ໂດຍ:ວັນໄຊ ຕະວິນຍານ
ພາຍຫຼັງໄດ້ຮັບແຈ້ງການຂອງຄະນະຊີ້ນໍາລະດັບຊາດກ່ຽວກັບການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ສືບຕໍ່ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂັ້ນກະຊວງ, ຂັ້ນແຂວງ ແລະ ຂັ້ນເມືອງ ໃນຂອບເຂດທົ່ວປະເທດ. ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສ້າງແຜນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄດ້ເປີດກອງປະຊຸມສະຫຼຸບ​ຕີ​ລາ​ຄາການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ ແລະ ເປີດຂະບວນການ​ແຂ່ງ​ຂັນຮັກ​ຊາດ ແລະ ພັດ​ທະ​ນາ ໄລຍະປີ 2020-2024,ພ້ອມທັງປະກາດເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຮອດ​ປີ 2025 ຄື: “ຍົກສູງຄຸນນະພາບຂອງການນໍາພາຂອງພັກ ໃນການພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ໃຫ້ທັນສະໄໝ ກ້າວສູ່ເສດຖະກິດດີຈີຕອນສີຂຽວ ແລະ ຍືນຍົງ”
ທ່ານ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະພັກຮອງລັດຖະມົນຕີກະຊວງອຸດສາຫະກໍາ
ແລະ ການຄ້າກ່າວວ່າ:ໂດຍເຫັນໄດ້ຄວາມສຳຄັນໃນວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ຕິດພັນກັບວຽກງານການສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ.ຮອດປັດຈຸບັນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ​​ຮັກຊາດພັດທະນາ ມີຫ້ອງການ, ກົມ, ສຳນັກງານ ແລະ ສະຖາບັນ, ລົງທະບຽນເຂົ້າຮ່ວມ14 ກົມກອງ, ມີພະນັກງານ-ລັດຖະກອນທັງໝົດຈຳນວນ 628 ຄົນຍິງ 255 ຄົນ. ສໍາລັບຫົວໜ່ວຍທຸລະກິດ ປະກອບມີ 4 ລັດວິສາຫະກິດ ແລະ 2 ບໍລິສັດຮ່ວມທຶນກັບຕ່າງປະເທດ,ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວມີຜູ້ເຂົ້າຮ່ວມລົງທະບຽນແຂ່ງຂັນ ຈໍານວນທັງໜົດ 1,057 ຄົນຍິງ 628 ຄົນ,ເນື່ອງຈາກວ່າບັນດາໜ່ວຍພັກຫົວໜ່ວຍທຸລະກິດດັ່ງກ່າວຂຶ້ນກັບອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ (ຄຸ້ມຄອງແຕ່ສາຍພັກ).ສໍາລັບໜ່ວຍພັກບໍລິສັດຢາສູບ ຈໍາກັດ ແມ່ນບໍ່ໄດ້ເປີດຂະບວນການແຂ່ງຂັນ ແລະ ບໍ່ໄດ້ລົງທະບຽນແຂ່ງຂັນ.
ສໍາລັບແຜນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນປີ 2025 ນີ້ ກະຊວງຈະສຸມໃສ່ ຄາດໝາຍຕົ້ນຕໍຕາມມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງອຸດສາຫະກໍາ ແລະ ການຄ້າ ຄັ້ງທີ Vແລະ ແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ (2021-2025) ວາງອອກ ເປັນຕົ້ນ: ແມ່ນສຸມໃສ່ຈັດຕັ້ງປະຕິບັດ 5 ແຜນງານຕົ້ນຕໍ ແລະ ວຽກງານຈຸດສຸມຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ຄື:ການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດກັບພາກພື້ນ ແລະ ສາກົນສູ້ຊົນເຮັດໃຫ້ອັດຕາສ່ວນມູນຄ່າສົ່ງອອກສິນຄ້າອຸດສາຫະກຳປຸງແຕ່ງ ກວມ 50%ໃນປີ 2025, ສັດສ່ວນຂອງມູນຄ່າການສົ່ງອອກ ພາຍໃຕ້ສິດທິພິເສດທາງດ້ານການຄ້າກວມ 25%ໃນປີ 2025.ຕັ້ງໜ້າສົ່ງເສີມການພັດທະນາອຸດສາຫະກໍາ ແລະ ການຜະລິດເປັນສິນຄ້າ ຕິດພັນກັບຕະຫຼາດ.ສູ້ຊົນເຮັດໃຫ້ຂະແໜງອຸດສາຫະກຳປຸງແຕ່ງ ແລະ ການຄ້າ ປະກອບສ່ວນໃນໂຄງສ້າງ GDPໃຫ້ໄດ້ 22-23%.ອັດຕາການປະກອບສ່ວນອຸດສາຫະກຳປຸງແຕ່ງໃນລວມຍອດຜະລິດຕະພັນພາຍໃນ (GDP)12%,ສ້າງວຽກເຮັດງານທໍາໃນຂະແໜງອຸດສາຫະກຳປຸງແຕ່ງຂະຫຍາຍຕົວສະເລ່ຍ 3% ຕໍ່ປີ.ເຮັດໃຫ້ຫົວໜ່ວຍທຸລະກິດໄດ້ຮັບໂອດັອບ (DOP)ເພີ່ມຂຶ້ນ 20 ຫົວໜ່ວຍຕໍ່ປີ ແລະ ຢ່າງໜ້ອຍໃຫ້ໄດ້ 20 ຜະລິດຕະພັນໂອດັອບຕໍ່ປີ.ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ.ເຮັດໃຫ້ຕົວຊີ້ວັດ“ການເລີ່ມຕົ້ນທຸລະກິດ”ຂອງປະເທດລາວຢູ່ໃນອັນດັບຕໍ່າກວ່າອັນດັບສອງໂຕເລກລົງມາ ສູ້ຊົນໃຫ້ຕົວຊີ້ວັດການຄ້າຂ້າມແດນ ຂອງ ສປປ ລາວ ຢູ່ໃນອັນດັບຕໍ່າກວ່າອັນດັບ 50 ລົງມາ, ສູ້ຊົນເຮັດໃຫ້ການເພີ່ມຂຶ້ນຂອງຈຳນວນຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ "SMEs") ໃໝ່ເພີ່ມຂຶ້ນ 2% ຕໍ່ປີ.ເຮັດໃຫ້ການປະກອບສ່ວນຂອງ(ຈນກ) ຕໍ່ GDP ກວມ 18%,ຂະຫຍາຍຕະຫຼາດໃຫ້ເພີ່ມຂຶ້ນຢ່າງໜ້ອຍ 856 ແຫ່ງ, ໃນນັ້ນ, ຕະຫຼາດໃຫຍ່ 58 ແຫ່ງ, ຕະຫຼາດກາງ 165 ແຫ່ງ, ຂະໜາດນ້ອຍ 436 ແຫ່ງ ແລະ ປັບປຸງຍົກລະດັບໃຫ້ເປັນຕະຫຼາດມາດຕະຖານຕື່ມຢ່າງໜ້ອຍ 18 ແຫ່ງ,ຂະຫຍາຍຕະຫຼາດທັນສະໄໝ (ຊຸບເປີມາເກັດ, ຮ້ານຊັບພະສິນຄ້າ, ສູນການຄ້າ) ໃຫ້ໄດ້ຢ່າງໜ້ອຍ 68 ແຫ່ງ ແລະ ຄຸ້ມຄອງຕະຫຼາດ E-commerce.
ກະຊວງອຸດສະຫະກໍາ-ການຄ້າ ຈະສືບຕໍ່ສົ່ງເສີມ ແລະ ພັດທະນາການຄ້າໃຫ້ກ້າວທັນກັບສະພາບການໃໝ່.ເຮັດໃຫ້ອັດຕາການເຊື່ອມໂຍງການຄ້າ ໃຫ້ໄດ້ຫຼາຍກວ່າ 70%,ມີລະບົບການຊື້-ຂາຍສິນຄ້າ ຜ່ານທາງລະບົບການຄ້າທາງເອເລັກໂຕຣນິກ, ມີລະບົບການຊື້-ຂາຍ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຜ່ານແອັບພີເຄເຊິນ ຜ່ານທາງໂທລະສັບມືຖື (ODOP APP).ເຮັດໃຫ້ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ທັນສະໄໝ, ວ່ອງໄວ, ເຊື່ອຖືໄດ້ ແລະ ຍືນຍົງ.
ນອກຈາກນີ້,ກະຊວງຈະໄດ້ສຸມໃສວຽກບຸລິມະສິດຂອງຂະແໜງການທີ່ຕິດພັນກັບວາລະແຫ່ງຊາດເປັນຕົ້ນການຈັດຕັ້ງຜັນຂະຫຍາຍມະຕິຕົກລົງ ເລກທີ 19 ຂອງກົມການເມືອງສູນກາງພັກ ແລະ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ເລກທີ 91/ນຍ ວ່າດ້ວຍການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນກາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຊຶ່ງຂະແໜງອຸດສາຫະກໍາ ແລະ ການຄ້າ ໄດ້ຜັນຂະຫຍາຍ ເປັນຂໍ້ຕົກລົງຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ 1919/ອຄ, ວ່າດ້ວຍການແຕ່ງຕັ້ງຄະນະຊ່ວຍວຽກ ຄະນະສະເພາະກິດຕາມມະຕິຕົກລົງ ເລກທີ 19/ກມສພ ແລະ ຂໍ້ຕົກລົງ ເລກທີ91/ນຍ ໂດຍສ້າງຕັ້ງຄະນະຮັບຜິດຊອບອອກເປັນ 9 ກຸ່ມມາດຕະການຄື:ມາດຕະການ ຄຸ້ມຄອງລາຄາສິນຄ້າ,ການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າ,ມາດຕະການ ການອໍານວຍຄວາມສະດວກທາງການຄ້າ ແລະ ການຂົນສົ່ງ, ສົ່ງເສີມການຜະລິດເປັນສິນຄ້າ ເພື່ອທົດແທນການນຳເຂົ້າ, ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ,ກວດກາ ແລະ ສະກັດກັ້ນການຄ້າສິນຄ້ານອກລະບົບ,ການຄຸ້ມຄອງການສະໜອງນໍ້າມັນເຊື້ອໄຟ,ການຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາແລະ ມາດຕະການ ໂຄສະນາ ແລະ ປະຊາສໍາພັນ.