ເມື່ອບໍ່ດົນຜ່ານມານີ້, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ຄະນະຜູ້ແທນຈາກບັນດາແຂວງຂອງ ສສ ຫວຽດນາມ, ຣາຊະອານາຈັກ ກຳປູເຈຍ, ຣາຊະອານາຈັກໄທ ແລະ ນັກການທູດ ໃນໂອກາດ ເຂົາຮ່ວມງານເທດສະການບຸນກາເຟ-ຊາເມືອງປາກຊ່ອງ, ສຳມະນາການຄ້າ, ການລົງທຶນ, ການທ່ອງທ່ຽວ, ກະສິກໍາ ແລະ ຮ່ວມງານ ບຸນນະມັດສະການຜະສາດຫີນວັດພູຈຳປາສັກ ປະຈຳປີ 2025 ທີ່ແຂວງຈໍາປາສັກ.
ໃນການພົບປະຄັ້ງນີ້, ຄະນະຜູ້ແທນ ແຂວງກວາງຈິ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ຈ໋ຽນ ຖັງ ຮອງປະທານ ຜູ້ປະຈຳການສະພາປະຊາຊົນແຂວງກວາງຈິ, ແຂວງກອນຕູມ ນຳໂດຍ ທ່ານ ຫງວຽນ ງ໋ອກ ເຊີມ ຮອງປະທານຄະນະກໍາມະການປະຊາຊົນແຂວງກອນຕູມ, ນະຄອນໂຮ່ຈິມິນ ນຳໂດຍ ທ່ານ ຟ້າມ ຍືດ ດ້ຽມ ຮັກສາການຫົວໜ້າພະແນກການຕ່າງປະເທດນະຄອນໂຮ່ຈິມິນ ສສ ຫວຽດນາມ, ຄະນະຜູ້ແທນ ແຂວງດົ່ງຖັບ ນຳໂດຍ ທ່ານ ຫງວຽນ ວັນ ລ໋ວດ ຮອງຫົວໜ້າພະແນກອຸດສະຫະກໍາ ການຄ້າ ແຂວງດົ່ງຖັບ ສສຫວຽດນາມ. ຄະນະຜູ້ແທນ ຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ ນຳໂດຍ ທ່ານ ຮ້ອຍຕີ ສົມມົງຄຸນ ມົງຄຣະສິຣິ ຮອງຜູ້ວ່າຈັງຫວັດອຸບົນຣາຊະທານີ ແລະ ຄະນະຜູ້ແທນ ຣາຊະອານາຈັກກຳປູເຈຍ ແຂວງຊຽງແຕງ ນຳໂດຍ ທ່ານ ສີຊວນ ຮອງເຈົ້າແຂວງຊຽງແຕງ, ແຂວງແປຼະວິເຮຍ ນຳໂດຍ ທ່ານ ມິນສີທາ ຮອງເຈົ້າແຂວງແປຼະວິເຮຍ ຣາຊະອານາຈັກກຳປູເຈຍ.
ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໄດ້ສະແດງການຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມແຂວງຈຳປາສັກ ຂອງຄະນະຜູ້ນແທນ ບັນດາແຂວງຂອງ ສສ ຫວຽດນາມ, ຣາຊະອານາຈັກ ກຳປູເຈຍ ແລະ ຣາຊະອານາຈັກໄທ ເຊິ່ງເປັນການຮັດແໜ້ນ ສາຍພົວພັນ ອັນດີ, ເປັນການເພີ່ມທະວີ ປະກອບສ່ວນຊຸກຍູ້ບັນດາເນື້ອໃນການຮ່ວມມືພັດທະນາແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ, ສົ່ງເສີມ ການຄ້າ-ການລົງທຶນ-ການທ່ອງທ່ຽວ ແລະ ກະສິກຳ ຮ່ວມກັນ ກໍຄື ການເສີມຂະຫຍາຍສາຍພົວພັນ ທາງດ້ານເສດຖະກິດ ແລະ ວັດທະນະທໍາ - ສັງຄົມ ໃຫ້ນັບມື້ນັບແໜ້ນແຟ້ນ ດີຂຶ້ນເລື້ອຍໆ, ພ້ອມນັ້ນ ກໍໄດ້ເຂົ້າຮ່ວມງານບຸນນະມັດສະການຜະສາດຫີນວັດພູຈຳປາສັກ ແລະ ໃນວັນດຽວກັນ, ທ່ານ ອາລຸນໄຊ ສູນນະລາດ ຍັງໄດ້ຕ້ອນຮັບ ທ່ານ ຫວາງ ຊາງ ອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ; ຜູ້ຕາງໜ້າ ສະຖານເອກອັກຄະລັດຖະທູດສະຫະພັນລັດເຊຍປະຈຳ ສປປ ລາວ; ທ່ານ ພອນສີ ບຸນມີໄຊ ກົງສຸນໃຫ່ຍ ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈິມິນ ສສ ຫວຽດນາມ ແລະ ທ່ານ ແກ້ວ ວົງໄຊ ກົງສູນໃຫ່ຍແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ ນຳອິກ.
(ຂ່າວ: ທັດຊະນະ)