![](nimg/83070682420250212_095134.jpg)
ໃນວັນທີ 11 ກຸມພາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊສົມບູນ, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ແຂວງໄຊສົມບູນ, ມີສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ແລະ ພະນັກງານຫຼັກທົ່ວແຂວງເຂົ້າຮ່ວມ.
ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ຂຶ້ນລາຍງານໂດຍສັງເຂບວຽກທີ່ພົ້ນເດັ່ນຂອງ ແຂວງ ໃນການຈັດຕັ້ງປະຕິບັດ ວຽກງານ ປກຊ-ປກສ, ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປະຕິບັດດໍາລັດ 414/ລບ, ສອງວາລະແຫ່ງຊາດ 1 ປີ ຜ່ານມາ (2024) ແລະ ທິດທາງແຜນການ ປີ 2025 ຊຶ່ງຕະຫຼອດໄລຍະທີ່ຜ່ານມາຄະນະພັກ-ອົງການປົກຄອງແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຄຽງຄູ່ກັບການຈັດຕັ້ງ ເຜີຍແຜ່ເຊື່ອມຊຶມບັນດານິຕິກຳຕ່າງໆ ທີ່ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ. ໃນນີ້, ສາມາດສ້າງຄອບຄົວ ແລະ ບ້ານປ້ອງຊາດເຂັ້ມແຂງໄດ້ 5 ບ້ານ, ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີໄດ້ 12 ບ້ານ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນການລັກລອບຂຸດຄົ້ນແຮ່ຄໍາ, ຕັດໄມ້, ຂີ້ລັກງັດແງະ, ບັນຫາອຸປະຕິເຫດ ແລະ ອື່ນໆ ໃຫ້ຫຼຸດໜ່ອຍຖອຍລົງ, ນອກນີ້ ຍັງໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດມ້າງເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 28 ລາຍ, ກັກຕົວຜູ້ກະທໍາຜິດ 577 ຄົນ ຍິງ 38 ຄົນ, ຢຶດຂອງກາງຢາບ້າໄດ້ 79,767 ເມັດ, ຝິ່ນ 5,504 ບັກ, ຄໍລາເຈນ 1,830 ຖົງ, ເຄຕາມິນ 6 ຖົງໃຫຍ່, ປືນແກັບ 6 ກະບອກ, ປືນສັ້ນ 4 ກະບອກ, ລູກປືນສັ້ນ 204 ລູກ, ລູກປືນອາກາ (AK) 57 ລູກ, ທຳລາຍສວນຝິ່ນໄດ້ 12 ເຮັກຕ່າ, ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ການເງິນ ຄັ້ງທີ IX ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງຢູ່ໃນລະດັບດີ, ໄດ້ຮັບອະນຸມັດແຜນການລົງທຶນຂອງລັດ (ໂຄງການສືບຕໍ່ ແລະ ສະເໜີໃໝ່) ທັງໝົດ 158 ໂຄງການ, ຂັ້ນແຂວງຄຸ້ມຄອງມີທັງໝົດ 102 ໂຄງການ, ການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 1,856. 29 ຕື້ກີບ, ໄດ້ຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າຂອງປະຊາຊົນ ແລະ ວຽກງານອື່ນໆ.
ໂອກາດນີ້, ສະຫາຍ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກໃຫ້ແຂວງສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ເຜີຍແຜ່ເຊື່ອມຊຶມບັນດານິຕິກຳຕ່າງໆໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ, ສືບຕໍ່ສ້າງຄອບຄົວ ແລະ ບ້ານປ້ອງຊາດເຂັ້ມແຂງ ໃຫ້ບັນລຸຕາມແຜນການທີ່ວາງໄວ້, ພ້ອມທັງຕອບຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມໃຫ້ນັບມື້ຫຼຸດໜ່ອຍຖອຍລົງ. ນອກນີ້, ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແນໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າຂອງປະຊາຊົນ ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDG) ຂອງຂະແໜງສຶກສາ ແລະ ຂະແໜງສາທາໃຫ້ບັນລຸຕາມຄາດໝາຍ ສືບຕໍ່ແກ້ໄຂຄອບຄົວທຸກຍາກໃນທົ່ວແຂວງ ໃຫ້ນັບມື້ຫຼຸດໜ່ອຍຖອຍລົງ ແລະ ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການສະເຫຼີມສະຫຼອງ 3 ວັນປະຫວັດສາດ ທີ່ໃກ້ຈະມາຮອດໃນມໍ້ໆນີ້.
(ຂ່າວ: ຄຳໝັ້ນ ພຽງພິລາ)