![](nimg/6840868920250211_124318.jpg)
ຂ່າວຕ່າງປະເທດລາຍງານໃນວັນທີ 10 ກຸມພາ ຜ່ານມາວ່າ: ຜົນການຈັດອັນດັບສາຍການບິນທີ່ດີທີ່ສຸດຂອງໂລກປີ 2025 ອອກມາແລ້ວ, ໂດຍ Korean Airໄດ້ຄອງແຊັມ ເປັນສາຍການບິນທີ່ດີທີ່ສຸດໃນໂລກ ປີ 2025.
ຂ່າວລະບຸວ່າ: AirlineRatings.com ອົງການທີ່ມີສຳນັກງານຕັ້ງຢູ່ປະເທດອົສຕຣາລີ ໄດ້ຈັດອັນດັບຄວາມປອດໄພແລະຜະລິດຕະພັນການບິນ ໄດ້ເປີດເຜີຍຜົນການຈັດອັນດັບສາຍການບິນທີ່ດີທີ່ສຸດຂອງໂລກປີ 2025.ຜົນໄດ້ຮັບໃນປີນີ້ອາດຈະເຮັດໃຫ້ຫຼາຍຄົນແປກໃຈ. ເພາະແຊັມເກົ່າຢ່າງQatar Airways ເສຍແຊັມໃຫ້ Korean Air ຈາກ ສ ເກົາຫຼີແລະ ສາເຫດທີ່ຊະນະກໍຍ້ອນວ່າບ່ອນນັ່ງກວ້າງ.
AirlineRatings.com ລະບຸວ່າ: ການທີ່ສາຍການບິນKorean Air ໃຫ້ຄວາມສຳຄັນກັບຄວາມສະດວກສະບາຍຂອງຜູ້ໂດຍສານ, ແມ່ນໜຶ່ງໃນເຫດຜົນຫຼັກທີ່ເຮັດໃຫ້ສາຍບິນນີ້ປະສົບຄວາມສຳເລັດ.
ທ່ານ ຊາຣອນ ປີເຕີເຊນ CEO ຂອງ AirlineRatings.comກ່າວວ່າ:Korean Air ໄດ້ຮັບການຍົກຍ້ອງວ່າສາມາດຮັກສາຮູບແບບບ່ອນນັ່ງໄວ້ໄດ້ ແລະ ໃຫ້ຄວາມສຳຄັນກັບຄວາມຕ້ອງການຂອງຜູ້ໂດຍສານຊັ້ນປະຢັດ.
ທ່ານ ປີເຕີເຊນ ກ່າວອີກວ່າ: ໃນຂະນະທີ່ສາຍການບິນຫຼາຍແຫ່ງໄດ້ເພີ່ມບ່ອນນັ່ງ 10 ບ່ອນຕໍ່ແຖວໃນເຮືອບິນລຸ້ນ 777 ແລະ ຫຼຸດໄລຍະຫ່າງລະຫວ່າງບ່ອນນັ່ງໃນຊັ້ນປະຢັດລົງເຫຼືອ 78.74 ຫາ 81.28 ຊັງຕີແມັດ (ຈາກແຕ່ກ່ອນ81.81 ຫາ 83.82 ຊັງຕີແມັດ), Korean Air ກັບເລືອກທີ່ຈະບໍ່ປະຕິບັດຕາມທ່າອ່ຽງດັ່ງກ່າວ.
ນອກຈາກນັ້ນ, ການລວມຕົວກິດຈະການລ້າສຸດຂອງສາຍການບິນກັບ Asiana Airlines ຊຶ່ງເປັນການລວມກິດຈະການຄັ້ງໃຫຍ່ທີ່ສຸດໃນປະຫວັດສາດການບິນຂອງອາຊີ ແລະ ຍັງຖືເປັນປັດໄຈທີ່ເຮັດໃຫ້ສາຍການບິນນີ້ຕິດອັນດັບສູງສຸດ.
ສຳລັບ 10 ອັນດັບສາຍບິນທີ່ດີທີ່ສຸດໃນໂລກປະຈຳປີ 2025 ມີດັ່ງນີ້: 1. Korean Air, 2. Qatar, 3. Air New Zealand, 4. Cathay Pacific, 5. Singapore Airlines, 6. Emirates, 7. Japan Airlines, 8. Qantas, 9. Etihad, 10. Turkish Airlines.