ກອງປະຊຸມໃຫຍ່ຄັ້ງທີ X ໜ່ວຍພັກຮາກຖານ ຫ້ອງການກະຊວງສາທາລະນະສຸກໄດ້ຈັດຫວ່າງບໍ່ດົນມານີ້ທີ່ຫ້ອງປະຊຸມໃຫຍ່ກະຊວງສາທາລະນະສຸກໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກເລຂາພັກກະຊວງລັດຖະມົນຕີກະຊວງສາທາລະນະສຸກ, ມີສະຫາຍ ບຸນຊູ ແກ້ວຫາວົງ ກໍາມະການພັກກະຊວງ ຫົວໜ້າກົມອາຫານ ແລະ ຢາ, ສະຫາຍນາງ ອາພອນ ວິຊາເທບ ຄະນະປະຈໍາພັກກະຊວງ ເລຂາໜ່ວຍພັກຫ້ອງການກະຊວງສາທາລະນະສຸກ, ບັນດາກົມ, ກອງ, ສູນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໄດ້ສະຫຼຸບຕີລາຄາວຽກງານໜ່ວຍພັກຫ້ອງການໄລຍະ 5 ປີຜ່ານມາ (2019-2024) ແລະ ທິດທາງແຜນການ 5 ປີ (2025-2030).ຈາກນັ້ນໄດ້ມີການປ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່, ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະພາບເລືອກເອົາສະຫາຍນາງ ດາວດວງຈັນ ບູລົມມະວົງ ເປັນເລຂາໜ່ວຍພັກ,ສະຫາຍ ດາວວຽງ ດວງວິຈິດ ເປັນຮອງ ແລະ ສະຫາຍນາງ ດາລຸນີ ຈຸລະມະນີ ເປັນກໍາມະການ.
ຂ່າວ: ສູນຂ່າວສານການແພດສຸຂະສຶກສາ