ສານປະຊາຊົນສູງສຸດ(ສປສສ)ໄດ້ຈັດກອງປະຊຸມຈັດຕັ້ງເຊື່ອມຊຶມຄໍາສັ່ງ, ຄໍາແນະນໍາກ່ຽວກັບການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກຂຶ້ນໃນວັນທີ 11 ກຸມພານີ້ ທີ່ສານປະຊາຊົນສູງສຸດ ໃຫ້ກຽດເຜີຍແຜ່ຂອງ​ສະຫາຍນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ;ມີບັນດາສະຫາຍໃນຄະນະປະຈໍາພັກ, ເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ແລະພະນັກງານເຂົ້າຮ່ວມ.
ໂດຍປະຕິບັດຕາມແຜນດໍາເນີນງານຂອງຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ ສະໄໝທີ IV ປະຈໍາປີ 2025ກໍຄືຖັນແຖວສະມາຊິກພັກ-ພະນັກງານຂອງສານປະຊາຊົນໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ; ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ຂອງລັດຖະບານ; ແຜນພັດທະນາລະບົບສານປະຊາຊົນ 5 ປີເຂົ້າສູ່ໄລຍະທ້າຍສະໄໝ; ຈັດຕັ້ງເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະຄັ້ງທີ 7,8,9 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ມະຕິ ຂອງສະພາແຫ່ງຊາດ; ເວົ້າສະເພາະອົງຄະນະພັກສານປະຊາຊົນສູງສຸດ ໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດຄຽງຄູ່ກັບການຈັດຕັ້ງປະຕິບັດຜົນສຳເລັດກອງປະຊຸມໃຫຍ່ຂອງ 3 ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກໍາມະບານ ສານປະຊາຊົນສູງສຸດໄດ້ສໍາເລັດໂດຍພື້ນຖານ ພ້ອມດຽວກັນນັ້ນ, ອົງຄະນະພັກສານປະຊາຊົນສູງສຸດ ໄດ້ກະກຽມຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນໃນການດໍາເນີນຊີວິດການເມືອງທ້າຍສະໄໝຂອງ 14ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກສານປະຊາຊົນສູງສຸດ ໂດຍປະຕິບັດຕາມຄໍາສັ່ງເລກທີ 411/ຄລສພ ຂອງຄະນະເລຂາທິການສູນກາງພັກ; ຄໍາແນະນໍາເລກທີ 211/ຄຈສພ ຂອງຄະນະຈັດຕັ້ງສູນກາງພັກ ແລະ ຄໍາແນະນໍາເລກທີ 285/ຄກສພ ຂອງຄະນະກວດກາສູນກາງພັກ.
ກອງປະຊຸມໄດ້ຮັບຟັງຄໍາແນະນໍາການຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ຄໍາແນະນໍາການກະກຽມ ແລະ ການດໍາເນີນງານຊີວິດການເມືອງທ້າຍສະໄໝ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດບັນດາເນື້ອໃນຄໍາສັ່ງ ໃຫ້ຖືກຕ້ອງ, ເປັນເອກະພາບ ແລະ ທັນເວລາໃນທົ່ວພັກ, ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດເພື່ອແນໃສ່ກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້ເປັນຂະການບວນຟົດຟື້ນ.
ຂ່າວ-ພາບ: ຍຸພິນທອງ