ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ປະທານພັກປະຊາຊົນກຳປູເຈຍ ພ້ອມຄະນະໄດ້ ຢ້ຽມຢາມ ສປປລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 6-7 ກຸມພາ 2025, ຕາມຄຳເຊື້ອເຊີນຂອງທ່ານໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ,ພິທີຕ້ອນຮັບຄະນະຜູ້ແທນດັ່ງກ່າວຢ່າງເປັນເປັນທາງການ ແລະ ສົມກຽດ ໃນວັນທີ 6 ກຸມພານີ້ ທີ່ຫໍສະພາແຫ່ງຊາດ ໂດຍໃຫ້ກຽດຕ້ອນຮັບ ຂອງ ທ່ານໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ພ້ອມພາກສ່ວນທີ່ກ່ຽວຂ້ອງ.
ການຢ້ຽມຢາມ ສປປລາວ ຂອງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ໃນຄັ້ງນີ້, ເປັນການນໍາເອົາໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງຖານບ້ານໃກ້ເຮືອນຄຽງ, ບ້ານແກ່ວເມືອງດອງທີ່ດີງາມ ມາສູ່ປະຊາຊົນລາວ, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ແລະເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກຳປູເຈຍ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.
ຈາກນັ້ນ,ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ພ້ອມດ້ວຍຄະນະ ແລະ ທ່ານ ໄຊສົມພອນ ພົມວິຫານ ພ້ອມດ້ວຍຄະນະ ໄດ້ດຳເນີນການພົບປະເປັນທາງການທີ່ຫໍສະພາແຫ່ງຊາດ ເພື່ອພ້ອມກັນທົບທວນຄືນການພົວພັນຮ່ວມມືສອງຝ່າຍ ພ້ອມທັງກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ແລະ ແລກປ່ຽນບັນດາບາງທັດສະນະ ທັງພາກພື້ນ ແລະ ສາກົນ.
ໃນການພົບປະຄັ້ງນີ້, ປະທານສະພາແຫ່ງຊາດລາວ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ສປປລາວ ຢ່າງເປັນທາງການເປັນຄັ້ງທຳອິດ ຂອງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ໃນນາມທີ່ເປັນປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ, ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງໃນຫຼາຍດ້ານ ທີ່ປະຊາຊົນກໍາປູເຈຍຍາດມາໄດ້ໃນໄລຍະຜ່ານມາ ອັນໄດ້ເຮັດໃຫ້ຣາຊະອານາຈັກກໍາປູເຈຍ ມີສະຖຽນລະພາບດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນເປັນກ້າວໆ, ບົດບາດອິດທິພົນຂອງກໍາປູເຈຍ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ສະແດງຄວາມພາກພູມໃຈທີ່ໄດ້ມາຢ້ຽມຢາມ ສປປລາວ ຢ່າງເປັນທາງການຄັ້ງທໍາອິດ ພາຍຫຼັງໄດ້ຮັບການເລືອກຕັ້ງເປັນປະທານສະພາສູງ ແຫ່ງ ຣາຊະອາະອານາຈັກກຳປູເຈຍ ໃນປີ 2024, ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄືລະຫວ່າງສອງອົງການນິຕິບັນຍັດ ກຳປູເຈຍ- ລາວ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ຊຶ່ງສະແດງອອກໃນການແລກປ່ຽນຄະນະຜູ້ແທນຂັ້ນສູງສຸດ ແລະ ຂັ້ນຕ່າງໆນຳກັນຢ່າງເປັນປົກກະຕິ;ບັນດາຂະແໜງການຕ່າງໆຂອງສອງປະເທດ ກໍມີການພົວພັນຮ່ວມມື ແລະ ການຊ່ວຍເຫຼືອຊຶ່ງກັນແລະກັນ ໂດຍລົງນາມສັນຍາ, ບົດບັນທຶກ ແລະ ນິຕິກໍາຕ່າງໆຮ່ວມກັນ ທາງດ້ານການເມືອງ, ປ້ອງກັນຊາດ -ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ-ການລົງທຶນ, ພະລັງງານ, ການສຶກສາ-ກິລາ, ການທ່ອງທ່ຽວ ແລະ ອື່ນໆ.
ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີງາມ, ສະໜິດສະໜົມ ລະຫວ່າງສອງປະເທດ ກໍຄືລະຫວ່າງ ສອງອົງການນິຕິບັນຍັດຂອງສອງປະເທດ ໂດຍໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍເນືື້ອໃນຈິດໃຈຂອງບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ທີ່ສອງອົງການນິຕິບັນຍັດ ລາວ-ກຳປູເຈຍ ໄດ້ລົງນາມຮ່ວມກັນ ເປັນຕົ້ນແມ່ນການແລກປ່ຽນຢ້ຽມຢາມຂອງການນຳຂັ້ນຕ່າງໆ ທີ່ຕິດພັນກັບການແລກປ່ຽນບົດຮຽນປະສົບການທີ່ດີໃນການປະຕິບັດພາລະບົດບາດດ້ານນິຕິບັນຍັດ; ສອງຝ່າຍໄດ້ສົ່ງສານອວຍພອນ, ສານຊົມເຊີຍ ແລະ ສານຂອບໃຈ ຊຶ່ງກັນແລະກັນ ເນື່ອງໃນໂອກາດສຳຄັນຕ່າງໆຢ່າງເປັນປົກກະຕິ; ພ້ອມທັງໄດ້ໃຫ້ການສະໜັບສະໜູນຊຶ່ງກັນແລະກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນເວທີກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA), ສະຫະພັນລັດຖະສະພາສາກົນ (IPU), ສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັ່ງ (APF) ແລະ ອື່ນໆ.(ຂ່າວ-ພາບ:ສຳນານ)