ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານທົ່ວໂລກປະຈໍາປີ 2025 (World Governments Summit 2025),ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດ(Shaping Future Governments)”ທີ່ນະຄອນດູໄບສະຫະນະຄອນເອເມຣັດອາຣັບໃນວັນທີ11ກຸມພາ2025, ສະຫາຍສອນໄຊສີພັນດອນນາຍົກລັດຖະມົນຕີແຫ່ງສປປລາວໄດ້ພົບປະກັບ ສະຫາຍ ບຸ່ຍແທັງ ເຊີນຮອງນາຍົກລັດຖະມົນຕີລັດຖະມົນຕີຕ່າງປະເທດ ແຫ່ງ ສສຫວຽດນາມເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ຕີລາຄາສູງຕໍ່ກົນໄກການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນໄລຍະຜ່ານມາ ພ້ອມທັງໄດ້ປຶກສາຫາລື ເພື່ອສົ່ງເສີມການຮ່ວມມືໃນຕໍ່ໜ້າ ຊຶ່ງສອງຝ່າຍໄດ້ເຫັນດີຈະສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິພາບ ແລະ ເປັນເອກະພາບຕໍ່ການຕີລາຄາ ການພົວພັນຮ່ວມມືສອງປະເທດ ໃນປີ 2024 ທີ່ຜ່ານມາ ຊຶ່ງເລີ່ມແຕ່ຕົ້ນປີ 2025 ກໍມີການເດີນທາງ ຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ໄດ້ຮ່ວມກັນເປັນປະທານກອງປະຊຸມຄະນະກຳມະການຮ່ວມມື ທະວິພາຄີ ລະຫວ່າງສອງລັດຖະບານ ລາວ-ຫວຽດນາມ ຄັ້ງທີ 47 ຊຶ່ງໄດ້ຮັບຜົນສຳເລັດຢ່າງຈົບງາມ. ຖືວ່າ ເປັນການເປີດສາກແຫ່ງການພົວພັນຮ່ວມມືສອງຝ່າຍ ຂອງປີ 2025 ເພື່ອໃຫ້ສອງປະເທດ ສູ້ຊົນໃນດ້ານຕ່າງໆບໍ່ວ່າຈະເປັນດ້ານ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ, ການເຊື່ອມໂຍງພື້ນຖານເສດຖະກິດ ຂອງສອງປະເທດ ໃຫ້ໄດ້ດີກວ່າປີ 2024 ທີ່ຜ່ານມາ. ສອງຝ່າຍເຫັນດີໃຫ້ສອງກະຊວງການຕ່າງປະເທດ ຮ່ວມກັບຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ສືບຕໍ່ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງສອງກົມການເມືອງ ກໍຄືຜົນຂອງກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໃຫ້ມີປະສິດທິຜົນ ໂດຍສະເພາະການຮ່ວມມືທາງດ້ານເສດຖະກິດເພື່ອນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງປະເທດພວກເຮົາ ແລະ ເຫັນດີຮ່ວມກັນສືບຕໍ່ຮັກສາມູນເຊື້ອອັນດີງາມ ຂອງສາຍພົວພັນພິເສດ ລາວ-ຫວຽດນາມ ພ້ອມທັງເພີ່ມທະວີໃນການໂຄສະນາ, ເຜີຍແຜ່ສາຍພົວພັນດັ່ງກ່າວ ໃຫ້ປະຊາຊົນສອງປະເທດ ໄດ້ເຂົ້າໃຈກົກເຄົ້າ ແລະ ຄວາມໝາຍຄວາມສຳຄັນ ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະອວຍພອນໄຊອັນປະເສີດໄປຍັງ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ພ້ອມດ້ວຍການນໍາ ພັກ, ລັດ ແລະ ປະຊາຊົນຫວຽດນາມ ທຸກທົ່ວໜ້າໃນໂອກາດປີໃໝ່ ຫວຽດນາມ (ເຕັດ) ແລະ ຫວັງວ່າຈະໄດ້ພົບປະກັບ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ອີກຄັ້ງໃນເວລາອັນໃກ້ນີ້.
(ຂ່າວ-ພາບ: ກຕທ)