ລັດວິສາຫະກິດໄຟຟ້າລາວ(ຟຟລ) ມີການຊື້-ຂາຍ ແລກປ່ຽນພະລັງງານກັບທຸກປະເທດອ້ອມຂ້າງຕາມຂອບການຮ່ວມມື ແລະ ເຊື່ອມໂຍງທາງດ້ານໄຟຟ້າຂອງອາຊຽນ ຊຶ່ງປັດຈຸບັນ ສປປ ລາວ ມີການເຊື່ອມໂຍງ ແລະຊື້-ຂາຍກັບ ໄທ, ຫວຽດນາມ, ກຳປູເຈຍ ແລະ ຈີນ ລວມທັງ ມຽນມາ ກໍເປັນລັກສະນະດຽວກັນ ແຕ່ໃນປະລິມານໄຟຟ້າທີ່ບໍ່ຫຼາຍ ເພາະເປັນການສະໜອງໃຫ້ເມືອງທ່າຂີ້ເຫຼັກ ຂອງ ມຽນມາ ທີ່ຕິດກັບແຂວງບໍ່ແກ້ວ ຂອງ ສປປ ລາວ.
ການຂາຍໄຟຟ້າໃຫ້ເມືອງທ່າຂີ້ເຫຼັກ ດ້ວຍລະບົບແຮງດັນ 115KVໄປຫາສະຖານີໄຟຟ້າ ເພື່ອແຈກຈ່າຍໄຟຟ້າໃຫ້ສັງຄົມທົ່ວໄປ ຊຶ່ງລວມທັງປະຊາຊົນ, ທຸລະກິດ, ອາຄານລາດຊະການ ລວມທັງການບໍລິການສັງຄົມ, ໂຮງຮຽນ ແລະ ໂຮງໝໍ. ສະນັ້ນ, ລັດວິສາຫະກິດໄຟຟ້າລາວ ໄດ້ເຊັນສັນຍາຂາຍໄຟຟ້າໃຫ້ກັບເມືອງທ່າຂີ້ເຫຼັກ ຂອງ ມຽນມາ ແຕ່ປີ 2021 ໂດຍໄດ້ເຊັນສັນຍາຊື້-ຂາຍ ໄຟຟ້າ ຮ່ວມກັບ ບໍລິສັດເອກະຊົນທີ່ໄດ້ຮັບການຮັບອະນຸຍາດຈາກ ມຽນມາ ແລະ ໄດ້ເລີ່ມຈ່າຍພະລັງງານໄຟຟ້າໃນເດືອນພຶດສະພາ ປີ 2022. ໃນສັນຍາດັ່ງກ່າວ ລັດວິສາຫະກິດໄຟຟ້າລາວ ຈະຕ້ອງສະໜອງພະລັງງານໄຟຟ້າຈໍານວນບໍ່ເກີນ 30 MWໃນລະດັບແຮງດັນ 115 kV. ໃນໄລຍະຜ່ານມາເມືອງທ່າຂີ້ເຫຼັກຮັບໄຟຟ້າຈາກປະເທດໄທປະມານ 15 MWແລະ ເອົາໄຟຟ້າຈາກລາວ ສູງສຸດປະມານ 13 MWເທົ່ານັ້ນ. ແຕ່ໃນ 2 ວັນຜ່ານມາເຫັນວ່າ ເມືອງທ່າຂີ້ເຫຼັກ ເອົາໄຟຟ້າຈາກ ລາວ ເພີ່ມຂຶ້ນ ເປັນ 27 MW ຍ້ອນປະເທດໄທຢຸດຕິການສົ່ງໄຟຟ້າ ໃຫ້ເມືອງດັ່ງກ່າວ ແຕ່ທາງ ຟຟລ ໄດ້ຫຼຸດການສົ່ງພະລັງງານລົງມາບໍ່ເກີນ 13 MW. ດ້ວຍເຫດຜົນວ່າ ໄຟຟ້າບາງສ່ວນອາດຖືກເອົາໄປສະໜອງໃຫ້ກັບແກ້ງ Call Center. ສະນັ້ນ, ເບື້ອງ ຟຟລ ແມ່ນກໍາລັງປະສານເອົາຂໍ້ມູນລະອຽດຕື່ມກັບທາງການຂອງ ມຽນມາ ຕໍ່ກັບປະເດັ່ນດັ່ງກ່າວ ເພື່ອໃຫ້ຄວາມຮ່ວມມືກັບທຸກຝ່າຍໃນການປາບປາມ ຫຼື ສະກັດກັ້ນການນໍາໄຟຟ້າໄປຮັບໃຊ້ກິດຈະການທີ່ຜິດກົດໝາຍລວມທັງ ແກ້ງ call Center ແລະ ຮ່ວມມືກັັບທາງ ມຽນມາ ໃນການຕັດໄຟຟ້າໃຫ້ຖືກຈຸດ ເພື່ອຫຼຸດຜ່ອນການສ້າງຄວາມເດືອດຮ້ອນໃຫ້ປະຊາຊົນຜູ້ບໍລິສຸດໃນວົງກວ້າງ. ພວກເຮົາຂໍຢືນຢັນອີກເທື່ອໜຶ່ງວ່າລັດຖະບານລາວ ກໍຄື ລັດວິສາຫະກິດໄຟຟ້າລາວ ຈະບໍ່ສົ່ງໄຟຟ້າ ຫຼື ຂາຍໄຟຟ້າ ໃຫ້ຜູ້ກະທຳຜິດກົດໝາຍໂດຍສະເພາະກຸ່ມແກ້ງ Call Center ຢ່າງເດັດຂາດ.
(ຂ່າວ: ຟຟລ)