ທ່ານ ບົວໄຂ ດາລາແສງ ບ້ານໜອງປັກແຮດ ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນເມືອງປະທຸມພອນວ່າ: ຄອບຄົວຂອງທ່ານມີສະມາຊິກທັງໝົດ 3 ຄົນ ຍິງ 1 ຄົນ, ໃນເມື່ອກ່ອນແມ່ນຖືເອົາອາຊີບເຮັດນາເປັນຫຼັກ ແລະ ເຮັດຫັດຖະກຳຫວາຍເປັນສໍາຮອງ, ເຮັດໃຫ້ລາຍຮັບໃນການສ້າງເສດຖະກິດຄອບຄົວ ແມ່ນພຽງແຕ່ກຸ້ມກິນ. ມາຮອດປີ 2023 ອົງການປົກຄອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງມາແນະນຳ ແລະ ຝຶກອົບຮົມທາງດ້ານເຕັກນິກ ແລະ ການເຂົ້າເຖິງຕະຫຼາດໃຫ້ແກ່ຄອບຄົວຂອງທ່ານ. ສະນັ້ນ, ຈຶ່ງໄດ້ນໍາເອົາບົດຮຽນເຕັກນິກອັນໃໝ່ມາທົດລອງ ແລະ ສ້າງຜະລິດຕະພັນໃຫ້ມີຫຼາຍຮູບແບບ, ຫຼາຍຂະໜາດ ໄດ້ລົງທຶນຊື້ຫວາຍທັງໝົດ 10,000 ເສັ້ນ/ປີ. ໃນນັ້ນ, ຫວາຍສະວັງ 5,000 ເສັ້ນ/ປີ, ຫວາຍຕາເລິກ 2,000 ເສັ້ນ/ປີ, ຫວາຍນ້ອຍ 3,000 ເສັ້ນ/ປີ ລວມມູນຄ່າ 40 ລ້ານກີບ. ໃນນັ້ນ, ໄດ້ຜະລິດຊຸດຕັ່ງຫວາຍ 30 ຊຸດ/ປີ, ຕູ້ຫວາຍ 50 ໜ່ວຍ/ປີ, ເປ້ນອນ 20 ໜ່ວຍ/ປີ, ອູ່ຫວາຍ 50 ໜ່ວຍ/ປີ, ຕັ່ງດາວທຽມ 30 ໜ່ວຍ/ປີ, ລວມລາຍຮັບທັງໝົດ 190 ລ້ານກີບ/ປີ, ເມື່ອຜະລິດແລ້ວກໍໄດ້ຮັບຜົນໜ້າເພິ່ງພໍໃຈ. ດັ່ງນັ້ນ, ຈິ່ງໄດ້ຂະຫຍາຍອອກຕື່ມ ແລະ ໄດ້ຖືເອົາການຜະລິດຫັດຖະກຳຫວາຍເປັນແຫຼ່ງລາຍຮັບຫຼັກ. ມາຮອດປີ 2024 ຄອບຄົວຂອງທ່ານສາມາດສ້າງລາຍຮັບຈາກການຜະລິດຫັດຖະກຳຫວາຍ ໄດ້ຈຳນວນ 280 ລ້ານກີບ, ກໍາໄລ 160 ລ້ານກີບ, ສະເລ່ຍໃສ່ຈຳນວນພົນໄດ້ 98 ລ້ານກວ່າກີບ/ຄົນ/ປີ ແລະ ມີເງີນຝາກທະນາຄານໄວ້ຈໍານວນໜຶ່ງ ເພື່ອເປັນທຶນໝູນວຽນ.
ທ່ານຍັງໄດ້ໃຫ້ຮູ້ວ່າ: ທັງໝົດນັ້ນ ແມ່ນຍ້ອນມີການນຳພາ-ຊີ້ນຳຂອງອົງຄະນະພັກແຕ່ລະຂັ້ນ ບວກກັບຄວາມດຸໝັ່ນຂະຫຍັນພຽນ, ອົດທົນ, ຊື່ສັດ, ປະຢັດຂອງຄອບຄົວທີ່ມີຄວາມມຸ້ງໝັ້ນພັດທະນາເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ.
ຄຽງຄູ່ກັບການຜະລິດຫັດຖະກຳຫວາຍ ໃນການສ້າງລາຍຮັບໃຫ້ແກ່ຄອບຄົວ ແຕ່ກໍຍັງມີສິ່ງທ້າທາຍຈຳນວນໜຶ່ງເປັນຕົ້ນ: ວັດຖຸດິບທີ່ສະໜອງໃຫ້ແກ່ການຜະລິດນັບມື້ນັບຫຼຸດລົງ ແລະ ມີຕົ້ນທຶນເພີ່ມຂຶ້ນ. ອຸປະກອນ ແລະ ເຄື່ອງມືໃນການຜະລິດຍັງບໍ່ທັນສະໄໝ. ຕະຫຼາດໃນການຈຳໜ່າຍຜະລິດຕະພັນຍັງບໍ່ທັນກວ້າງຂວາງ.
ສຳລັບຊຸມປີຕໍ່ໜ້ານີ້, ຈະຕ້ອງໄດ້ສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມາໂດຍສະເພາະ ແມ່ນການຍົກລະດັບການຜະລິດດ້ວຍຮູບການນຳໃຊ້ເຕັກນິກ, ວິທະຍາສາດ, ບົດຮຽນອັນ ໃໝ່ໃຫ້ດີຂຶ້ນກວ່າເກົ່າ, ພ້ອມນັ້ນກໍຈະປຸກລະດົມຄອບຄົວພາຍໃນບ້ານດ້ວຍກັນ ເພື່ອຂະຫຍາຍບົດຮຽນທີ່ດີຮ່ວມກັນພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
(ຂ່າວ: ເມືອງ ປະທຸມພອນ)