ໃນວັນທີ11ກຸມພາຜ່ານມານີ້ທີ່ ນະຄອນດູໄບສະຫະນະຄອນເອເມຣັດ ອາຣັບ, ພະນະທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂອງສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດ ລັດຖະບານທົ່ວໂລກ ປະຈໍາປີ 2025 (World Governments Summit 2025),ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດ(Shaping Future Governments)”.
ໃນລະຫວ່າງການເຂົ້າຮ່ວມກອງປະຊຸມຄັ້ງນີ້ ພະນະທ່ານ ສອນໄຊສີພັນດອນນາຍົກລັດຖະມົນຕີພ້ອມດ້ວຍຄະນະໄດ້ພົບປະສອງຝ່າຍກັບສົມເດັດ ເຊກຄ ອາເມັດ ອັບດຸນລາ ອາລ ອາເມັດ ອາລ ຊາບາສນາຍົກລັດຖະມົນຕີ ແຫ່ງ ລັດກູເວດ ແລະ ຄະນະ ແລະ ການພົບປະກັນຄັ້ງນີ້, ສອງຝ່າຍ ສະແດງຄວາມປິຕິຍິນດີທີ່ມີໂອກາດພົບກັນແລະ ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ລາວ ແລະລັດກູເວດ ທີ່ໄດ້ຮັບການພັດທະນາເປັນກ້າວໆ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊສີພັນດອນສະແດງຄວາມຊົມເຊີຍອັນຈິງໃຈ ແລະ ອວຍພອນໄຊອັນປະເສີດມາຍັງ ສົມເດັດ ເຊກຄ ອາເມັດ ອັບດຸນລາ ອາລ ອາເມັດ ອາລ ຊາບາສ ແລະ ປະຊາຊົນກູເວດ ທຸກທົ່ວໜ້າ ເນື່ອງໃນໂອກາດວັນຊາດກູເວດ ຄົບຮອບ 75 ປີ (25/2/1950-25/22025) ແລະ ວັນປະກາດເອກະລາດ (Liberation Day) ຄົບຮອບ 34 ປີ (26/2/1991-26/2/2025) ທີ່ຈະມາເຖິງນີ້. ພ້ອມດຽວກັນນັ້ນ, ຍັງໄດ້ສະແດງຄວາມຍິນດີ ທີ່ເຫັນວ່າ ນັບແຕ່ ສປປ ລາວ ແລະ ລັດກູເວດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 14 ກໍລະກົດ 2008 ເປັນຕົ້ນມາ, ລັດກູເວດ ໃຫ້ຄວາມສໍາຄັນໃນການເສີມຂະຫຍາຍສາຍພົວພັນຮ່ວມມືກັບ ສປປ ລາວ ດ້ວຍດີຕະຫຼອດໄລຍະຫຼາຍປີຜ່ານ ແລະ ປີນີ້ກໍພໍດີຄົບຮອບ 17 ປີ ໃນການສ້າງຕັ້ງສາຍພົວພັນການທູດນໍາກັນ ແລະສະ​ແດງ​ຄວາມ​ຂອບ​ໃຈຢ່າງຈິງໃຈ ມາ​ຍັງລັດ​ຖະ​ບານ ແລະ ປະຊາຊົນ ກູ​ເວດ ທີ່​ໄດ້​ໃຫ້​ກາ​ນ​ຊ່ວຍ​ເຫຼືອ ສ​ປ​ປ ລາ​ວ ໃນໄລຍະຜ່ານມາ ໂດຍສະເພາະ ຂະແໜງການກະສິກຳ ແລະ ຂະແໜງພະລັງງານ ແລະ ສະເໜີຊຸກຍູ້ໃຫ້ ນັກທຸລະກິດ ຈາກລັດກູເວດ ເຂົ້າມາຊອກຮູ້ກາລະໂອກາດດ້ານການລົງທຶນຕ່າງໆ ທີ່ ສປປ ລາວ ເພາະມີທ່າແຮງຫຼາຍດ້ານເຊັ່ນ: ດ້ານພະລັງງານສະອາດອຸດສາຫະກໍາກະສິກໍາ,ການບໍລິການ ແລະ ການທ່ອງທ່ຽວ ແລະ ອື່ນໆ.ພ້ອມນັ້ນສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການເສີມຂະຫຍາຍການພົວພັນທາງດ້ານເສດຖະກິດ ແລະ ການສ້າງຕັ້ງກົນໄກປຶກສາຫາລື ແລະ ຮ່ວມມືດ້ານການຄ້າ-ການລົງທຶນແລະ ອື່ນໆລະຫວ່າງສອງປະເທດ.
ໃນໂອກາດນີ້,ພະນະທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຊື້ອເຊີນສົມເດັດ ເຊກຄ ອາເມັດ ອັບດຸນລາ ອາລ ອາເມັດ ອາລ ຊາບາສນາຍົກລັດຖະມົນຕີ ແຫ່ງ ລັດກູເວດ ເດີນທາງຢ້ຽມຢາມສປປ ລາວ ຢ່າງເປັນ ທາງການໃນໂອກາດທີ່ສະດວກ ແລະ ເໝາະສົມ.
(ຂ່າວ: ກຕທ)