ວັນທີ 11 ກຸມພານີ້ ຢູ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ ໄດ້ເປີດກອງປະຊຸມສະຫຼຸບວຽກງານກໍ່ສ້າງການເມືອງ, ວຽກງານຊົນນະບົດຮອບດ້ານ ຕິດພັນກັບວຽກງານ 3 ສ້າງ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ໂດຍການເປັນປະທານຂອງ ທ່ານ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ມີພາກສ່ວນກ່ຽວຂ້ອງຈາກແຂວງ ແລະ ເມືອງເຂົ້າຮ່ວມ.
ທ່ານ ເຈົ້າແຂວງວຽງຈັນ ໄດ້ກ່າວເປີດກອງປະຊຸມວ່າ: ເພື່ອບັນລຸຄາດໝາຍສູ້ຊົນກ່ຽວກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ແລະ ບັນລຸໃຫ້ໄດ້ຕົວເລກເປົ້າໝາຍການພັດທະນາແບບຢືນຍົງແຕ່ນີ້ຮອດປີ 2030 ແລະ ບັນລຸຄາດໝາຍສູ້ຊົນຂອງແຜນການພັດທະນາເສດຖະກິດ-ສັງຄົມ ແມ່ນມີຄວາມຈຳເປັນຈະສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ໂດຍສະເພາະຢູ່ໃນຂົງເຂດຈຸດສຸມພັດທະນາຂອງແຂວງ ເພື່ອສ້າງໃຫ້ກາຍເປັນເຂດພັດທະນາ ແລະ ສ້າງບ້ານຈຸດໃຈກາງ, ສ້າງບ້ານໃຫ່ຍໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃນຕໍ່ໜ້າ. ປະຈຸບັນຢູ່ແຂວງວຽງຈັນ ມີຫຼາຍອັນພົ້ນເດັ່ນຂຶ້ນ ເຮັດໃຫ້ຮາກຖານບ້ານ, ກຸ່ມບ້ານ ແລະ ຈຸດສຸມພັດທະນາຂອງແຂວງແມ່ນມີຄວາມສະຫງົບໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນ, ເປັນຕົ້ນການຜະລິດເປັນສິນຄ້າ ໄດ້ມີໜໍ່ ແໜງເກີດຂຶ້ນຫຼາຍສົມຄວນ ລະບົບການເມືອງຢູ່ຂັ້ນຮາກຖານແມ່ນມີຄວາມໜັກແໜ້ນເຂັ້ມແຂງທັງໝົດນັ້ນ ແມ່ນຍ້ອນຄວາມເອົາໃຈໃສ່ໃນການນໍາພາ-ຊີ້ນໍາຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ໃນການປະສານສົມທົບບວກໃສ່ການບຸກບືນສູ່ຊົນຂອງພະນັກງານທີ່ເຮັດວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ກໍຄືການສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ສ້າງບ້ານໃຫ່ຍໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ, ຈຶ່ງເຮັດໃຫ້ວຽກງານ ດັ່ງກ່າວບັນລຸໄປຕາມຈຸດປະສົງ ແລະ ລະດັບຄາດໝາຍເປັນແຕ່ລະໄລຍະ.
ທ່ານກ່າວຕື່ມອີກວ່າ: ເຖິງວ່າວຽກງານດັ່ງກ່າວສໍາເລັດໃນຫຼາຍດ້ານກໍຕາມແຕ່ກໍຍັງມີຫຼາຍດ້ານທີ່ຍັງເປັນຂໍ້ຄົງຄ້າງຈະຕ້ອງໄດ້ຮ່ວມກັນແກ້ໄຂໃນຕໍ່ໜ້າ, ໂດຍສະເພາະແມ່ນວຽກງານ ພະນັກງານຜູ້ທີ່ຈະນໍາພາເຮັດຕົວຈິງຢູ່ໃນຂັ້ນຮາກຖານບ້ານ ແລະ ຂອດປະສານງານການຮ່ວມມື ຂອງບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ຂັ້ນຮາກຖານບ້ານທີ່ຈະເຮັດວຽກງານ ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຍັງຊັກຊ້າ, ການຈັດສັນພູມລໍາເນົາຄົງທີ່, ການຈັດສັນອາຊີບຖາວອນ ແລະ ການກໍ່ສ້າງພື້ນຖານໂຄງລ່າງບາງດ້ານກໍຍັງຊັກຊ້າ ແລະ ການສ້າງບ້ານ ແບບຢ່າງດ້ານອື່ນໆ ແມ່ນຍັງເຮັດບໍ່ທັນໄດ້ດີ, ຍັງຂາດການຮ່ວມມື ແລະ ຂາດຄວາມເປັນເຈົ້າການ ຂອງປະຊາຊົນບັນດາເຜົ່າຈໍານວນໜຶ່ງ, ການສຶກສາອົບຮົມການເມືອງ-ແນວຄິດ ແມ່ນຍັງເຮັດບໍ່ໄດ້ ເທົ່າທີ່ຄວນ ເຖິງວ່າຈະໄດ້ເຮັດແຕ່ຍັງເປັນແບບລວມໆ ຍັງບໍ່ເຂົ້າເຖິງເປົ້າໝາຍເທື່ອ, ການບຳລຸງ ພາລະບົດບາດ, ສິດໜ້າທີ່ໃຫ້ແກ່ອົງການປົກຄອງຂັ້ນບ້ານຍັງເຮັດບໍ່ຕໍ່ເນື່ອງ, ການສ້າງຄອບຄົວ ແລະ ບ້ານແບບຢ່າງຕ່າງໆ ຍັງເຮັດໄດ້ໜ້ອຍ, ການຊຸກຍູ້ສົ່ງເສີມ, ການສ້າງຄອບຄົວຕົວແບບດ້ານ ກະສິກຳ (ການປູກ-ການລ້ຽງ) ຍັງບໍ່ທັນເປັນຂະບວນການ ໂດຍສະເພາະແມ່ນການສ້າງແຜນການ, ໂຄງການພັດທະນາຮ່ວມມື ຂອງປະຊາຊົນແມ່ນຍັງເຮັດໄດ້ໜ້ອຍ, ສ່ວນຫຼາຍເລັ່ງໃສ່ໂຄງການ ກໍ່ສ້າງພື້ນຖານໂຄງລ່າງເຊັ່ນ: ຖະໜົນ ຫົນທາງ, ໂຮງຮຽນ, ສ່ວນໂຄງການທີ່ຕິດພັນກັບ 4 ເນື້ອໃນ 4 ຄາດໝາຍ ການຈັດຕັ້ງປະຕິບັດຍັງບໍ່ທັນໄດ້ເທົ່າທີ່ຄວນ.
(ແຫຼ່ງຂ່າວ: ແຂວງວຽງຈັນ)