ເມື່ອບໍ່ດົນມານີ້,​ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ​ຈໍາປາສັກ​ ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບການເກັບຊື້ເສດໂລຫະ ຫຼື ອະໂລຫະພາຍໃນແຂວງ​ ຂຶ້ນ​ຢູ່ພະແນກດັ່ງກ່າວ​ ໂດຍການເປັນປະທານຂອງ ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ.​ ມີການນໍາພະແນກການ ແລະ ຂະແໜງກ່ຽວຂ້ອງທົ່ວແຂວງ​ເຂົ້າຮ່ວມ.
ໃນກອງປະຊຸມ,​ ທ່ານ​ ທອງສຸກ ກອງແກ້ວ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ​ ແລະ​ ການຄ້າ​ແຂວງ​ ໄດ້ຜ່ານບົດລາຍງານໃນການຈັດຕັ້ງປະຕິບັດການເກັບຊື້ເສດໂລຫະ ຫຼື ອະໂລຫະ, ຜ່ານແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 1638/ອຄ,​ ລົງວັນທີ 28 ກັນຍາ 2023 ແລະ ຜ່ານມະຕິຕົກລົງ​ ເລກທີ 01/ຄບພຂ.ຈສ, ລົງວັນທີ 8 ມັງກອນ 2025, ຂອງກອງປະຊຸມຄົບຄະນະ ຄັ້ງທີ 15 ຂອງຄະນະບໍລິຫານງານພັກ ແຂວງຈໍາປາສັກ ສະໄໝທີ VIII. ຈາກນັ້ນ,​ ຜູ້​ເຂົ້າຮ່ວມ​ກອງປະຊຸມ​ ກໍໄດ້ເປີດກ້ວາງໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງແຂວງ ປະກອບຄຳເຫັນ ຢ່າງກົງໄປກົງມາ ບົນພື້ນຖານກົດໝາຍ, ລະບຽບການ, ສິດ ແລະ ໜ້າທີ່,​ ພາລະບົດບາດຂອງຂະ ແໜງການ.
ຜ່ານຈາກການຄົ້ນຄວ້າປຶ​ກສາຫາລື, ກອງປະຊຸມໄດ້ຕົກລົງເປັນເອກະພາບກັນເຫັນດີໃນການຈັດຕັ້ງປະຕິບັດ ແລະ ເຫັນດີໃຫ້ຂະແໜງທະບຽນວິສາຫະກິດ​ ຂຶ້ນແຜນໃນການເຄື່ອນໄຫວຈັດຕັ້ງປະຕິບັດ. ໃນນັ້ນ, ໃຫ້ມີແຜນຄົນ, ແຜນງານ, ແຜນງົບປະມານ; ເຫັນດີ​ ໃຫ້ຄະນະກໍາມະການລົງກວດກາຄືນ​ ໂດຍສົມທົບກັບພາກສ່ວນທີ່ກ້ຽວຂ້ອງ ຖ້າຫາກວ່າພົບເຫັນສິນຄ້າທີລັກລອບມາຂາຍ ແມ່ນໃຫ້ປະຕິບັດຕາມລະບຽບການທາງດ້ານກົດໝາຍ; ເຫັນດີບໍ່ໃຫ້ມີຈຸດເກັບຊື້ເຫຼັກເສດພາຍໃນເທດສະບານ ແລະ ຕາມເສັ້ນທາງຫຼວງທີ່ບໍ່ເໝາະສົມ. ພ້ອມດ່ຽວກັນນັ້ນໄດ້ແນະນຳໃຫ້ພາກສ່ວນທຸລະກິດຍົກຍ້າຍເຂົ້າໄປຢູ່ຂົງເຂດອຸດສາຫະກຳເມືອງຂອງຕົ້ນ.
(ຂ່າວ​: ທູນທອງໃຈ​, ພາບ​: ຂະແໜງການຄ້າພາຍໃນ)