![](nimg/10218798320250211_140047.jpg)
ກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ຄັ້ງທີ 3 ສະໄໝທີ IV ໄດ້ເປີດຂຶ້ນໃນວັນທີ 11 ກຸມພານີ້ ທີ່ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງສະຫາຍ ພົນໂທ ແສງນວນໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ,ມີບັນດາສະຫາຍຄະນະບໍລິຫານງານ ສນຫລ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພົນໂທ ແສງນວນ ໄຊຍະລາດ ກ່າວວ່າ:ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອສະຫຼຸບຕີລາຄາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດຄັ້ງທີ IV ຕິດພັນກັບມະຕິກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານ ສນຫລ ຄັ້ງທີ 2 ສະໄໝທີ IV ແລະຮັບຟັງການປະກອບຄໍາຄິດເຫັນຂອງບັນດາກະຊວງ, ອົງການພາຄີ ແລະ ສະຫະພັນນັກຮົບເກົ່າແຂວງຈຳນວນໜຶ່ງ;ຮັບຟັງການຜ່ານເນື້ອໃນເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດ ຄັ້ງທີ Vພ້ອມດຽວກັນນີ້, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບໃນການຄົ້ນຄວ້າປະກອບຄໍາຄິດເຫັນບົນພື້ນຖານສະພາບຄວາມເປັນຈິງຂອງໜ້າທີ່ວຽກງານ ເພື່ອຮັບປະກັນການຜັນຂະຫຍາຍ, ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ, ຍົກສູງຄວາມຮັບຜິດຊອບເສີມຂະຫຍາຍສິດປະຊາທິປະໄຕຂອງຕົນຢ່າງເຕັມສ່ວນ, ສຸມທຸກສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄໍາຄິດເຫັນ, ຖອດຖອນບົດຮຽນ ແລະ ຕົກລົງບັນຫາຕ່າງໆບົນພື້ນຖານຫຼັກການລວມສູນປະຊາທິປະໄຕຢ່າງກວ້າງຂວາງ ເຮັດໃຫ້ກອງປະຊຸມຄັ້ງນີ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ໃນພິທີ, ສະຫາຍ ພົນຈັດຕະວາ ຄຳຫອມ ແສງບົວລົມ ຮອງປະທານ ສນຫລ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານ ສນຫລ ຄັ້ງທີ 2 ສະໄໝທີ IV ໃນໜຶ່ງປີຜ່ານມາ ແລະ ທິດທາງແຜນການໃນປີຕໍ່ໜ້າວ່າ:ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະບໍລິຫານງານ ສນຫລ ໄດ້ຖືເອົາວຽກງານສຶກສາອົບຮົມໂຄສະນາການເມືອງ-ແນວຄິດເປັນກົກ. ນອກຈາກນີ້, ຄະນະບໍລິຫານງານສະຫະພັນນັກຮົບເກົ່າຂັ້ນສູນກາງ ແລະ ທ້ອງຖິ່ນຍັງໄດ້ເປັນເຈົ້າການຈັດຕັ້ງເຄື່ອນໄຫວປາຖະກະຖາມູນເຊືື້ອວັນສໍາຄັນຂອງຊາດ-ຂອງພັກ, ຂອງກໍາລັງປະກອບອາວຸດ, ວັນເກີດຂອງຜູ້ນຳພັກ-ລັດ ກໍຄືຂອງສະຫະພັນນັກຮົບເກົ່າແຕ່ລະຂັ້ນ, ບັນດາກະຊວງ-ອົງການ, ສະຖາບັນການສຶກສາ, ໂຮງຮຽນ, ໂຮງໝໍ, ສະຫະພັນນັກຮົບເກົ່າແຂວງ-ນະຄອນຫຼວງວຽງຈັນໂດຍສົມທົບແໜ້ນກັບຄະນະພັກ-ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນໃນບັນດາແຂວງທົ່ວປະເທດ ແລະ ເມືອງຈຳນວນໜຶ່ງເພື່ອກຳແໜ້ນສະພາບການເມືອງ-ແນວຄິດຂອງສະມາຊິກນັກຮົບເກົ່າແຕ່ລະເປົ້າໝາຍພ້ອມທັງຈັດຕັ້ງສຶກສາອົບຮົມແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນການຈັດຕັ້ງ ກໍຄືຖັນແຖວສະມາຊິກນັກຮົບເກົ່າທັນເວລາ, ພ້ອມກັນນັ້ນກໍໄດ້ຊຸກຍູ້ໃຫ້ຄະນະພັກ-ອໍານາດການປົກຄອງທ້ອງຖິ່ນແຕ່ລະຂັ້ນໃຫ້ຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າໃນການນໍາພາ-ຊີ້ນຳ ແລະອຳນວຍຄວາມສະດວກດ້ານຕ່າງໆໃຫ້ສະຫະພັນນັກຮົບເກົ່າຢູ່ໃນຄວາມຮັບຜິດຊອບຂອງຕົນເຄື່ອນໄຫວວຽກງານຕາມພາລະບົດບາດສິດ, ໜ້າທີ່ຢ່າງເຕັມສ່ວນ.
ສະຫາຍ ພົນຈັດຕະວາ ຄຳຫອມ ແສງບົວລົມ ໄດ້ກ່າວຕື່ມວ່າ:ໃນຊຸມປີຕໍ່ໜ້າຈະສືບຕໍ່ເຮັດສຳເລັດໜ້າທີ່ການເມືອງຂອງຕົນໃນຖານະເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະຫະພັນນັກຮົບເກົ່າແຕ່ລະຂັ້ນ ຕ້ອງເພີ່ມທະວີສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີນັກຮົບເກົ່າ, ປະຊາຊົນລາວບັນດາເຜົ່າໃຫ້ແໜ້ນແຟ້ນ, ສ້າງການຫັນປ່ຽນຢ່າງແຂງແຮງຮອບດ້ານຕໍ່ວຽກງານນັກຮົບເກົ່າ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ, ເປັນເຈົ້າການເຕົ້າໂຮມນັກຮົບເກົ່າຜູ້ມີເງື່ອນໄຂເຂົ້າການຈັດຕັ້ງ, ເອົາໃຈໃສ່ເກັບກຳສະຖິຕິນັກຮົບເກົ່າແຕ່ລະເປົ້າໝາຍ, ຕິດຕາມຊຸກຍູ້ການປະຕິບັດນະໂຍບາຍດ້ານຕ່າງໆຕໍ່ນັກຮົບເກົ່າ ພະນັກງານປະຕິວັດອາວຸໂສຕາມນະໂຍບາຍຂອງພັກ-ລັດຢ່າງສົມເຫດສົມຜົນ ແລະ ທົ່ວເຖິງ.
ຂ່າວ-ພາບ: ບຸນຕອມ+ບຸນອຸ້ມ