ໃນຕອນເຊົ້າຂອງວັນທີ 11 ກຸມພາ ນີ້ ທີ່ ນະຄອນດູໄບສະຫະນະຄອນ ເອເມຣັດ ອາຣັບ, ພະນະທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025 (World Governments Summit 2025), ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດ (Shaping Future Governments)” ພາຍໃຕ້ການເປັນປະທານຂອງ ສົມເດັດ ເຊັກ ໂມຮາມັດ ບິນ ລາຊິດ ອໍ ມາກຕຸມຮອງປະທານາທິບໍດີນາຍົກລັດຖະມົນຕີ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ໂດຍມີການນໍາຂັ້ນສູງຈາກບັນດາປະເທດໃນພາກພື້ນ ແລະ ສາກົນ ຫຼາຍກວ່າ 140 ປະເທດ, ມີຫົວໜ້າລັດຖະບານຫຼາຍກວ່າ 30 ປະເທດ ແລະ ມີຜູ້ເຂົ້າຮ່ວມຫຼາຍກວ່າ 6,000 ຄົນ.
ກອງປະຊຸມດັ່ງກ່າວ ເປັນຂໍ້ລິເລີ່ມຂອງລັດຖະບານ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ທີ່ໄດ້ສ້າງຕັ້ງຂຶ້ນ ນັບແຕ່ປີ 2013 ເປັນຕົ້ນມາ ແລະ ຈັດຂຶ້ນທຸກໆປີ ໂດຍມີຈຸດປະສົງເພື່ອສ້າງເປັນເວທີໃຫ້ແກ່ບັນດາຜູ້ນຳຂັ້ນສູງ/ຫົວໜ້າລັດຖະບານຂອງປະເທດຕ່າງໆ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດ ເພື່ອປຶກສາຫາລື ກ່ຽວກັບການສົ່ງເສີມການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນແມ່ນນະວັດຕະກຳເຕັກໂນໂລຊີ, ເສດຖະກິດ-ສັງຄົມ, ການບໍລິຫານລັດ, ການເງິນ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ ແລະ ບັນຫາສິ່ງທ້າທາຍອື່ນໆ ໃນທ່າມກາງສະພາບການສາກົນທີ່ປ່ຽນແປງໄປ ລວມທັງທິດທາງການຮ່ວມມືໃນອະນາຄົດ.
ພະນະທ່ານນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມພາກຫຼັກ (Main Panel) ຊຶ່ງສຸມໃສ່ຫົວຂໍ້: ການສະໜອງທຶນໃຫ້ແກ່ເສດຖະກິດໃນອະນາຄົດ ແລະ ເສດຖະກິດສາກົນ (Financing the Future and the Global Economy) ໂດຍເນັ້ນໃສ່ ແນວທາງນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນການຊຸກຍູ້ທ່າແຮງບົ່ມຊ້ອນ ເພື່ອເປັນການສົ່ງເສີມ ແລະ ເປີດກວ້າງການຮ່ວມມືກັບສາກົນ, ຕາມທິດສີຂຽວ ແລະ ຍືນຍົງ ທີ່ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ (2021-2025) ແລະ ທິດທາງໃນອະນາຄົດ, ການສົົ່ງເສີມການພັດທະນາຊັບພະຍາກອນມະນຸດ ເພື່ອຮອງຮັບເຕັກນິກ-ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່; ການສົົ່ງເສີມການຫັນເປັນດີຈີຕອນ ເພື່ອຍົກລະດັບປະສິດທິພາບການດໍາເນີນທຸລະກິດ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງ ຈຸດສຸມຍຸດທະສາດຂອງ ສປປ ລາວ ໃນການຂັບເຄື່ອນການເຕີບໂຕຂອງເສດຖະກິດແບບຍືນຍົງ ໂດຍຜ່ານການລົງທຶນດ້ານພະລັງງານທົດແທນ, ການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດແຫ່ງການເຊື່ອມຕໍ່ ເພື່ອອຳນວຍຄວາມສະດວກດ້ານການຄ້າ, ການອະນຸລັກຮັກສາສິ່ງແວດລ້ອມ ແລະ ການດຶງດູດການລົງທຶນຈາກຕ່າງປະເທດ.
ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຖືເປັນຄັ້ງທໍາອິດ ຂອງ ສປປ ລາວ ຊຶ່ງເປັນການຍົກສູງບົດບາດ ໃນເວທີສາກົນອີກເວທີໜຶ່ງ ເວົ້າສະເພາະກໍແມ່ນໃນພາກພື້ນຕາເວັນອອກກາງ ຊຶ່ງເປັນພາກພື້ນທີ່ມີບົດບາດ ແລະ ມີອິດທິພົນໃໝ່ໃນໂລກ ເພື່ອປະຕິບັດນະໂຍບາຍດ້ານການສົ່ງເສີມການທູດເສດຖະກິດ, ການຊຸກຍູ້ດ້ານຄ້າ, ການລົງທຶນ ເຊັ່ນ: ຂະແໜງການທະນາຄານ, ພະລັງງານທົດແທນ ແລະ ຂົງເຂດອື່ນໆ ພ້ອມທັງເປັນໂອກາດອັນດີ ເພື່ອຮັດແໜ້ນສາຍພົວພັນການທູດລະຫວ່າງ ປະເທດເຈົ້າພາບ ກໍຄື ສະຫະນະຄອນ ເອເມຣັດ ອາຣັບ ແລະ ປະເທດອື່ນໆ ເພື່ອຮັດແໜ້ນການພົວພັນຮ່ວມມືສອງຝ່າຍ.
ໃນໂອກາດການເຄື່ອນໄຫວຢູ່ ນະຄອນດູໄບ ຄັ້ງນີ້, ພະນະທ່ານນາຍົກລັດຖະມົນຕີ ໄດ້ພົບປະສອງຝ່າຍກັບ ນາຍົກລັດຖະມົນຕີ ແຫ່ງ ລັດກູເວດ ພ້ອມທັງໄດ້ຮັບຕ້ອນການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ ລັດຖະມົນຕີ ແຫ່ງລັດຮັບຜິດຊອບວຽກງານການຄ້າຕ່າງປະເທດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ. ນອກຈາກນີ້, ເພື່ອຜັນຂະຫຍາຍນະໂຍບາຍວຽກງານການທູດເສດຖະກິດ ພະນະທ່ານ ນາຍົກລັດຖະມົນຕີ ໄດ້ນໍາພາພາກທຸລະກິດຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ລະຫວ່າງພາກລັດ ແລະ ພາກເອກະຊົນ ຂອງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ເພື່ອໂຄສະນາ, ແລກປ່ຽນປະສົບການ ແລະ ຊຸກຍູ້ສົ່ງເສີມການຮ່ວມມືດ້ານທຸລະກິດ, ການຄ້າ ແລະ ດຶງດູດການລົງທຶນຈາກບັນດາປະເທດຕາເວັນອອກກາງ ເຂົ້າມາລົງທຶນໃນຂະແໜງການຕ່າງໆ ທີ່ເປັນບຸລິມະສິດ ແລະ ມີທ່າແຮງຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ. ກອງປະຊຸມຄັ້ງນີ້ ໄດ້ມີຜູ້ຕາງໜ້າຈາກບັນດາບໍລິສັດຊັ້ນນໍາຕ່າງໆຂອງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ເຂົ້າຮ່ວມປະມານ 50 ບໍລິສັດ ແລະ ຜູ້ເຂົ້າຮ່ວມທັງໝົດຫຼາຍກວ່າ 80 ທ່ານ.
ຂ່າວ-ພາບ:ກະຊວງການຕ່າງປະເທດ