ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjetທີ່ນຳສະເໜີໂປຣໂມຊັນສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະໄປທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ຊຶ່ງເໝາະກັບໄລຍະເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ. Vietjetໃຫ້ບໍລິການຖ້ຽວບິນໂດຍຕົງຈາກນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງຮ່າໂນ້ຍ ຊຶື່ງເປັນສອງນະຄອນທີ່ສຸດຂອງຫວຽດນາມ.
ໃນໄລຍະໂປຣໂມຊັນ 7 ມື້ນີ້, ຜູ້ໂດຍສານສາມາດຮັບສ່ວນຫຼຸດ Eco-class 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໂດຍໃສ່ລະຫັດໂປຣໂມຊັນ BIGSALE50 ເມື່ອຈອງຖ້ຽວບິນຜ່ານເວັບໄຊທາງການຂອງ Vietjet www.vietjetair.com ຫຼື ແອັບມືຖື Vietjet Air. ຂໍ້ສະເໜີນີ້ສາມາດໃຊ້ໄດ້ທົ່ວທຸກເຄືອຂ່າຍຂອງ Vietjet, ໂດຍມີວັນທີເດີນທາງທີ່ສາມາດປ່ຽນແປງໄດ້ຕັ້ງແຕ່ວັນທີ 1 ມີນາ ຫາ 22 ພຶດສະພາ 2025 (ເປັນໄປຕາມຂໍ້ກຳນົດ ແລະ ເງື່ອນໄຂ).
ປະເທດຫວຽດນາມມີຊື່ສຽງໂດ່ງດັງຍ້ອນຄວາມອຸດົມສົມບູນທາງທຳມະຊາດ ມີມໍລະດົກວັດທະນະທຳອັນດີງາມ, ອາຫານທີ່ແຊບແລະ ການຕ້ອນຮັບຢ່າງອົບອຸ່ນ, ເຮັດໃຫ້ເປັນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວຕ່າງປະເທດຕ້ອງໄປຢ້ຽມຢາມ. ບໍ່ວ່າຈະເປັນຫາດຊາຍອັນເກົ່າແກ່ຂອງນະຄອນດານັງ, ຍາຈາງ, ຝູກວກ ໄປຈົນເຖິງສິ່ງມະຫັດສະຈັນທີ່ເປັນມໍລະດົກໂລກຂອງອົງການ UNESCO ນັ້ນກໍຄື: ອ່າວຮ່າລອງ, ນິງບິ່ງ, ໂຮ້ຍອານແລະເຫວ້ຫຼື ສະ
ເໜ່ຂອງນະຄອນຫຼວງຮ່າໂນ້ຍ ຈົນເຖິງເມືອງທີ່ມີຊີວິດຊີວາຂອງນະຄອນໂຮ່ຈິມິນ,ດ້ວຍເຄືອຂ່າຍການບິນໂດຍຕົງຂອງ Vietjetທີ່ເພີ່ມຂຶ້ນໃນທົ່ວອາຊີ - ປາຊີຟິກ ເຮັດໃຫ້ການເດີນທາງໄປທົ່ວພາກພື້ນບໍ່ເຄີຍງ່າຍຂຶ້ນມາກ່ອນ. ໃນປີ 2025, Vietjetຈະສືບຕໍ່ຂະຫຍາຍເສັ້ນທາງສາກົນດ້ວຍເສັ້ນທາງໃໝ່ທີ່ເຊື່ອມຕໍ່ຈາກນະຄອນ ໂຮ່ຈິມິນ ແລະ ຮ່າໂນ້ຍ ຫາ ປັກກິ່ງ ແລະ ກວາງໂຈ່ວ (ປະເທດຈີນ), ພ້ອມທັງຈາກນະຄອນໂຮ່ຈິມິນ ຫາ Bangalore ແລະ Hyderabad (ອິນເດຍ), ເພື່ອເປີດທາງເລືອກການເດີນທາງເພີ່ມເຕີມໃຫ້ແກ່ນັກທ່ອງທ່ຽວສາກົນຫຼາຍຂຶ້ນ.
ຂ່າວ: ຕຸໄລເພັດ