![](nimg/194233244220250211_154544.jpg)
ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຊຽງຂວາງເປີດກ້ວາງຄັ້ງທີ 9 ສະໄໝທີ VIII ໄດ້ຈັດຂຶ້ນໃນວັນທີ 11 ກຸມພານີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ ຮອງຫົວໜ້າພະແນກການ ແລະ ກຳລັງປ້ອງກັນຊາດ-ກຳລັງປ້ອງກັນຄວາມສະຫົງບອົງການສະຫະພັນນັກຮົບເກົ່າເຂົ້າຮ່ວມ.
ທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ ພະນັກງານໄດ້ສະຫຼຸບຕີລາຄາການນຳພາ-ຊີ້ນຳວຽກງານຮອບດ້ານຂອງຄະນະບໍລິຫານງານ ປະຈຳປີ 2024 ແລະ ແຜນວຽກຈຸດສຸມວຽກທິດທາງແຜນການປີ 2025, ລາຍງານການຈັດຕັ້ງປະຕິບັດວຽກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕິດພັນກັບວຽກງານ 3 ສ້າງປີ 2024, ການກະກຽມຄວາມພ້ອມຈັດກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ, ເມືອງ ໂດຍສະເພາະແມ່ນບັນດາອານຸກຳມະການຕ່າງໆ. ໜຶ່ງປີຜ່ານມາໄດ້ເອົາໃຈໃສ່ນຳພາປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫົງບທົ່ວປວງຊົນຮອບດ້ານຫັນພະນັກງານລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍຢູ່ 7 ເມືອງມີ 18 ຈຸດສຸມ 98 ບ້ານເປົ້າໝາຍຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ. ວຽກງານ 3 ສ້າງ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມຕາມວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ໜຶ່ງປີຜ່ານມາມີຄະດີເກີດຂຶ້ນທັງໝົດ 579 ເລື່ອງ, ກັກຕົວ 158 ຄົນ, ມີອຸປະຕິເຫດເກີດຂຶ້ນຕາມທ້ອງຖະໜົນ 204 ຄັ້ງ, ພາຫະນະເປ່ເພ 329 ຄັນ, ບຸກຄົນໄດ້ຮັບບາດເຈັບ 258 ຄົນ, ເສຍຊີວິດ 33 ຄົນ ມູນຄ່າເສຍຫາຍ 8.13 ຕື້ກີບ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2024 ຈັງຫວະການຂະຫຍາຍຕົວຂອງເສດຖະກິດ 5.6% ເລື່ອນແຜນການ 0.3% ລວມຍອດຜະລິດຕະພັນ(GDP) ບັນລຸໄດ້ 6,471.96 ຕື້ກີບ ສະເລ່ຍຕໍ່ຄົນໄດ້ 1,112 ໂດລາສະຫະລັດຕໍ່ຄົນຕໍ່ປີ, ບັນດາທະນາຄານໄດ້ປະກອບສ່ວນປ່ອຍທຶນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງສາມາດສ້າງລາຍຮັບໄດ້ 503.48 ຕື້ກີບ, ລາຍຈ່າຍ 570.14 ຕື້ກີບ, ປ່ອນສິນເຊື່ອສຸດທິ 989.54 ຕື້ກີບ, ໂດຍພື້ນຖານແມ່ນຄ້ຳປະກັນໄດ້ດ້ານສະບຽບອາຫານກຸ້ມຕົນເອງ ແລະ ມີສ່ວຍແຮໄວ້, ສາມາດປູກເຂົ້າໄດ້28,592 ເຮັກຕາ, ເກັບກູ້ຜົນຜະລິດໄດ້ 109,962 ໂຕນ ແລະ ປູກຜົນຜະລິດອື່ນໆ. ມີງົວ, ຄວາຍ, ມ້າ 363,888 ໂຕ, ໄດ້ສຸມໃສ່ການແກ້ໄຂຄວາມທຸກຍາກທົ່ວແຂວງຍັງມີບ້ານທຸກຍາກ 208 ບ້ານ ກວມ43.70%, ມີຄອບຄົວທຸກຍາກ 14,969 ຄອບຄົວ ກວມ 30.26%, ມີບ້ານພັດທະນາ 78 ບ້ານກວມ16.38% ມີຄອບຄົວພັດທະນາທັງໝົດ 28,348 ຄອບຄົວ ກວມ 57.30%. ຜົນການປະເມີນຕາມດຳລັດ348/ລບ ມີບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ 3 ບ້ານ, ຜູ້ແທນກອງປະຊຸມໄດ້ປະກອບຄຳຄິດເຫັນເພື່ອເຮັດໃຫ້ການນຳພາ-ຊີ້ນຳວຽກງານຮອບດ້ານຂອງແຂວງໃຫ້ມີຜົນສຳເລັດມີປະສິດທິຜົນສູງ ແລະ ຖືກກັບສະພາບຕົວຈິງໃນການພັດທະນາພື້ນຖານໂຄງລ່າງການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກໃຫ້ດີຂຶ້ນເລື້ອຍໆ.
(ຂ່າວ: ບຸນມີ ແສງທຸມມີ)