ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງແກ່ນທ້າວ ແຂວງໄຊຍະບູລີ ຄັ້ງທີ VIII ໄດ້ອັດລົງດ້ວຍຜົນສໍາເລັດໃນວັນທີ 11 ກຸມພາຜ່ານມານີ້, ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນ ຢູ່ທີ່ສະໂມສອນ ເມືອງ, ໂດຍການເຂົ້າຮ່ວມຂອງສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ໂດຍການເປັນປະທານຂອງສະຫາຍ ຄໍາປຸ່ນ ນວນສະບັບ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງແກ່ນທ້າວ, ມີແຂກຖືກເຊີນ ແລະ ຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສຳຫຼວດການນຳພາລວມ ຊຶ່ງໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນຳພາ-ຊີ້ນຳ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ 5 ປີຜ່ານມາ. ພ້ອມດຽວກັນນີ້, ຍັງໄດ້ເປັນເອກະາບຮັບຮອງເອົາທິດທາງແຜນການ 5 ປີ ນັບແຕ່ 2025-2029. ຈາກນັ້ນ, ຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ບົນພື້ນຖານມາດຕະຖານ, ເງື່ອນໄຂທີ່ກຳນົດໄວ້, ຊຶ່ງມີຜູ້ສະໝັກ 31 ສະຫາຍ ຍິງ 7 ສະຫາຍ ແລະ ເລືອກໄດ້ເອົາ 27 ສະຫາຍ ຍິງ 6 ສະຫາຍ
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກຕັ້ງເອົາຄະນະປະຈໍາພັກ 9 ສະຫາຍ, ຍິງ 1 ສະຫາຍ, ໄດ້ເປັນເອກະສັນເລືອກເອົາ ສະຫາຍ ຄຳປຸ່ນ ນວນສະບັບ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ສີຄານ ແກ່ນມະນີ ແລະ ສະຫາຍ ຈິນດາ ກະທາທອງ ເປັນຮອງເລຂາ, ເລືອກເອົາ ສະຫາຍ ສູພິດ ໂຮມຊັບ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ສະເຫຼີມທອງ ລາດຊະແກ້ວ ແລະ ສະຫາຍ ຊູມ ອ່ອນພັນນະຈິດ ເປັນຮອງປະທານ ແລະ ເລືອກຕັ້ງເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VIII ຈໍານວນ 17 ສະຫາຍ ຍິງ 3 ສະຫາຍ.
ສະຫາຍ ພົງສະຫວັນ ສິດທະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດເກົ່າທີ່ໄດ້ນໍາພາ-ຊີ້ນຳສະມາຊິກພັກພະນັກງານປະຊາຊົນພາຍໃນເມືອງ ທີ່ໄດ້ສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຍາດໄດ້ຜົນສຳເລັດຫຼາຍດ້ານ ພ້ອມດຽວກັນນີ້ ສຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນຂໍ້ຄົງຄ້າງ ແລະ ໄດ້ໃຫ້ທິດຊີ້ນຳວຽກງານແຕ່ລະດ້ານໃນທາງສ້າງສັນທັງມີຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ທີ່ຈະສືບຕໍ່ ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ໃຫ້ມີຜົນງານຍິ່ງ​​ ໃຫຍ່ກວ່າເກົ່າ ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ​-ສັງຄົມທີ່ໄດ້ຮັບການຮັບຮອງເອົາໃຫ້ເກີດຜົນເປັນຈິງເພື່ອໄຊຊະນະແຫ່ງພາລະກິດປ່ຽນແປງໃໝ່ຂອງພັກເຮົາເພື່ອຜົນປະໂຫຍດອັນຊອບທຳ ແລະ ຄວາມຮັ່ງມີຜາສຸກຂອງປະຊາຊົນ​ ​ໃນທົ່ວເມືອງແກ່ນທ້າວກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງມີໄຊ.
(ຂ່າວ: ແກ່ນທ້າວ)