ຕອນເຊົ້າວັນທີ 12 ກຸມພາ 2025 ກົງກັບວັນພຸດ, ເພັງ 15 ຄໍ່າເດືອນສາມ (ວັນບຸນມາຄະບູຊາ) ພສ 2566, ທ່ານ ພົນ​ເອກ​ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນໍາພັກ-ລັດຈາກສູນກາງ ແລະ ທ້ອງຖິ່ນ​ ໄດ້ຮ່ວມ ກັບ ຊາວພຸດພາຍໃນແຂວງຈໍາປາສັກ, ຕ່າງແຂວງ ແລະ ຕ່າງປະເທດ ທີ່ເຫຼື້ອມໃສໃນພຸດທະສາສະໜາ ມາຮ່ວມກັນທຳບຸນຕັກບາດຖວາຍເຄື່ອງໄຊຍະທານຕ່າງໆທີ່ສະຖານບູຮານວັດພູຈຳປາສັກ ມໍລະລົກໂລກ ແຫ່ງທີສອງຂອງລາວ.
ໃນພິທີ, ທ່ານ ພົນ​ເອກ​ ວິໄລ ຫຼ້າຄໍາຟອງ ໃຫ້ກຽດຂຶ້ນໄຕ້ທຽນໄຊ ໄຫວ້ພະລັດຕະນະໄຕ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ລັ່ນຄ້ອງ 9 ບາດ. ຈາກນັ້ນ ພະອາຈານໄດ້ນຳພາຄະນະສົງຈຳນວນ 390 ກ່ວາອົງ ແລະ ອອກຕົນຍາດໂຍມທັງຫຼາຍ ດຳເນີນພິທີທາງສາສະໜາ ໄຫວ້ພະຣັດຕະນະໄຕ, ກ່າວຄຳຖວາຍປັດໄຈ, ລາດທະນາສິນ, ຢາດນໍ້າໃຫ້ພອນແກ່ອອກຕົນຍາດຍົມ, ຈາກນີ້ ອອກຕົນຍາດໂຍມກໍໄດ້ໃສ່ບາດຖວາຍປັດໄຈທານແດ່ພະສົງ.
(ຂ່າວ-ພາບ: ຈັນທະວີສັກ)