![](nimg/164502742520250212_135452.jpg)
ໃນວັນທີ 10ກຸມພາ ຜ່ານມາ ທີ່ກະຊວງການຕ່າງປະເທດ, ທ່ານທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ພົບປະຜ່ານລະບົບທາງໄກກັບ ທ່ານນາງເພັນນີວອງ (Penny WONG)ລັດຖະມົນຕີກະຊວງການຕ່າງປະເທດແຫ່ງອົສຕຣາລີ, ເພື່ອປຶກສາຫາລືແລະ ແລກປ່ຽນຄໍາຄິດເຫັນໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ.
ໃນໂອກາດນີ້, ສອງລັດຖະມົນຕີ ໄດ້ສະແດງຄວາມປິຍິນດີ ທີ່ໄດ້ມີໂອກາດສົນທະນາ ເພື່ອຮັດແໜ້ນການຮ່ວມມືສອງຝ່າຍລາວ-ອົສຕຣາລີໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານແລະການຮ່ວມມືທີ່ດີລະຫວ່າງສອງປະເທດຕະຫຼອດໄລຍະ 73 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ອົສຕຣາລີ ຊຶ່ງໄດ້ຮັບການເສີມຂະຫຍາຍແລະມີຜົນສໍາເລັດເປັນກ້າວໆມາ ໂດຍສະເພາະແມ່ນຜົນສໍາເລັດຂອງການຢ້ຽມຢາມອົສຕຣາລີຢ່າງເປັນທາງການແລະການເປັນປະທານຮ່ວມໃນກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ອົສຕຣາລີຂອງພະນະທ່ານສອນໄຊສີພັນດອນນາຍົກລັດຖະມົນຕີແຫ່ງສປປລາວ, ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົສຕຣາລີຄົບຮອບ 50 ປີພ້ອມທັງໄດ້ຮ່ວມກັນຍົກລະດັບການພົວພັນຮ່ວມມືສອງຝ່າຍລາວ-ອົສຕຣາລີຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນປີ 2024 ທີ່ຜ່ານມາ. ຂະນະດຽວກັນ, ທ່ານທອງສະຫວັນ ພົມວິຫານຍັງໄດ້ອວຍພອນວັນຊາດອົສຕຣາລີ ຄົບຮອບ 237 ປີ.
ນອກຈາກນີ້, ສອງຝ່າຍໄດ້ເຫັນດີຮ່ວມກັນ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂະແໜງການຕ່າງໆ ທີ່ກຳນົດຢູ່ໃນແຜນປະຕິບັດງານຂອງການເປັນຄູ່ຮ່ວມມືຮອບດ້ານ ເປັນຕົ້ນການພັດທະນາດ້ານຊັບພະຍາກອນມະນຸດ, ການຄ້າ-ການລົງທຶນ, ການແກ້ໄຂບັນຫາສະພາບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານແບບຍືນຍົງ, ວຽກງານຄວາມໝັ້ນຄົງ ແລະ ການບັງຄັບໃຊ້ກົດໝາຍ. ພ້ອມດຽວກັນນີ້, ສອງຝ່າຍໄດ້ຖືໂອກາດແລກປ່ຽນຄໍາຄິດເຫັນກ່ຽວກັບຄວາມຄືບໜ້າການສືບສວນ-ສອບສວນຕໍ່ເຫດການນັກທ່ອງທ່ຽວອົສຕຣາລີ 2 ຄົນ ທີ່ເຈັບປ່ວຍກະທັນຫັນ ແລະ ໄດ້ຮັບຂ່າວເສຍຊີວິດໃນໄລຍະຕໍ່ມາ ໃນເດືອນພະຈິກ ປີ 2024; ສອງຝ່າຍໄດ້ສະແດງຄວາມເສຍໃຈຕໍ່ເຫດການທີ່ບໍ່ເພິ່ງປາດຖະໜາດັ່ງກ່າວ ແລະ ກໍຫວັງວ່າຈະບໍ່ກະທົບຕໍ່ສາຍພົວພັນຂອງສອງປະເທດ.
ຂ່າວ-ພາບ: ກະຊວງການຕ່າງປະເທດ