ທ່ານ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າຫ້ອງການກົມໃຫຍ່ຕໍາຫຼວດໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານຕໍາຫຼວດປະຈໍາປີ 2024 ແລະ ວາງທິດທາງແຜນການຈຸດສຸມປີ 2025 ໃນວັນທີ 10 ກຸມພາຜ່ານມາວ່າ: ໃນໄລຍະ 1 ປີຜ່ານມາ ທົ່ວປະເທດມີອາຊະຍາກຳເກີດຂຶ້ນທັງໝົດ 8,083 ເລື່ອງ. ໃນນີ້, (ບໍ່ນັບອຸບັດເຫດ ແລະ ອັກຄີໄພ)ສາມາດມ້າງໄດ້ 7,143 ເລື່ອງ, ຜູ້ຖືກຫາ 10,702 ຄົນ ຍິງ 1,410 ຄົນ, ຕ່າງປະເທດ 378 ຄົນ ຍິງ 34 ຄົນ, ພົ້ນເດັ່ນແມ່ນບັນຫາຢາເສບຕິດ 4,185 ເລື່ອງ, ການກະທໍາຜິດທາງເສດຖະກິດ 760 ລາຍ, ການຄ້າມະນຸດ 46 ລາຍ, ການກະທຳຜິດທາງອາຍາທົ່ວໄປ 3,119 ລາຍ. ໃນນີ້, ມີລົດຈັກເສຍ 1,401 ຄັນ (ນະຄອນຫຼວງວຽງຈັນ 1,167 ຄັນ), ລົດໃຫຍ່ເສຍ 19 ຄັນ (ຕ່າງແຂວງ 11 ຄັນ), ຄາດຕະກຳ 100 ເລື່ອງ, ລັກພາຕົວ 18 ເລື່ອງ, ທໍາຮ້າຍຮ່າງກາຍ 146 ເລື່ອງ, ລັກຊັບພົນລະເມືອງ 2,186 ເລື່ອງ, ຊີງຊັບພົນລະເມືອງ 76 ລາຍ, ປຸ້ນຊັບພົນລະເມືອງ 64 ເລື່ອງ ແລະ ຄະດີປະເພດອື່ນໆ ອີກຈໍານວນໜຶ່ງ.
ໃນປີ 2024 ຜ່ານມາ ທົ່ວປະເທດສາມາດມ້າງຄະດີຢາເສບຕິດໄດ້ 4,158 ເລື່ອງ, ຈັບຜູ້ຖືກຫາໄດ້ 6,297 ຄົນຍິງ 608 ຄົນ, ຕ່າງປະເທດ 232 ຄົນ ຍິງ 24 ຄົນ. ຢຶດຂອງກາງຢາເສບຕິດປະເພດຕ່າງໆໄດ້: ເຮໂຣອິນ 391,58 ກິໂລກຣາມ, ຢາບ້າ 91,509,571 ເມັດ, ຢາຝິ່ນ 88,75 ກິໂລກຣາມ, ໂຄເຄນ 1 ກິໂລກຣາມ, ເຄຕາມິນ 279,35 ກິໂລກຣາມ, ຄັນຊາ 3,274,28 ກິໂລກຣາມ, ຢາອີ 2,725 ເມັດ ກັບ 61,44 ກິໂລກຣາມ, ແປ້ງຝຸ່ນ 10,453,84 ກິໂລກຣາມ, ນໍ້າຢາສານເຄມີ 101 ຖັງ ແລະ ກວດພົບເຄື່ອງຂອງກາງໃນການນໍາໃຊ້ເຄື່ອນໄຫວກໍ່ການກະທໍາຜິດເຊັ່ນ: ພາຫະນະ, ອາວຸດ, ອຸປະກອນປະເພດຕ່າງໆຄື: ລົດໃຫຍ່ 101 ຄັນ, ລົດຈັກ 662 ຄັນ, ອາວຸດປືນ 38 ກະບອກ, ລູກປືນ 2,273 ລູກ, ໝາກແຕກ 5 ໜ່ວຍ, ເງິນກີບ 1,040,683,000 ກີບ, ເງິນບາດ 2,442,244 ບາດ, ເງິນໂດລາ 2,300 ໂດລາ, ເງິນຢວນ 5,167,325 ຢວນ, ເງິນເຢັນ 50,000 ເຢັນ ແລະ ເຄື່ອງຂອງກາງອື່ນໆອີກຫຼາຍລາຍການ.
ຂ່າວ:ຄວາມສະຫງົບລາວ