ໃນວັນທີ 10 ກຸມພາ ນີ້ ທີ່ກະຊວງສາທາລະນະສຸກ ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການເຊື່ອມສານລະບົບຖານຂໍ້ມູນການພົ້ນທຸກ ແລະ ພັດທະນາ ເຂົ້າກັບລະບົບຂໍ້ມູນປະຊາກອນທີ່ເກີດສິດ ໃນການໃຊ້ບໍລິການສາທາລະນະສຸກ ລະຫວ່າງ ຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກ ແລະ ກົມພັດທະນາຊົນນະບົດ ກະຊວງກະສິກໍາ ແລະ ປ່າໄມ້.
ໃນພິທີທ່ານ ພູວັງ ສຸ້ຍຍະວົງ ຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ ໄດ້ລາຍງານໃຫ້ຮູ້ວ່າ: ວຽກດັ່ງກ່າວເປັນວຽກໜຶ່ງທີ່ມີຄວາມສໍາຄັນ ເພື່ອຊ່ວຍສ້າງເງື່ອນໄຂໃຫ້ທຸກຄົນໄດ້ເຂົ້າເຖິງການບໍລິການປິ່ນປົວສຸຂະພາບ ໄລຍະຜ່ານມາການເຂົ້າເຖິງການບໍລິການປິ່ນປົວສຸຂະພາບຂອງຄົນເຈັບທຸກຍາກ ຖືວ່າຢູ່ໃນເກນທີ່ຕໍ່າຫຼາຍ, ສະຖິຕິປີ 2023 ຂອງຫ້ອງການປະກັນສຸຂະພາບແຫ່ງຊາດ ມີອັດຕາຊົມໃຊ້ບໍລິການກວດເຂດນອກຂອງຄົນເຈັບທຸກຍາກ ກວມ 2.1% ແລະ ມີພຽງ 0.6% ສໍາລັບນອນໂຮງໝໍ ທຽບໃສ່ສະມາຊິກພາກປະຊາຊົນຂອງກອງທຶນປະກັນສຸຂະພາບແຫ່ງຊາດ ຊຶ່ງເກີດຂຶ້ນໄດ້ຫຼາຍສາເຫດ ຊຶ່ງການທີ່ບໍ່ອອກບັດໃຫ້ຄົນທຸກຍາກ ກໍເປັນໜຶ່ງສາເຫດເຫຼົ່ານັ້ນ ເຮັດໃຫ້ຄົນທຸກຍາກບໍ່ແນ່ໃຈວ່າຕົນເອງຈະໄດ້ຮັບການບໍລິການປິ່ນປົວບໍ່ເສຍຄ່າ ເວລາໄປໂຮງໝໍ, ໃນເດືອນຕຸລາປີ 2023 ຫ້ອງການປະກັນສຸຂະພາບແຫ່ງຊາດ ໄດ້ມີຄວາມພະຍາຍາມທີ່ຈະອອກບັດປະກັນສຸຂະພາບໃຫ້ຄອບຄົວທຸກຍາກ ທີ່ມີມາດຕະຖານຄອບຄົວພົ້ນທຸກຕໍ່າກວ່າ 4 ມາດຕະຖານ ຢູ່ 17 ແຂວງ ໂດຍນໍາໃຊ້ຂໍ້ມູນຈາກຜົນການສໍາຫຼວດລ່າສຸດຂອງກົມພັດທະນາຊົນນະບົດ ປີ 2022 ທັງນີ້ກໍເພື່ອເປັນການຜັນຂະຫຍາຍກົດໝາຍວ່າດ້ວຍການປະກັນສຸຂະພາບ ເລກທີ 60/ສພຊ ຊຶ່ງຈະຊ່ວຍໃຫ້ຄົນທຸກຍາກ ມີຄວາມໝັ້ນໃຈວ່າຕົນຈະໄດ້ຮັບການປິ່ນປົວ ອີກຢ່າງກໍເປັນບ່ອນອີງໃຫ້ໂຮງໝໍ ໃນການກວດສິດເພື່ອປະຕິບັດນະໂຍບາຍຂອງກອງທຶນປະກັນສຸຂະພາບ ຕໍ່ກັບຄົນເຈັບທຸກຍາກ ເດືອນຕຸລາ ປີ 2024 ໄດ້ສໍາເລັດການແຈກຢາຍບັດປະກັນສຸຂະພາບ ໃຫ້ຄອບຄົວທຸກຍາກ ຢູ່ 17 ແຂວງ ແລະ ຊື້ເບ້ຍປະກັນໃຫ້ຄອບຄົວທຸກຍາກ ຢູ່ນະຄອນຫຼວງວຽງຈັນ ເຫັນວ່າສາມາດຂຶ້ນທະບຽນໄດ້ 86.5% ໃນນີ້ຄອບຄົວທຸກຍາກ 63%, ບໍ່ແມ່ນຄອບຄົວທຸກຍາກ 37% ຊຶ່ງໄດ້ຕັດອອກຈາກຖານຂໍ້ມູນ ຄອບຄົວທຸກຍາກ ແລະ ຕົກຫຼົ່ນ 13.5% ຊຶ່ງແມ່ນຄອບຄົວທຸກຍາກ ແຕ່ບໍ່ມີປຶ້ມສໍາມະໂນຄົວ ຈຶ່ງບໍ່ຖືກປະເມີນ ແລະ ບໍ່ໄດ້ຖືກຈັດເຂົ້າໃນຖານຂໍ້ມູນ ສໍາລັບກຸ່ມນີ້ຕ້ອງໄດ້ສືບຕໍ່ອອກບັດໃຫ້ ເພື່ອຊ່ວຍໃຫ້ເຂົາເຈົ້າໄດ້ເຂົ້າເຖິງການບໍລິການປິ່ນປົວສຸຂະພາບໂດຍປາສະຈາກພາລະແບກຫາບທາງດ້ານການເງິນ, ການເຊັນລົງນາມບົດບັນທຶກສອງຝ່າຍຄັ້ງນີ້ ຈະເປັນບ່ອນອີງທີ່ສໍາຄັນໃນການອອກບັດປະກັນສຸຂະພາບໃຫ້ຄອບຄົວຕົກຫຼົ່ນ ແລະ ຄອບຄົວທີ່ທຸກຍາກ ແນໃສ່ໃຫ້ໄດ້ຮັບການປະຕິບັດນະໂຍບາຍ ຂອງກອງທຶນປະກັນສຸຂະພາບແຫ່ງຊາດ.
ໃນພິທີລົງນາມ ຕາງໜ້າກະຊວງກະສິກໍາ ແລະ ປ່າໄມ້ ເຊັນໂດຍ ທ່ານ ບົວຫົງ ຄໍາຫາ ຫົວໜ້າກົມພັດທະນາຊົນນະບົດ ແລະ ກະຊວງສາທາລະນະສຸກ ໂດຍ ທ່ານ ພູວັງ ສຸ້ຍຍະວົງ ຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມເປັນສັກພິຍານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ວິຊາການ ຈາກພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ແຫຼ່ງຂ່າວ:ຂ່າວສານກະສິກຳ,ປ່າໄມ້ແລະພັດທະນາຊົນນະບົດ