ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງອະນຸວົງ ແຂວງໄຊສົມບູນ ຄັ້ງທີ III ຂຶ້ນໃນວັນທີ 6 ກຸມພາຜ່ານມາ ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງ ຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ, ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ.
ສະຫາຍ ຮືທໍ່ ເພຍຫຼວງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ ຕີລາຄາຜົນສຳເລັດໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ໃນໄລຍະ 5 ປີ ຜ່ານມາ ໂດຍຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ. ທັງນີ້ກໍຈະໄດ້ພ້ອມກັນຄົ້ນຄວ້າຕົກລົງເປັນເອກະພາບຮັບຮອງເອົາແຜນພັດທະນາ 5 ປີ ເພື່ອສືບຕໍ່ນໍາພາ-ຊີ້ນຳ ວຽກງານຮອບດ້ານໃນຕໍ່ໜ້າ. ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຕະຫຼອດໄລຍະ 5 ປີ ຜ່ານມາເມືອງອະນຸວົງ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບຢ່າງໜັກແໜ້ນ, ລະບົບການເມືອງໄດ້ຮັບການປັບປຸງ ຢ່າງຕັ້ງໜ້າ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ດ້ານໂຄງລ່າງພື້ນຖານໄດ້ຮັບການປັບປຸງດີຂຶ້ນ ເປັນຕົ້ນແມ່ນເສັ້ນທາງຄົມມະນາຄົມ, ໂຮງຮຽນ, ໂຮງໝໍ, ນໍ້າສະອາດ, ຫ້ອງການບ້ານ ແລະ ອື່ນໆ ຮັບໃຊ້ໃຫ້ແກ່ປະຊາຊົນໃນທົ່ວເມືອງ, ໄດ້ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມດຳລັດ 414/ລບ, ຕິດພັນກັບວຽກງານ 3 ສ້າງ ໂດຍການຊຸກຍູ້ ແລະ ສົ່ງເສີມການຜະລິດເປັນສິນຄ້າເຊັ່ນ: ກຸ່ມປູກຜັກບ້ານນໍ້າໂມ້ ແລະ ບ້ານນໍ້າຍອນ, ປູກມັນສາຄູ, ມັນຕົ້ນ ແລະ ກຸ່ມບ້ານເທດສະບານ, ການເກັບລາຍຮັບເຂົ້າງົບປະມານເກີນແຜນການ, ຄຸ້ມຄອງລາຍຈ່າຍຕາມລະບຽບກົດໝາຍ, ສິນເຊື່ອທະນາຄານ ແລະ ກອງທຶນພັດທະນາບ້ານຂະຫຍາຍຕົວໄປທົ່ວ 19 ບ້ານ, ການລົງທຶນຂອງລັດ ແລະ ນັກທຸລະກິດເອກະຊົນ, ປະຊາຊົນ ກໍນັບມື້ນັບເພີ່ມຂຶ້ນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ. ພ້ອມດຽວກັນນັ້ນ ຜູ້ແທນກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດ-ຄຳເຫັນ ດ້ວຍຄວາມຮັບຜິດຊອບສູງ ເພື່ອເປັນເຈົ້າການໃນການແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ, ສູ້ຊົນສ້າງເມືອງໃຫ້ໄດ້ຮັບການພັດທະນາຮອບດ້ານ, ມີສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ດັ່ງຄຳຂັວນທີ່ວ່າ: ສ້າງເມືອງອະນຸວົງໃຫ້ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມເປັນລະບຽບຮຽບຮ້ອຍ ຕິດພັນກັບການພັດທະນາກະສິກຳສະອາດ, ການຄ້າ-ການບໍລິການ ແລະ ການທ່ອງທ່ຽວ. ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນ.
ຂ່າວ: ສີລິພອນ ສົງຄຳ