ງານເທດສະການບຸນເຂົ້າຈີ່ໃຫຍ່ເມືອງບໍ່ແຕນ ແຂວງໄຊຍະບູລີ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 11 ກຸມພາຜ່ານມາ ທີ່ເມືອງດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ລັ່ນຄ້ອງ 9 ບາດ ເປີດງານຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີທ່ານ ບຸນພະລັງ ວິໄລສັກ ວ່າການເຈົ້າເມືອງບໍ່ແຕນ, ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ທ່ານ ອານຸສິດ ມະໂນສິນ ຮອງເລຂາພັກເມືອງ ປະທານຈັດງານບຸນ ໄດ້ລາຍງານວ່າ: ງານເທດສະການບຸນເຂົ້າຈີ່ໃຫຍ່ປີນີ້ ແມ່ນໄດ້ກຳນົດຮູບແບບ ແລະ ເນື້ອໃນຂອງງານ, ບັນດາກິດຈະກຳຕ່າງໆ ໃຫ້ມີຫຼາຍສີສັນຕະຫຼອດວັນ-ຄືນ ຊຶ່ງໄດ້ກຳນົດໄລຍະເວລາຈັດງານ 5 ວັນ 4 ຄືນ, ໄດ້ສ້າງຮູບເຂົ້າຈີ່ໃຫຍ່ຈຳລອງ ມີກ້ອນໃຫຍ່ 1 ກ້ອນ, ກ້ອນນ້ອຍ 8 ກ້ອນ, ມີການວາງສະແດງສິນຄ້າ ຈາກແຕ່ລະທ້ອງຖິ່ນ ແລະ ຈີ່ເຂົ້າຈີ່ທີ່ເປັນເອກະລັກຂອງແຕ່ລະເຂດ ແລະ ຫ້ອງການ, ມີຮ້ານຄ້າຂາຍເຄື່ອງປະເພດຕ່າງໆ, ມີການສະແດງສິລະປະວັນະຄະດີ ຈາກໂຮງຮຽນມັດທະຍົມຕອນຕົ້ນ ແລະ ມັດທະຍົມສົມບູນ ຈຳນວນ 15 ລາຍການ, ມີນັກຮ້ອງສຽງດີ ປະກອບສ່ວນໃນງານມີ 10ຄະນະ, ການປະກວດນາງ ທິດາເຂົ້າຈີ່ໃຫຍ່ມີ 9 ນາງສາວ ແລະ ການປະກວດອາຫານພື້ນເມືອງ ທີ່ເປັນເອກະລັກ ທີ່ສະແດງເຖິງວິຖີການດຳລົງຊີວິດ ຂອງປະຊາຊົນຊາວເມືອງບໍ່ແຕນມີ 21 ຮ້ານ. ນອກນີ້ຍັງມີການຈັດໃຫ້ທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ ເຊັ່ນ: ນ້ຳຕົກຕາດສະແນນ, ນ້ຳຕົກຕາດຮຳ, ແກ້ງທຽນ, ແກ້ງຂ່າ, ຫໍໄຕປີດົກ ວັດໂພແທ່ນໂບຣານາຣາມ ແລະ ຊົມການຊົມຈູດບັ້ງໄຟດອກ ຈຳນວນ 90 ລູກ.
(ຂ່າວ-ພາບ: ສາຍຄຳ ບຸນຍາວົງ)