![](nimg/157266614420250212_133840.jpg)
ເມື່ອບໍ່ດົນມານີ້, ຢູ່ທີ່ພະແນກແຜນການ ແລະ ການລົງທຶນ ແຂວງຫຼວງນໍ້າທາ ໄດ້ມີພິທີເຊັນ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສືກສາຄວາມເປັນໄປໄດ້ກ່ຽວກັບໄມ້ປ່ອງທໍາມະຊາດ, ສົ່ງເສີມປະຊາຊົນປູກ, ເກັບຊື້ໄມ້ປ່ອງ ແລະ ສ້າງຕັ້ງໂຮງງານຜະລິດຕະພັນໄມ້ປ່ອງ ຢູ່ແຂວງຫຼວງນໍ້າທາ ລະຫວ່າງ ອົງການປົກຄອງແຂວງ ແລະ ບໍລິສັດ ອໍາມະຕະລາວລ້ານຊ້າງ ຈໍາກັດຜູ້ດຽວ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງ ຫຼວງນໍ້າທາ, ທ່ານ ວົງມະນີ ເພື່ອປະຊາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ອາລະວອນ ວົງສັນຕິ ປະທານ ບໍລິສັດ ອໍາມະຕະລາວລ້ານຊ້າງ ຈໍາກັດຜູ້ດຽວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການອະນຸມັດ ໃຫ້ພະແນກແຜນການ ແລະ ການລົງທືນ ແຂວງ ເຊັນສັນຍາ ແລະ ອອກໃບອະນຸຍາດ ລົງທຶນໂຄງການໄມ້ປ່ອງທໍາມະຊາດ, ສົ່ງເສີມປະຊາຊົນປູກ, ເກັບຊື້ໄມ້ປ່ອງ ແລະ ສ້າງຕັ້ງໂຮງງານຜະລິດຕະພັນໄມ້ປ່ອງ ຢູ່ແຂວງຫລວງນໍ້າທາ ເພື່ອຜະລິດເປັນຜະລິດຕະພັນໄມ້ປ້ອງຢູ່ 4 ເມືອງຄື: ເມືອງຫຼວງນໍ້າທາ, ເມືອງສີງ, ເມືອງນາແລ ແລະ ເມືອງວຽງພູຄາ. ຂອບເຂດເນື້ອທີ່ຂອງໂຄງການ 130 ເຮັກຕາ. ໃນນີ້, ນອນຢູ່ໃນເນື້ອທີ່ດີນຂອງ 4 ເມືອງຄື: ເມືອງຫຼວງນໍ້າທາມີ 10 ເຮັກຕາ ຢູ່ເຂດບ້ານ ສີນອຸດົມ, ເມືອງສີງມີ 15 ເຮັກຕາ ຢູ່ເຂດບ້ານຈາວັງໃໝ່, ເມືອງນາແລມີ 60 ເຮັກຕາ ຢູ່ເຂດບ້ານພູຄາ ແລະ ເມືອງວຽງພູຄາມີ 45 ເຮັກຕາ ຢູ່ເຂດທໍາການຜະລິດຂອງບ້ານ ປາງຊາຍ ແລະ ບ້ານນໍາແພ. ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້, ມີໄລຍະເວລາ 18 ເດືອນ ແລະ ສາມາດຕໍ່ໄດ້ໜຶ່ງຄັ້ງ.
ໂອກາດນີ້, ກໍໄດ້ລົງນາມເຊັນສັນຍາ ລະຫວ່າງ ບັນດາຜູ້ຕາງໜ້າອົງການປົກຄອງແຂວງຫຼວງນໍ້າທາ ແລະ ບໍລິສັດ ອໍາມະຕະລາວລ້ານຊ້າງ ຈໍາກັດຜູ້ດຽວ ໂດຍຊ່ອງໜ້າຂອງ ທ່ານ ຮອງເຈົ້າແຂວງ,ບັນດາພະແນກການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນທີ່ເຂົ້າຮ່ວມເປັນສັກຂີພິຍານ.
(ຂ່າວ: ມຸນຕິ)