![](nimg/211335280520250211_100547.jpg)
ໂດຍ:ວັນໄຊ ຕະວິນຍານ
ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໄດ້ລະບຸໃຫ້ສືບຕໍ່ເສີມຂະຫຍາຍຜົນສໍາເລັດຂອງການປະຕິຮູບການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບເທົ່າທຽມກັບມາດຕະຖານຂອງພາກພື້ນ ແລະ ສາກົນ. ແຜນພັດທະນາການສຶກສາ ແລະ ກິລາ 5 ປີ (2016-2020) ແມ່ນໄດ້ສ້າງຂຶ້ນບົນພື້ນຖານຜົນສໍາເລັດ,ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການປະຕິບັດແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ (2006-2015) ກໍຄື ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030, ໂດຍສຸມໃສ່ເປົ້າໝາຍເຮັດໃຫ້ລະບົບການສຶກສາຂັ້ນພື້ນຖານ ແລະ ຫຼັງຂັ້ນພື້ນຖານມີຄວາມເຂັ້ມແຂງ, ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ;ບັນລຸໄດ້ນະໂຍບາຍການສຶກສາພາກບັງຄັບຊັ້ນປະຖົມສຶກສາ ແລະ ຂະຫຍາຍໄປເຖິງຊັ້ນມັດທະຍົມສຶກສາຕອນຕົ້ນ ເພື່ອເປັນພື້ນຖານໃຫ້ແກ່ການຍົກລະດັບທັກສະຄວາມຮູ້ຄວາມສາມາດ ແລະ ຄຸນນະພາບຂອງກໍາລັງແຮງງານ ພ້ອມທັງປັບປຸງຂີດຄວາມສາມາດເພື່ອໃຫ້ເຊື່ອມໂຍງ ແລະ ສາມາດແຂ່ງຂັນກັບບັນດາປະເທດໃນພາກພື້ນ ແລະ ສາກົນໄດ້.
ຜ່ານການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ 5 ປີ (2016-2020) ພັກ-ລັດຖະບານເຮົາໄດ້ມີຜົນສໍາເລັດທີ່ພົ້ນເດັ່ນ ໂດຍສະເພາະແມ່ນການສະໜອງການສຶກສາກ່ອນໄວຮຽນໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ, ອັດຕາສ່ວນພົນລະເມືອງ ອາຍຸ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນ ໄດ້ເພີ່ມຂຶ້ນຈາກ 70.9% ໃນສົກຮຽນ 2015-2016 ເປັນ 82.7% ໃນສົກຮຽນ 2019-2020 ແລະ ມີ 142 ເມືອງ ໃນຈໍານວນ 148 ເມືອງ ຊຶ່ງມີອັດຕາການເຂົ້າຮຽນຂອງເດັກອາຍຸ 5 ປີ ສູງກວ່າ 60%. ອັດຕາການເຂົ້າຮຽນລວມໃໝ່ຊັ້ນປະຖົມສຶກສາ ປ.5 ໃນສົກຮຽນ 2015-2016 ແລະ 2019-2020 ມີ ການເພີ່ມຂຶ້ນຈາກ 103.5% ເປັນ 105.5% ພ້ອມກັນນັ້ນອັດຕາການຄ້າງຫ້ອງກໍໄດ້ຫຼຸດລົງຈາກ 4.8% ໃນສົກຮຽນ 2015-2016 ເປັນ 3.1% ໃນສົກຮຽນ 2019-2020.ອັດຕາການເຂົ້າຮຽນລວມໃໝ່ຊັ້ນມັດທະຍົມຕອນຕົ້ນ ມ.4 ໄດ້ຮັບການປັບປຸງດີຂຶ້ນ ຊຶ່ງເພີ່ມຈາກ 70.4% ໃນສົກຮຽນ 2015-2016 ເປັນ 71.6% ໃນສົກຮຽນ 2019-2020, ອັດຕາການປະລະການຮຽນ, ແຕ່ສົກຮຽນ 2015-16 ຫາ 2019-2020 ໄດ້ຫຼຸດລົງຈາກ 4.7% ເປັນ 4.3% ໃນສົກຮຽນ 2019-2020.ໃນຊັ້ນມັດທະຍົມຕອນປາຍ ອັດຕາເຂົ້າຮຽນລວມໃໝ່ ມ.7 ໄດ້ເພີ່ມຂຶ້ນຈາກ 42.7% ໃນສົກຮຽນ 2015-2016 ເປັນ 54.8% ໃນສົກຮຽນ 2019-2020, ດັດຊະນີຄວາມເທົ່າທຽມທາງເພດໄດ້ເພີ່ມຂຶ້ນຈາກ 0.87 ໃນສົກຮຽນ 2015-16 ເປັນ 0.91 ໃນສົກຮຽນ 2019-2020.
ການສໍາຫຼວດດັດຊະນີໝາຍສັງຄົມລາວ (LSIS) ໃນປີ 2017 ພົບວ່າ ໜຶ່ງສ່ວນສາມຂອງປະຊາຊົນລາວ ອາຍຸລະຫວ່າງ 15-30 ປີ ສາມາດອ່ານອອກ ແລະ ຂຽນໄດ້; ອັດຕາການກືກໜັງສື ກໍໄດ້ຫຼຸດລົງເຖິງ 11% ສໍາລັບເພດຊາຍ ແລະ 17% ສໍາລັບເພດຍິງ (ກຸ່ມອາຍຸ 15 ຫາ 17 ປີ).ໄດ້ນໍາໃຊ້ຫຼັກສູດໃໝ່, ສະໜອງປຶ້ມແບບຮຽນ, ຄູ່ມືຄູ ແລະ ສື່ການຮຽນການສອນຕ່າງໆ ໄປຄຽງຄູ່ກັບການຝຶກອົບຮົມຄູປະຈໍາການໃນການນໍາໃຊ້ຫຼັກສູດໃໝ່ແລະ ໄດ້ພັດທະນາຂອບປະເມີນຜົນການຮຽນຂອງນັກຮຽນ ໃນສາຍສາມັນສຶກສາ.ໄດ້ປັບປຸງຫຼັກສູດກໍ່ສ້າງຄູ ໃຫ້ສອດຄ່ອງກັບຫຼັກສູດການສຶກສາກ່ອນໄວຮຽນ, ປະຖົມ ແລະ ມັດທະຍົມຕົ້ນສຶກສາ, ໄດ້ນໍາໃຊ້ຫຼັກການສິດສອນແບບເອົານັກຮຽນເປັນໃຈກາງ ແລະ ມີສ່ວນຮ່ວມ ສາມາດຮັບມືກັບຄວາມຕ້ອງການທີ່ຫຼາກຫຼາຍຂອງຜູ້ຮຽນ.ປັບປຸງຫຼັກສູດພ້ອມທັງໄດ້ມີການຝຶກອົບ
ຮົມໃຫ້ແກ່ຄູສອນໃນສາຍອາຊີວະສຶກສາໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາເສດຖະ
ກິດ-ສັງຄົມ. ພັດທະນາຫຼັກສູດໃໝ່ເພີ່ມຂຶ້ນ ໃນລະດັບມະຫາວິທະຍາໄລ. ພ້ອມນັ້ນ,ພັກ-ລັດຖະບານ ກໍໄດ້ລິເລີ່ມສ້າງສູນແຫ່ງຄວາມເປັນເລີດ ໃນບາງສາຂາວິຊາ ເຊັ່ນ: ການກະເສດ, ໂລຈິສຕິກ, ວິສະວະກໍາ, ທ່ອງທ່ຽວ ແລະ ການສຶກສາສິ່ງແວດລ້ອມ. ຄູ-ອາຈານ ໄດ້ຮັບການຍົກລະດັບວຸດທິການສຶກສາ ໃນຂັ້ນປະລິນຍາໂທ ແລະ ປະລິນຍາເອກທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈໍານວນຫຼວງຫຼາຍ, ໄດ້ສະໜອງເງິນບໍລິຫານໂຮງຮຽນໃຫ້ບັນດາໂຮງຮຽນຕ່າງໆໃນທົ່ວປະເທດ ເພື່ອສະໜັບສະໜູນໃຫ້ແກ່ການພັດທະນາໂຮງຮຽນ.ສະໜອງທຶນການສຶກສາໃຫ້ນັກຮຽນໃນໂຮງຮຽນຊົນເຜົ່າ, ນັກຮຽນພອນສະຫວັນ, ນັກຮຽນເກັ່ງລະດັບຊາດ, ໃຫ້ນັກຮຽນໃນສະຖານອາຊີວະສຶກສາ ແລະ ໃນສູນຝຶກອົບຮົມວິຊາຊີບ ໃນອັດຕາສ່ວນ 40% ຂອງນັກຮຽນເຂົ້າໃໝ່ທັງໝົດໂດຍສະເພາະນັກຮຽນທີ່ມາຈາກຄອບຄົວທຸກຍາກ.