການ ໃນການປຶກສາຫາລື, ຄົ້ນຄວ້າ ແລະ ສ້າງຍຸດທະສາດ ພັດທະນາຊັບພະຍາກອນມະນຸດແຫ່ງຊາດ ສໍາລັບໄລຍະ 10 ປີຕໍ່ໜ້າ (2026-2035) ແນໃສ່ສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ສາມາດຕອບສະໜອງຄວາມຕ້ອງການໃນການພັດທະນາໃນເງື່ອນໄຂໃໝ່ຢ່າງມີຈຸດສຸມ ແລະ ຍືນຍົງ. ໂດຍສຸມໃສ່ສ້າງໃຫ້ຊັບພະຍາກອນມະນຸດ ໃຫ້ໄດ້ຮັບການສຶກສາທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ສາມາດນໍາໃຊ້ເຕັກໂນໂລຊີເຂົ້າໃນການສຶກສາ ແລະ ການພັດທະນາຕົນເອງ, ມີໂພຊະນາການທີ່ດີ ແລະ ມີສຸຂະພາບແຂງແຮງ, ໄດ້ຮັບການພັດທະນາທັກສະ ແລະ ສີມືແຮງງານທີ່ສອດຄ່ອງກັບຄວາມຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່, ລວມທັງເສດຖະກິດດີຈີຕອນ, ພະນັກງານ-ລັດຖະກອນ ສາມາດເຮັດວຽກຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ມີຄຸນສົມບັດສິນທໍາປະຕິວັດທີ່ຖືກຕ້ອງ, ມີນ້ໍາໃຈຮັກຊາດ ແລະ ຮັກວັດທະນະທໍາອັນດີງາມຂອງຊາດ. ນອກຈາກນັ້ນ ຊັບພະຍາກອນມະນຸດໃນໄລຍະໃໝ່ ຕ້ອງສາມາດຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ພະຍາດລະບາດຕ່າງໆ, ຄໍານຶງເຖິງຄວາມສະເໝີພາບ ແລະ ບົດບາດຍິງ-ຊາຍ ແລະ ມີຄວາມສາມາດຮ່ວມມືກັບພາກພື້ນ ແລະ ສາກົນ.