![](nimg/107603927020250213_095556.jpg)
ເປີດງານອ່ານກະວີເທດສະການມາຄະບູຊາສະເໜຫາບຸນເຂົ້າຈີ່ ຍອດກະວີປາງຄໍາ ລຳນໍາດອກໄມ້ບານ ຄັ້ງທີ 1 ທີ່ລານເດີ່ນປາງຄໍາວັດສີຊົມຊື່ນ ບ້ານໜອງບົວທອງເໜືອຂຶ້ນໃນວັນທີ 11 ກຸມພາຜ່ານມາ ໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ); ມີທ່ານນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍກະຊວງ ຖວທ; ພະອາຈານ ໄພວັນ ມາລາວົງ ເຈົ້າອະທິການວັດສີຊົມຊື່ນ ບ້ານໜອງບົວທອງເໜືອ; ທ່ານ ທອງໃບ ໂພທິສານປະທານສະມາຄົມນັກປະພັນລາວ,ມີພະເຖລາ-ນຸເຖລະ ພ້ອມດ້ວຍຊ່ຽວຊານທີ່ປຶກສາວຽກງານວັດທະນະທໍາ,ນັກປະພັນ, ນັກກະວີເຂົ້າຮ່ວມ.
ການຈັດງານຄັ້ງນີ້ເພື່ອເປັນການເຜີຍແຜ່ຮີດຄອງປະເພນີກະວີ, ສິລະປະ ເຕົ້າໂຮມນັກປະພັນ, ນັກກະວີທັງຮຸ່ນອາວຸໂສ ແລະໜຸ່ມນ້ອຍໃຫ້ມີກິດຈະກຳດີໆສົ່ງເສີມສິລະປະ-ວັນນະຄະດີຂອງຊາດໃຫ້ກວ້າງຂວາງອອກໄປ ເພື່ອປູກຈິດສຳນຶກລູກຫຼານ-ເຍົາວະຊົນຄົນຮຸ່ນໜຸ່ມໃຫ້ຮັກຫອມພາສາວັນນະຄະດີ ແລະຄວາມເປັນຊາດຊຶ່ງປະກອບດ້ວຍ 4ກິດຈະກໍາທີ່ສໍາຄັນໄດ້ຈັດຂຶ້ນພ້ອມໆກັນຄື:ວັນບຸນມາຄະບູຊາ ແມ່ນບຸນສໍາຄັນທາງພຸດທະສາສະໜາ ທີ່ພະພຸດທະອົງປະທານໂອວາດແດ່ພະສົງ ໂດຍມີຫົວໃຈວ່າ ບໍ່ເຮັດຄວາມຊົ່ວ ເຮັດຄວາມດີ ແລະມີຈິດໃຈສະອາດ; ສະເໜຫາບຸນເຂົ້າຈີ່ແມ່ນບຸນປະເພນີດັ່ງເດີມຂອງລາວທີ່ສືບທອດມາດົນນານ; ຍອດກະວີປາງຄໍາ ແມ່ນນັກກະວີເອກຂອງຊາດລາວສະໄໝລ້ານຊ້າງ ຜູ້ປະພັນເລື່ອງສັງສິນໄຊອັນລືຊື່ ແລະເຜີຍແຜ່ຢ່າງກວ້າງຂວາງເປັນທີ່ເອກອ້າງທະນົງໃຈມໍຣະດົກພູມປັນຍາຂອງຊາດລາວ ແລະໄດ້ປັ້ນຮູບນັກກະວີເອກຂຶ້ນ ຊຶ່ງໄດ້ປະດິດສະຖານຮູບປັ້ນຫຼໍ່ນັກກະວີປາງຄໍາທີ່ສະຫງ່າອົງອາດ ແລະຮູບສັງສິນໄຊພາຍໃນເດີ່ນວັດແຫ່ງນີ້ໃຫ້ເປັນບ່ອນຮຽນຮູ້ປະຫວັດສາດສິລະປະວັນນະຄະດີ ແລະ ລໍານໍາດອກໄມ້ບານ ຈວບເໝາະລະດູບານໃໝ່ພວມຈະມາເຖິງ ເບິ່ງດອກໄມ້ແຄມຖະໜົນຫົນທາງພວມຈະເບັ່ງບານດັ່ງດອກສ້ຽວ ແລະ ດອກຈານ.
ທ່ານນາງ ຈັນເພັດ ຄຳຟອງ ໄດ້ກ່າວວ່າ: ດ້ວຍແຮງສັດທາຕໍ່ວັດທະນະທໍາດ້ານວັນນະຄະດີ ຕໍ່ປະເພນີຮີດຄອງທີ່ສືບສານກັນມາ ໂດຍມີພະອາຈານ ໄພວັນ ມາລາວົງ ພ້ອມດ້ວຍຄະນະສົງພາຍໃນວັດ ແລະ ເຈົ້າພາບເຈົ້າສັດທາຮ່ວມກັນຈັດງານໃນຄັ້ງນີ້ຂຶ້ນຢ່າງໜ້າພາກພູມໃຈ ຊຶ່ງກາຍເປັນບ່ອນນັດໝາຍໃຫ້ບັນດານັກການນໍາອາວຸໂສ, ນັກປາດ, ອາຈານ, ນັກປະພັນ, ນັກຄົ້ນຄວ້າ, ນັກກະວີເພື່ອມາຮ່ວມກັນອ່ານກະວີ ສະດຸດີ ນັກກະວີປາງຄໍາ ຕາມຄວາມຝັນ ແລະ ຕັ້ງໃຈຂອງພະອາຈານ ໄພວັນ ມາລາວົງ (ລູກດອນກະເດັນທີ່ຕັ້ງໃຈຫວັງໃຫ້ມີງານນີ້ເກີດຂຶ້ນ); ຊຶ່ງຈຸຸດປະສົງຂອງພະອາຈານ ໄພວັນ ມາລາວົງໃນກິດຈະກໍາອ່ານກະວີ,ສະດຸດີປາງຄໍາ ກະວີເອກຂອງລາວນັ້ນ, ຫວັງຈະຈັດຂຶ້ນໃຫ້ເປັນປະຈໍາ ແລະ ສືບຕໍ່ທຸກໆປີ. ໃນດ້ານກົມວັນນະຄະດີ ແລະ ພິມຈໍາໜ່າຍ ກໍສະໜັບສະໜູນແນວຄວາມຄິດສ້າງສັນ ໄປຄຽງຄູ່ກັບການຈັດງານໃຫ້ເປັນປະເພນີປະຈໍາວັດ ຕົ້ນຕະກຸນສີຊົມຊື່ນ ບ້ານໜອງບົວທອງໃນທຸກໆປີ. ພາຍໃນງານໄດ້ວາງສະແດງປຶ້ມ, ຮູບພາບວັດທະນະທໍາ, ຮູບພາບວັດວາອາຮາມໃນລາວ; ຮູບພາບຜົນງານການເຄື່ອນໄຫວກິດຈະກໍາພາຍໃນວັດ ແລະ ຜົນງານການເຄື່ອນໄຫວຂອງພະອາຈານໄພວັນ ມາລາວົງ; ສະມາຊິກສະມາຄົມນັກປະພັນອີກດ້ວຍ.
ຂ່າວ-ພາບ: ບຸນອູ້ມ