![](nimg/115694188720250213_142811.jpg)
ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານກັນ ແລະຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ ນີ້ທີ່ຫ້ອງປະຊຸມຂອງໂຮງແຮມຮໍລີເດອິນ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຊຶ່ງມີຫົວໜ້າກົມຄວບຄຸມພະຍາດຕິດຕໍ່ຄົບຄະນະ, ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ,ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ຄູ່ຮ່ວມພັດທະນາເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ເພື່ອທົບທວນຄືນບົດຮຽນທີ່ປະຕິບັດໄດ້ ແລະ ສິ່ງທ້າທາຍຂອງວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ໃນ ສປປ ລາວ ປະຈຳປີ 2024 ແລະ ກຳນົດທິດທາງໃນ ປີ 2025, ພ້ອມນັ້ນ. ກອງປະຊຸມຍັງໄດ້ຮັບຟັງ ປະກອບຄຳເຫັນຜົນສຳເລັດຂອງບາງແຂວງໃນຫົວຂໍ້ຕ່າງໆເຊັ່ນ:ສະຫຼຸບການຈັດຕັັ້ງປະຕິບັດວຽກງານສາຍຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ 2024 ແລະທິດທາງແຜນການປີ 2025ການຈັດຕັັ້ງປະຕິບັດວຽກງານຫ້ອງປະຕິບັດງານສຸກເສີນດ້ານສາທາລະນະສຸກ, ການຈັດຕັັ້ງປະຕິບັດວຽກງານຄວບຄຸມພະຍາດໄຂ້ຍຸງລາຍ, ສະຫຼຸບຜົນສໍາເລັດ ການຈັດຕັັ້ງປະຕິບັດວຽກງານສຸຂະພາບໜຶ່ງດຽວ (One Health ), ຜົນສໍາເລັດການຈັດຕັັ້ງປະຕິບັດວຽກງານຄວບຄຸມພະຍາດໄຂ້ມາລາເຣຍ, ຜົນສໍາເລັດການຈັດຕັັ້ງປະຕິບັດວຽກງານວິເຄາະແລະ ລະບາດວິທະຍາ, ຜົນສໍາເລັດ ແລະ ຜົນໄດ້ຮັບຂອງບົດຄົ້ນຄວ້າ ຜົນສໍາເລັດການຈັດຕັັ້ງປະຕິບັດວຽກງານຄວບຄຸມພະຍາດເອດ ແລະ ພຕພ, ຜົນສໍາເລັດການຈັດຕັັ້ງປະຕິບັດວຽກງານຄວບຄຸມພະຍາດວັນນະໂຣກ,ການຄວບຄຸມພະຍາດກາຝາກໃນຂອບເຂດທົ່ວປະເທດ,ບັນຫາສິ່ງທ້າທາຍ ແລະແຜນໃນຕໍ່ໜ້າ ໃນການປ້ອງກັນ ແລະໂຕ້ຕອບພະຍາດໄຂ້ຍຸງລາຍຂອງແຂວງເຊກອງ, ສະຫຼຸບຕີລາຄາຜົນສໍາເລັດ, ບັນຫາ, ສິ່ງທ້າທາຍໃນການໂຕ້ຕອບການລະບາດພະຍາດໄຂ້ເລືອດອອກ ແຂວງຈໍາປາສັກພະແນກສາທາ ແຂວງຈໍາປາສັກ, ແຜນໃນຕໍ່ໜ້າ ສໍາລັບການເຝົ້າລະວັງ ແລະ ໂຕ້ຕອບພະຍາດທີ່ປ້ອງກັນດ້ວຍວັກຊິນ (ພະຍາດໄອໄກ່)ແຂວງສະຫວັນນະເຂດ, ຜົນການໂຕ້ຕອບການລະບາດພະຍາດມາລາເຣຍແຂວງບໍ່ແກ້ວ, ການເຝົ້າລະວັງ, ການກວດວິເຄາະ ແລະກົນໄກການປະສານງານລະຫວ່າງຂະແໜງສາທາລະນະສຸກແລະ ກະສິກຳກ່ຽວກັບພະຍາດໄຂ້ຫວັດສັດປີກໃນການປ້ອງກັນ ແລະ ໂຕ້ຕອບການລະບາດແຂວງຫຼວງນໍ້າທາແລະອື່ນໆ.
ຂ່າວ-ພາບ: ບຸນອູ້ມ