ອະນຸກຳມະການເນື້ອໃນ ສະເຫຼີມສະຫຼອງ 3 ວັນປະຫວັດສາດ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ສະເຫຼີມສະຫຼອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ພັກ ປປລ) ຄົບຮອບ 70 ປີ ຫົວຂໍ້: “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ” ໄດ້ຈັດຂຶ້ນໃນວັນທີ 12 ກຸມພານີ້ ຢູ່ສະໂມສອນຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າອະນຸກຳມະການເນື້ອໃນ ສະເຫຼີມສະຫຼອງ 3 ວັນປະຫວັດສາດ; ເຂົ້າຮ່ວມກອງປະຊຸມຄັ້ງນີ້, ບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍອະດີດການນໍາພັກ-ລັດ, ບັນດາສະຫາຍກຳມະການສູນກາງພັກ, ຄະນະພັກ-ຄະນະນໍາ ບັນດາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້, ມີຄວາມໝາຍສຳຄັນທາງດ້ານທິດສະດີ ແລະ ພຶດຕິກຳ, ເປັນໂອກາດທີ່ຈະໄດ້ພ້ອມກັນຫວນຄືນມູນເຊື້ອ ແລະ ຜົນງານອັນຍິ່ງໃຫຍ່ ແຫ່ງການນໍາພາຂອງ ພັກ ປປລ ຕະຫຼອດ 70 ປີ ແຫ່ງການກໍ່ຕັ້ງ ແລະ ນໍາພາ ພາລະກິດປະຕິວັດຢູ່ປະເທດເຮົາ. ກອງປະຊຸມນີ້, ຍັງຈະເປັນປະໂຫຍດໃຫຍ່ຫຼວງແທດຕົວຈິງ ຮັບໃຊ້ໃຫ້ແກ່ການປັບປຸງປົວແປງພັກໃນປັດຈຸບັນ. ພ້ອມດຽວກັນນີ້, ກໍຮຽກຮ້ອງມາຍັງບັນດານັກວິທະຍາສາດ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ຄົ້ນຄວ້າ, ນໍາສະເໜີບົດດ້ວຍເນື້ອໃນທີ່ເລິກເຊິ່ງ, ຄົບຖ້ວນ. ບັນດາສະຫາຍເຂົ້າຮ່ວມ ກໍໄດ້ເນັ້ນໃຫ້ເອົາໃຈໃສ່ໃນການຄິດຫງໍາ, ໃຫ້ການປະກອບຄໍາເຫັນເພີ່ມເຕີມ ໃຫ້ແກ່ບົດວິທະຍາສາດຢ່າງກົງໄປກົງມາ ຕາມຄໍາຖາມເຈາະຈີ້ມ, ເຮັດແນວໃດໃຫ້ເນື້ອໃນບົດຄົ້ນຄວ້າວິທະຍາສາດຄັ້ງນີ້ ສາມາດຮັບປະກັນໄດ້ທັງລັກສະນະວິທະຍາສາດ ແລະ ຖືກຕ້ອງຕາມຄວາມເປັນຈິງ, ນໍາເອົາເນື້ອໃນຈິດໃຈກອງປະຊຸມສຳມະນາໃນຄັ້ງນີ້ ໄປຄົ້ນຄວ້າ ແລະ ໝູນໃຊ້ໃນພຶດຕິກຳຕົວຈິງ.
ກອງປະຊຸມຄັ້ງນີ້, ໄດ້ມີການນໍາສະເໜີບົດວິທະຍາສາດ ຈໍານວນ 10 ບົດ ຄື: ການກໍາເນີດຂອງພັກ ປປລ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດລາວ; ພັກ ປປລ ນໍາພາພາລະກິດປົດປ່ອຍຊາດ ຢ່າງສົມບູນ; ພັກກໍ່ສ້າງ-ປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນໄຊຊະນະຂອງການປະຕິວັດແຕ່ລະໄລຍະ; ພັກນໍາພາສ້າງລັດຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ; ພັກນໍາພາພັດທະນາເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ; ພັກນໍາພາພັດທະນາວັດທະນະທໍາ-ສັງຄົມ ເພື່ອຄວາມຢູ່ດີກິນດີ ຂອງປະຊາຊົນບັນດາເຜົ່າ; ພັກນໍາພາເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນທົ່ວປວງຊົນລາວທັງຊາດ; ພັກນໍາພາວຽກງານປ້ອງກັນຊາດ ບົນເສັ້ນທາງກ້າວສູ່ຈຸດໝາຍສັງຄົມນິຍົມ; ພັກນໍາພາກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ເຂັ້ມແຂງ, ມີແບບແຜນທັນສະໄໝ ແລະ ພັກນໍາພາເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ.
(ຂ່າວ-ພາບ: ສຸກສະຫວັນ)